ຫລັງຈາກກິນເຂົ້າສວຍ ຢູ່ປາກແບງອີ່ມແລ້ວ. ທຸກຄົນກໍພ້ອມຈິດພ້ອມໃຈໃນການລຸຍເສັ້ນທາງກັນດານ ຈາກປາກແບງ ຫາ ຫ້ວຍຊາຍ(ບໍ່ຈື່ໄລຍະທາງທີ່ຊັດເຈນ ແຕ່ຫນ້າຈະບໍ່ຕໍ່າກວ່າ140 ກິໂລແມັດ). ຜ່ານມາການເດີນທາງຈະເປັນທາງປູຢາງ ແຕ່ຄັ້ງນີ້ ເປັນເສັ້ນທາງທີ່ຕັດແລວທາງໄວ້ຊື່ໆ ຫຼາຍກິໂລແມັດ ທີ່ຕ້ອງຂຶ້ນຜູ້ ລົງຄ້ອຍນັບສິບໆຄ້ອຍທັງທາງກໍມື່ນນໍາອີກ ດີແຕ່ຝົນບໍ່ຕົກຮໍ່າ ເຮັດໃຫ້ຕ້ອງໃຊ້ຄວາມລະມັດລະວັງສູງສຸດ ໃນການເດີນທາງ
ຕາມເສັ້ນທາງທີ່ຜ່ານມາ ຈະແນມເຫັນບັນດາພູຜາ ທີ່ຖືກຖາກຖາງເຮັດຮົ້ວເຮັດສວນ ຈົນແປນເອີດເຕີດ ຂອງປະຊາຊົນ ເພື່ອການດຳລົງຊິວີດລ້ຽງຊິບຂອງຕົນ
ເບິ່ງແລ້ວມັນບໍ່ແມ່ນເລື່ອງງ່າຍທີ່ຈະດຳລົງຊິວິດແບບນີ້ ຫລັງສູ້ຟ້າຫນ້າສູ້ດິນ ເຮັດຮົ້ວເຮັດສວນ ເພາະບໍ່ເຮັດກໍບໍ່ມີກິນ. ສະພາບພື້ນທີ່ແບບນີ້ ຄຳວ່າເຮັດນາ ຖືວ່າເປັນເລື່ອງຍາກຫຼາຍ.
ຂີ່ລົດໄປຫຼາຍກິໂລແມັດ ກໍມາເຫັນບ້ານແຫ່ງຫນຶ່ງຕັ້ງຢູ່ລຽບຕາມເປີ້ນພູ ທີມງານກໍຖືໂອກາດ ຈອດພັກລົດ ເພາະລຸຍຫນັກສົມຄວນ ສ່ວນໃຫຍ່ກໍມີແຕ່ໃສ່ເກຍ 1 ກັບ 2, ແລ້ວກໍຊອກມູມ ຖ່າຍຮູບຕາມມູມມອງໃຜມັນ.
ຫນຶ່ງໃນທີມງານກຳລັງແລເບິ່ງພາບຕໍ່ຫນ້າ ກ່ອນທີ່ຈະຊອກຫາມູມຖ່າຍຮູບ ຫລື ລໍຖ້າໂອກາດແສງມາ. ແຕ່ເນື່ອງຈາກຍັງບໍ່ຮູ້ວ່າເສັ້ນທາງຕໍ່ຫນ້າຈະພົບພໍ້ຫຍັງອີກ ພວກເຮົາກໍແວ່ຖ່າຍຮູບບໍ່ດົນ ກໍອອກເດີນທາງຕໍ່
ຫຼັງຈາກຜ່ານເສັ້ນທາງທຸລະກັນດານມາຫຼາຍກິໂລ ກໍເລີ່ມເຫັນແລວທາງທີ່ດີຂຶ້ນມາ ເຖິງຈະເປັນດິນແດງ ແຕ່ກໍສະດວກກ່ອນຜ່ານມາ ພໍສົມຄວນ ແລະມີບ້ານນ້ອຍແຫ່ງຫນຶ່ງ; ແນ່ນອນພວກເຮົາຈອດລົດເພື່ອແຈກເຂົ້າໜົມ ແລະ ບິກສໍ ປຶ້ມຂຽນຕ່າງໆ.
