New Photos...

ຮູບພາບເມືອງລາວ

Lao Postcard

ຮູບພາບເກົ່າໆ

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

ນະຄອນຫຼວງວຽງຈັນ

ຫຼວງພະບາງ

ຈຳປາສັກ

ອຸດົມໄຊ

Wednesday, June 6, 2018

ທຳມະຊາດ ຜາສັງ ເມືອງເຟືອງ ດິນແດນຜາທໍ່ຫນໍ່ຄຳ

ຜາສັງ ເປັນອີກຫນຶ່ງຜາທີ່ມີຄວາມງົດງາມຂອງດິນແດນຜາທໍ່ຫນໍ່ຄຳ ເມືອງເຟືອງ ແຂວງວຽງຈັນ ເຊິ່ງຕັ້ງຢູ່ທາງທິດໃຕ້ຂອງເມືອງເຟືອງ ຕາມເສັ້ນທາງ4501 ໄປຫາເມືອງຫມື່ນ ແລະ ຊະນະຄາມ.

ຄຳຂວັນເມືອງເຟືອງ: ຜາທໍ່ໜໍ່ຄຳລືຊາ ທົ່ງນາແສນກວ້າງໃຫຍ່ ປ່າໄມ້ດົກໜາ ພູຜາອ້ອມບັງ ສຽງດັງທົ່ວແຄວ້ນ ແດນເຊື້ອວິລະຊົນ.

ຮູບຈາກ:Vanher Chx

---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com

Wednesday, May 23, 2018

Tuesday, May 22, 2018

ຜາແຕ້ມ ພູລະຫິດ( ຄໍາຕື້ ແດນງາມ) ອີກແຫຼ່ງທ່ອງທ່ຽວ ທີ່ກຳລັງເຜີຍກີບອ້າ ລໍຖ້າທ່ານໄປສຳຜັດຕົວຈິງ

ສອງອາທິດຜ່ານມາແຫລ່ງທ່ອງທ່ຽວທຳມະຊາດແຫ່ງໃຫມ່ ທີ່ຖືກຄົ້ນພົບຢູ່ເມືອງຄົງເຊໂດນແຂວງສາລະວັນ ຖືກເປີດເຜີຍຄວາມງາມສູ່ສາຍຕາມະຫາຊົນ ກໍໄດ້ຮັບຄຳຍ້ອງຍໍຊົມເຊີຍວ່າເປັນອີກຈຸດທີງົດງາມ ແລະ ຈະກາຍເປັນທ່າແຮງການທ່ອງທ່ຽວທຳມະຊາດທີ່ສຳຄັນໃນເຂດນັ້ນ.

 ຫຼ້າສຸດທີມຊ່າງພາບຈາກເມືອງສາລະວັນ ແຂວງສາລະວັນ ກໍດັ້ງດົ້ນ ຄົ້ນຫາຄວາມງາມຂອງສະຖານທີ່ແຫ່ງນີ້ມານຳສະເຫນີຕື່ມອີກ ເຊິ່ງເຊື່ອວ່າຈະເປັນການ ການໂຄສະນາປະຊາສຳພັນທີ່ດີ ຈງໃດກໍຊົມເຊີຍ ຊ່າງພາບ Sonepasit S-media Sign-Photo ແລະທີມງານ ນໍ ນຳເອົາພາບງາມໆມາຕ້ອນມາຝາກຊາວໂລກ.
ມື້ນີ້ທີມງານລາວໂພດສະກາດກໍຂອະນາຍຸດນຳມາຂະຫຍາຍຕໍ່ໃຫ້ກວ້າງຂວາງຍິ່ງຂຶ້ນ  ທັງເປັນການໂຄສະນາສະຖານທີ່ທ່ອງທ່ຽວແຫ່ງໃຫມ່ ທີ່ທາງແຂວງສາລະວັນຈະໄດ້ພັດທະນາສິ່ງອຳນວຍຄວາມສະດວກຕ່າງໆຂຶ້ນມາໃນຕໍ່ຫນ້ານໍ