ນ້ອງໆ ເຫັນພວກເຮົາກໍຍິ້ມຕ້ອນຮັບໃຫ້ກັບກຸ່ມຄົນແປກຫນ້າ
ຫຼັງຈາກໄດ້ເຂົ້າໜົມ ແລະ ປື້ມສໍແລ້ວ ກໍເລີຍບັນທຶກພາບລວມເປັນທີ່ລະນຶກໄວ້ ເພາະເດັກນ້ອຍໃນຕອນນີ້ ຫາກມີການເບິ່ງແຍງທີ່ດີ ກໍຈະກາຍເປັນຈຸລັງສຳຄັນໃນການຍູ້ຫນູນການສ້າງສາບ້ານເມືອງຂອງເຂົາເຈົ້າ
ອີກຮູບກ່ອນອອກເດີນທາງຕໍ່ໄປ ບໍ່ຂໍອະທິບາຍຫຼາຍຕາມຮູບເລີຍ
ທຳມະຊາດໃນໄລຍະຕົ້ນລະດູຝົນ ພູຜາປ່າໄມ້ ຈະເປັນສີຂຽວອຸ່ມທຸ່ມ
ຈາກບ້ານດັ່ງກ່າວມາ ກໍເລີ່ມມີທາງປູຢາງເປັນຍ່ານໆ ໂດຍສະເພາະເຂົ້າເຂດບ້ານ ແລະ ທາງຂຶ້ນພູລົງຄ້ອຍ. ບ້ານນີ້ ເປັນບ້ານໃຫຍ່ສົມຄວນ ພວກເຮົາກໍແວ່ອິກເຊັນເຄີຍ ທັງເຂົ້າຫນົມ ແລະປື້ມຂຽນປຶ້ມແຕ້ມຮູບທີ່ນຳມາ ກໍແຈກຍ້າຍໃຫ້ຊາວບ້ານແລະນ້ອງໆ ເຊິ່ງເບິ່ງແລ້ວເຂົາເຈົ້າມີຄວາມດີໃຈແລະຕື່ນເຕັ້ນຫລາຍ.ບ້ານນີ້ພວກເຮົາຈອດດົນເຕີບ ເນື່ອງຈາກມີຫຼາຍຢ່າງໃຫ້ຖ່າຍຮູບ.
ບາງຄົນບໍ່ທັນລົງຈາກເຮືອນ ກໍຊ່ອງເບິ່ງວ່າກຸ່ມຄົນແປກຫນ້ານີ້ມາຫຍັງ ເອົາຫຍັງມາ?
ຫຼັກກິໂລແມັດທີ່ບອກວ່າຍັງອີກ 28 ກິໂລ ກໍຈະເຖິງ ເມືອງຜາອຸດົມ
ຊາວບ້ານກຳລັງເຫຼົາຕອກ ເພື່ອເຮັດຈັກສານ
ເດັກນ້ອຍ ບາງຄົນກໍໃສ່ເຄື່ອງນຸ່ງ ແຕ່ບາງຄົນກໍບໍໃສ່ຫຍັງເລາະຫລິ້ນຕາມບ້ານ ເຊິ່ງກໍບໍ່ຮູ້ວ່າເຄື່ອງນຸ່ງບໍ່ຫຼາຍ ຫລື ຍ້ອນບໍ່ຢາກນຸ່ງ ແຕ່ເບິ່ງພາບລວມແລ້ວ ປະຊາຊົນເຂດນີ້ ຍັງຕ້ອງການເຄື່ອງນຸ່ງຫົມຫຼາຍພໍສົມຄວນ. ທ່ານໃດມີປະສົງຢາກບໍລິຈາກເຄື່ອງນຸ່ງຫົມເຂດນີ້ຖືວ່າເໝາະສົມດີ
ກ່ອນຈະອອກຈາກບ້ານດັ່ງກ່າວ ກໍເກີດເຫດການຫນ້າຕົກໃຈຂຶ້ນ... ເມື່ອມີເດັກນ້ອຍຄົນຫນຶ່ງກໍາລັງອາບນໍ້າກ໊ອກຢູ່ບໍ່ໄກແລ້ວມື່ນລົ້ມ ຈົນເລືອດດັງອອກຫຼາຍພໍສົມຄວນ. ທີມງານພວກເຮົາ ກໍເລີຍຕ້ອງໄດ້ປະຖົມພະຍາບານຫ້າມເລືອດໃຫ້ນ້ອງຄົນດັ່ງກ່າວ ເຊິ່ງອາຍຸປະມານ ສີ່ຫ້າປີ.
ອຸປະກອນການແພດເບື້ອງຕົ້ນ ແລະ ຢຸກຢາຖືກນຳອອກມາເພື່ອປະຖົມພະຍາບານໃຫ້ນ້ອງ ບໍ່ດົນເລືອດກໍຢຸດໄຫລ, ພວກເຮົາຍັງເອົາຢາຈຳນວນຫນຶ່ງທີ່ນຳມາໃຫ້ພໍ່ແມ່ຂອງນ້ອງຕື່ມ. ຫລັງຈາກນັ້ນພວກເຮົາກໍເຄື່ອນຕົວອອກຈາກບ້ານດັ່ງກ່າວ.
ຜ່ານໄປສິບກວ່າກິໂລແມັດ ພວກເຮົາກໍຈະຮອດຕົວເມືອງຜາອຸດົມແລ້ວ ເຊິ່ງເວລານັ້ນກໍປະມານ 4ໂມງແລງແລ້ວ(ໃຊ້ເວລາປະມານ 3 ຊົວໂມງ ຍັງບໍ່ຮອດເມືອງຜາອຸດົມ ຖືວ່າດົນສົມຄວນເນື່ອງຈາກເສັ້ນທາງທີ່ຜ່ານເປັນດິນແດງແດ່ ຂຶ້ນພູລົງຄ້ອຍ ແລະ ມື່ນຫຼາຍ.
ແຕ່ສິ່ງທີ່ພວກເຮົາລະມັດລະວັງ ແລະ ຢໍ້າກັນຕະຫຼອດຂອງການເດີນທາງນັ້ນກໍຄືຄ່ອຍໄປ ແລະ ໃຫ້ມີຄວາມປອດໄພສູງສຸດ... ແຕ່ກ່ອນຈະຮອດຕົວເມືອງພຽງ6 ກິໂລແມັດ ລົດຄັນຫນຶ່ງໃນທືມງານຂອງພວກເຮົາມື່ນເຈືອກແລ້ວລົ້ມ ເຮັດໃຫ້ບາດເຈັບທີ່ນິ້ວມືຂວາ ສ່ວນຈຸດອື່ນເຈັບເລັກຫນ້ອຍ ຈໍາຕ້ອງໄດ້ປະຖົມພະຍາບານກັນຫຼາຍສິບນາທີ ຫຼັງຈາກນັ້ນກໍໍ່ຊ້ອນລົດນຳຕົວໄປໂຮງໝໍເມືອງຜາອຸດົມເພື່ອກວດກາລະອຽດ
ທີ່ໂຮງຫມໍເມືອງກໍຮັບການເອົາໃຈໃສ່ ກວດກາຈາກແພດຫມໍ ແຕ່ກໍບໍ່ສາມາດກວດໄດ້ວ່ານິ້ວມືຂວາ ເປັນຫຍັງຫລາຍບໍ່ ບອກວ່າຕ້ອງໄດ້ກວດຢູ່ໂຮງຫມໍແຂວງຈັງຮູ້.