  ແຫຼ່ງທ່ອງທ່ຽວຜາແຕ້ມ ພູລະຫິດ ເມືອງຄົງເຊໂດນ ແຂວງສາລະວັນ ເປັນສະຖານທີ່ໜຶ່ງທີ່ໜ້າທ່ຽວຊົມ ຊຶ່ງມີຈຸດຊົມວິວ, ທິວທັດທາງທຳມະຊາດທີ່ສວຍງາມ ເໝາະແກ່ການທ່ຽວຊົມພັກຜ່ອນ, ພະຈົນໄພ, ຍ່າງປ່າ, ຕັ້ງແຄ້ມ ແລະກິດຈະກຳອື່ນໆອີກຫຼາຍຢ່າງ, ທັງເປັນສະຖານທີ່ທ່ອງທ່ຽວທີ່ໜ້າສຶກສາຫຼາຍ ເນື່ອງຈາກມີປະຫວັດ ແລະຄວາມເປັນມາ ທີ່ກ່ຽວຂ້ອງກັບນະວະນິຍາຍເລື່ອງສັງສິນໄຊ ທັງເປັນແຫຼ່ງທ່ອງທ່ຽວ ຕິດກັບນ້ຳຂອງ ສາມາດຊົມວິວທິວທັດໄດ້ທັງສອງຝັງ ລະຫວ່າງຜາແຕ້ມ ຂອງລາວ ແລະໄທ ໄດ້ອີກ.

  ທ່ານ ສົມບູນ ສາຍຕາ ປະຊາຊົນບ້ານຄຳຕື້ ເມືອງຄົງເຊໂດນ ໄດ້ເລົ່າປະຫວັດກ່ຽວກັບແຫຼ່ງທ່ອງທ່ຽວນີ້ ໃຫ້ຮູ້ວ່າ: ພູລະຫິດ ຫຼື ເມື່ອກ່ອນເອີ້ນວ່າ: ພູໂລຫິດ ເຊິ່ງໝາຍເຖິງສາຍເລືອດຂອງຍັກກຸມພັນທີ່ຕໍ່ສູ້ກັບສິນໄຊ ແຕ່ປັດຈຸບັນປ່ຽນມາເປັນພູລະຫິດ.
ໃນພູແຫ່ງນີ້ຍັງມີສະຖານທີ່ອີກຫຼາຍບ່ອນທີ່ເປັນຮ່ອງຮອຍກ່ຽວກັບນິຍາຍສັງສິນໄຊເປັນຕົ້ນ: ຕັ່ງສິນໄຊ, ສະຖານທີ່ສິນໄຊລອງລິດ, ບ່ອນຕາກໜັງເສືອ, ຫີນຫຼັກເມືອງ, ຮອຍເສື້ອສາມລ້ານ ແລະອື່ນໆ, ນອກນັ້ນໃນພູແຫ່ງນີ້ຍັງມີຖ້ຳຜາມື ເຊິ່ງມີຮອຍຝາມືທີ່ຕິດຢູ່ໃນຫີນ ແລະຜາແຕ້ມແມ່ນມີຮູບແຕ້ມ ສັດສາວາສິ່ງ ແລະອື່ນໆ ທີ່ມີນິທານເລົ່າຂານກັບສືບມາຈົນຮອດປັດຈຸບັນ

 ແຫຼ່ງທ່ອງທ່ຽວແຫ່ງນີ້ແມ່ນຂຶ້ນກັບເມືອງຄົງເຊໂດນ ເປັນຜູ້ຄຸ້ມຄອງ ແລະປົກປັກຮັກສາ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຈຸດຊົມວິວທີ່ງົດງາມ, ທິວທັດທຳມະຊາດ, ຖ້ຳ ແລະສະຖານທີ່ຕ່າງໆໃນຂອບເຂດບໍລິເວນແຫ່ງນີ້. ໃນຂອບເຂດບໍລິເວນເທິງຫຼັງພູເປັນພື້ນທີ່ຮາບພຽງ ກວມເອົາຫຼາຍຮ້ອຍເຮັກຕາ, ນອກຈາກນັ້ນແລ້ວຊາວບ້ານຍັງສາມາດກຳຂໍ້ມູນ ແລະສາມາດເລົ່າປະຫວັດນິຍາຍກ່ຽວກັບຈຸດນັ້ນໄດ້ດີ ແລະຮູ້ຈັກພື້ນທີ່ແຫ່ງນັ້ນໄດ້ເປັນຢ່າງດີ. ເສັ້ນທາງເຂົ້າສະດວກສະບາຍ ເປັນເສັ້ນທາງດິນແດງ ສາມາດເຂົ້າຮອດເຖິງສະຖານທີ່ ເຊິ່ງຫ່າງຈາກທາງເລກທີ 13 ໃຕ້ ເຂົ້າໄປ 20 ຫຼັກກິໂລແມັດ.

ຮູບໂດຍ: Sonepasit S-media Sign-Photo
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com

Monday, May 21, 2018

ທ່ຽວເມືອງສິງຊົມຄວາມງາມພະທາດຊຽງຕຶງ ແລະ ສີສັນວັດທະນະທຳເຜົ່າລື້

ເມືອງສິງ ແຂວງຫຼວງນໍ້າທາ ເປັນຫນຶ່ງໃນປາຍທາງສຳຄັນຂອງນັກທ່ອງທ່ຽວຕ່າງປະເທດ ດ້ວຍຈຸດເດັ່ນຂອງສີສັນວັດທະນະທຳເຜົ່າລື້.
ເມື່ອບໍດົນມານີ້ທີມງານລາວໂພດສະກາດກໍໄດ້ມີໂອກາດເດີນທາງໄປຄົ້ນຫາດິນແດນເຜົ້າລື່ທີ່ເຕັມໄປດ້ວຍມົນສະເຫນ່ແຫ່ງນີ້

ເມືອງສິງ ເປັນເມືອງປະຫວັດສາດ ( ເຄີຍມີກອງທັບຝຣັ່ງມາຕັ້ງຖານທັບໃຫຍ່ຢູ່ ) ແລະ ເປັນເມືອງທີ່ມີຊົນເຜົ່າອາໄສຢູ່ ຫຼາຍກວ່າເມືອງອື່ນ.  ຕາມເສັ້ນທາງ 17 ບີ ໄປເມືອງລອງ ຫາ ຊຽງກົກ ທ່ານຈະພົບກັນບັນດາເຜົ່າທີ່ອາໄສຢູ່ລຽບຕາມແຄມທາງ ທີ່ຍັງດຳລົງຊີວິດແບບດັ້ງເດີ່ມ ສຸດເສັ້ນທາງແມ່ນແມ່ນ້ຳຂອງມີສາຍແດນຕິດກັບປະເທດມຽນມາ ແລະ ສາມາດເດີ່ນທາງໄປເມືອງຫ້ວຍຊາຍ ແຂວງບໍ່ແກ້ວໄດ້ດ້ວຍທາງເຮືອ.
ຈາກແຂວງຫຼວງນ້ຳທາຕາມເສັ້ນທາງ ອາ 3 ເອ ມຸ່ງໜ້າສູ່ແຂວງບໍ່ແກ້ວ ທີ່ມີສາຍແດນຕິດກັບປະເທດໄທ ຕາມເສັ້ນທາງແມ່ນມີແຫຼ່ງທ່ອງທ່ຽວຫຼາຍແຫ່ງ ເຊັ່ນ: ບ້ານຈະເລີນສຸກ, ສູນຂໍ້ມູນປ່າສະຫງວນແຫ່ງຊາດ ນ້ຳຫ້າ, ຖ້ຳເກົາເລົາ ຫຼື ຖ້ຳນ້ຳແອ່ງ, ສວນອຸທິຍານບໍ່ກຸ້ງ, ຈຸດຊົມວີວນຳ້ແພ, ຕະຫຼາດກະສິກຳບ້ານດອນໄຈ, ຄ້າຍເກົ່າຝຣັ່ງແຂວງບໍ່ແກ້ວ ແລະ ຕົວເມືອງວຽງພູຄາ ເຊິ່ງໄດ້ຄົ້ນພົບ ຊາກດິນເຜົ່າເກົ່າແກ່ຫຼາຍແຫ່ງ ເປັນຕົ້ນແມ່ນວັດມະຫາປວດ ຄາດວ່າເມືອງວຽງພູຄາແມ່ນເມືອງເກົ່າແກ່ມາ ຫຼາຍສັດຕະວັດແລ້ວ.
ລ່ອງຕາມສາຍແມ່ນ້ຳທາ ທ່ານຈະພົບກັບ ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຕາມລ້ອງແມ່ນ້ຳທາ ແລະ ພົບກັບທຳມະຊາດທີ່ຍັງອຸດົມ ສົມບູນຢູ່ ລະຫວ່າງກາງຂອງແມ່ນ້ຳທາ ແລະ ປາກທາ ( ບ່ອນນ້ຳຂອງ ແລະ ນ້ຳທາປ່ອງໃສ່ກັນ ) ທ່ານຈະພົບກັບເມືອງນ້ອຍແຫ່ງ ນີ້ຊື່ເມືອງນາແລ ເປັນຖິ່ນອາໄສຂອງຊົນເຜົ່າຂະມຸ ຫຼາຍກວ່າ 80% ແລະ ນອນພັກແຮມກັບເຜົ່າໄຕລື້ ບ້ານຄອນຄຳ ເປັນບ້ານພັກແຮມຂອງ ນັກທ່ອງທ່ຽວ ແລະ ຍັງເປັນບ້ານສົ່ງອອກເຄື່ອງຫັດຖະກຳຈາກສີມື ແຮງງານຂອງປະຊາຊົນພາຍໃນບ້ານ.