ພວກເຮົາວ່າຈະນອນຢູ່ຜາອຸດົມ ເພາະທ່ານຫມໍກໍບອກວ່າໃກ້ຄໍ່າແລ້ວ ເສັ້ນທາງຍັງຍາວໄກ ແລະ ທາງຮ້າຍຫຼາຍ ບວກກັບຄົນເຈັບນຳ.
ແຕ່ເປົ້າໝາຍຂອງວພວກເຮົາມື້ນີ້ ແມ່ນໃຫ້ຮອດຫ້ວຍຊາຍ ສ່ວນຜູ້ໄດ້ບາດເຈັບ ກໍຕ້ອງການໄປນອນຫ້ວຍຊາຍ, ສຸດທ້າຍກໍຕັດສິນໃຈລຸຍຕໍ່ເຊິ່ງຕອນນັ້ນກໍເປັນເວລາປະມານ 6 ໂມງແລງແລ້ວ.
ພວກເຮົາອອກຈາກເມືອງຜາອຸດົມບໍ່ຮອດກິໂລແມັດ ພາບຕໍ່ຫນ້າແມ່ນເສັ້ນທາງທີ່ວ່າຍາກສຸດກວ່າຕອນເລີ່ມເຂົາເສັ້ນທາງນີ້ຊໍ້າ ນັ້ນຄືພາບ ເສັ້ນທາງເຕັມໄປດ້ວຍບວກຂຸມ ຕະຫຼອດເສັ່ນທາງເລີຍ (ກົງກັນຂ້າມກັບທີ່ຄິດວ່າຮອດຜາອຸດົມເສັ້ນທາງໄປຫ້ວຍຊາຍຄົງດີ ແຕ່ບໍ່ເລີຍ). ຂີ່ໄປບໍ່ດົນ ຄວາມມືດກໍຄືບຄານເຂົ້າມາ ລົດຄັນຫນຶ່ງພັດຕີນຮົ່ວ ພວກເຮົາຕ້ອງໄດ້ພັກຈອດຢາງລົດແຕ່ດ້ວຍທ້ອງຟ້າມືດແລ້ວ ບວກຄວາມບໍ່ຊໍານານງານເຮັດໃຫ້ຢາງທີ່ຈອດຂີ່ໄປບໍ່ດົນກໍໝົດລົມ . ຄັ້ງນີ້ແມ່ນຕັດສິນໃຈບົດໄປ ຫວັງຮອດບ້ານປະຊາຊົນ ທີ່ມີຮ້ານແປງລົດໃຫ້ເຂົາເຈົ້່າປ່ຽນຢາງໃໝ່ ແລະ ກໍໂຊກດີທີ່ມີຮ້ານແປງລົດ ແຕ່ເວລານັ້ນກໍປິດຮ້ານແລ້ວ ພວກເຮົາຈອດລົງແລ້ວກໍໄປຂໍຄວາມຊ່ວຍເຫຼືອໃຫ້ມາປ່ຽນຢ່າງລົດໃຫມ່ໃຫ້(ຢາງລົດທີ່ທີມງານກຽມໄປພ້ອມ)
(ຫ້ອງການປົກຄອງເມືອງຜາອຸດົມ ແຂວງບໍ່ແກ້ວ), |
ພວກເຮົາຂີ່ໄປເລື້ອຍໆ ຕາມເສັ້ນທາງທີ່ມືດມິດ ທີ່ເຕັມໄປດ້ວຍບວກແລະຂຸມ ຈົນບໍ່ມີບ່ອນລີກ, ຂ້າງສອງຟາກທາງ ມີແຕ່ສວນກ້ວຍ.
ປະມານ 8 ໂມງ ກໍມາຮອດເມືອງປາກທາ ກໍຊອກຫາຊືເຂົາຫນົມກິນຮອງທ້ອງ ແລ