ສະເພາະມື້ນີ້ທີມງານພວກເຮົາໄດ້ນຳເອົາຮູບພາດພະທາດຊຽງຕຶງ ແລະ ປະຫວັດມາສະເໜີ  ເພື່ອຄົ້ນຫາທີ່ໄປທີ່ມາຂອງອິນແດນເມືອງສິງແຫ່ງນີ້.
ອີງຕາມຂໍ້ມູນຈາກເວັບໄຊ http://www.laogov.gov.la ໃຫ້ຮູ້ວ່າ: ຕາມຕຳນານ ພະທາດຫຼວງຊຽງຕຶງ ໄດ້ກ່າວໄວ້ວ່າ: ພະພຸດທະເຈົ້າ ໄດ້ເດີນທາງມາຈາກ ເມືອງລັງກາທິບ ແລະ ໄດ້ຜ່ານມາເຖິງໜ່ວຍພູ ທີ່ພະທາດຊຽງຕຶງ ຕັ້ງຢູ່ໃນປະຈຸບັນ ແລະ ປະຊາຊົນ ກໍ່ໄດ້ເອົາວັດຖຸທານ ແລະ ຂອງທານມາຖວາຍ ໃຫ້ພະພຸດທະເຈົ້າໄດ້ສັນ ແລະ ພະພຸດທະເຈົ້າກໍ່ໄດ້ເທດສະໜາທຳ ໃຫ້ແກ່ປະຊາຊົນ ແລະ ໄດ້ກ່າວສັ່ງສອນໃຫ້ຊາວເມືອງແຫ່ງນີ້ຖືສິນກິນທານ ແລະ ກ່ອນທີ່ພະພຸດທະເຈົ້າຈະຈາກໄປ ໄດ້ສັ່ງໄວ້ກັບພະມະຫາອະນົນເຖຣະຜູ້ຕິດຕາມຂອງຕົນໄວ້ວ່າ “ໃນເມື່ອເຮົາຫາກໄດ້ປະລິນິພານໄປແລ້ວ ໃຫ້ພະອານົນເຖຣະເຈົ້າ ເອົາກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູບດ້າມຄຳ ຂອງເຮົາມາຈຸກໍ່ໄວ້ເໜືອຍອດພູຊຽງຕຶງແຫ່ງນີ້ ເພື່ອໄວ້ປົກປັກຮັກສາດິນແດນເມືອງແຫ່ງນີ້ຕໍ່ໄປ. ຫຼັງຈາກນັ້ນ ກໍ່ໄດ້ເດີນທາງໄປສູ່ປ່າເຊຕະວັນ ແລະ ອີກສອງປີຕໍ່ມາ ພະພຸດທະເຈົ້າກໍ່ໄດ້ປະລິນິພານ

 ດັ່ງນັ້ນ, ພະອານົນເຖຣະເຈົ້າ ຈຶ່ງໄດ້ນຳເອົາ ກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູບດ້າມຄຳ ຂອງພະພຸດທະເຈົ້າ ມາມອບໃຫ້ພະມະຫາເຖຣະເຈົ້າ ທີ່ຢູ່ເມືອງແຫ່ງນີ້ ຕາມຄຳບອກກ່າວສິ່ງທີ່ພະພຸດທະເຈົ້າມອບໃຫ້ ໄດ້ຖືກເກັບຮັກສາໄວ້ໃນຫີບຄຳ ຢູ່ໃນເມືອງແຫ່ງນີ້ເປັນເວລາ 7 ຊົ່ວເຈົ້າຟ້າ ທີ່ປົກຄອງເມືອງແຫ່ງນີ້ ເຊິ່ງເປັນເວລາ 400 ປີ ແລະ ມີພະສຳພູຕະເຖຣະຕົນໜຶ່ງ ທີ່ມີລູກສິດ 500 ຕົນ ທີ່ໄດ້ຮັກສາຫີບຄຳນີ້ ໄດ້ 20 ປີ.

ຈາກນັ້ນ ຈິ່ງໄດ້ຮູ້ຂ່າວວ່າ ມີພະຍາຕົນໜຶ່ງ ຊື່ວ່າ “ພະຍາອະໂສກະທຳມະລາຊາ” ເປັນຜູ້ທີ່ມີຊື່ສຽງໂດ່ງດັງ ໃນການສ້າງວັດວາອາຮາມ ແລະ ກໍ່ສ້າງເຈດີໄດ້ເຖິງ 84,000 ດວງ ຢູ່ທຸກຫົນແຫ່ງໃນໂລກ. ດັ່ງນັ້ນ ພະສຳພູຕະເຖຣະຜູ້ນີ້ ຈຶ່ງໄດ້ໄປອັນເຊີນເອົາ ພະຍາອະໂສກະທຳມະລາຊາ ມາສ້າງພະທາດ ຢູ່ໃນເມືອງແຫ່ງນີ້.

ດັ່ງນັ້ນ, ພະຍາອະໂສກະທຳມະລາຊາ ກໍ່ໄດ້ເດີນທາງມາຕາມຄຳເຊີນ ແລະ ພະສຳພູຕະເຖຣະຕົນນັ້ນ ພ້ອມດ້ວຍລູກສິດ 500 ຕົນ; ກໍ່ໄດ້ເອົາຫີບຄຳ ທີ່ໄດ້ເກັບຮັກສາກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູບດ້າມຄຳມາມອບໃຫ້ ພະຍາອະໂສກະທຳມະລາຊາ ເພື່ອກໍເຈດີ. ດັ່ງນັ້ນ ພະຍາອະໂສກະທຳມະລາຊາ ກໍໄດ້ຫາເລີກງາມຍາມດີ ແລະ ກໍ່ເຈດີ ກວມເອົາຫີບຄຳທີ່ບັນຈຸກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູດດ້າມຄຳຂອງພະພຸດທະເຈົ້າ ຢູ່ທີ່ເໜືອຍອດພູຊຽງຕຶງ ໃນເດືອນຈຽງເພັງ ປີ ພສ 400 ເພື່ອໄວ້ໃຫ້ ຊາວເມືອງໄດ້ສັກກາລະບູຊາ ແລະ ເປັນພະທາດຄູ່ບ້ານຄູ່ເມືອງແຫ່ງນີ້ ຕະຫຼອດໄປ ແລະ ໄດ້ກຳນົດເອົາມື້ 15 ຄ່ຳ ເດືອນກຳ ຊົນເຜົ່າໄຕລື້ ເຊິ່ງກົງກັບເດີອນ 12 ລາວ ຫຼື ເດືອນຈຽງເພັງ ຂອງທຸກໆປີ ເປັນມື້ນະມັດສະການພະທາດຕະຫຼອດມາ.

ເມື່ອອີງຕາມ ຕຳນານຂອງພະທາດຫຼວງຊຽງຕຶງ ໄດ້ໃຫ້ຮູ້ວ່າ: ເມືອງສິງ ໃນປະຈຸບັນນີ້ ມີຄົນອາໄສ ແລະ ດຳລົງຊິວິດຢູ່ ເປັນເວລາ 2.500 ກວ່າປີຜ່ານມາແລ້ວ. ນອກຈາກນັ້ນ ພະທາດຫຼວງຊຽງຕຶງ ກໍ່ໄດ້ຖືກປະຕິສັງຂອນ ຈາກເຈົ້າຟ້າສາມອົງ ຄື: ພະຍາແຕນ ໃຫ້ບູລະນະປະຕິສັງຂອນໃໝ່ ໃນປີ ຄສ 1591, ເຈົ້າແສງສີຂະຕິຍະວົງສາ ບູລະນະປະຕິສັງຂອນຂຶ້ນໃໝ່ ໃນປີ ຄສ 1792, ເຈົ້າຟ້າສິຣິໜໍ່ຄຳ ບູລະນະປະຕິສັງຂອນຂຶ້ນໃໝ່ ໃນປີ ຄສ 1873.

ພະທາດຊຽງຕຶງ ຕັ້ງຢູ່ທາງທິດໃຕ້ຂອງຕົວເມືອງ ເປັນເຈດີຖານແປດຫລ່ຽມສູງ 10 ແມັດ. ທຸກປີໃນມື້ເພັງເດືອນ 12 ຊາວເມືອງຈະສະຫລອງບຸນພະທາດຂຶ້ນ(ກົງກັບງານສະ ຫລອງພະທາດຫລວງວຽງຈັນ).

ພາບໂດຍ: ໄກ່ແກ້ວ
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com

Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger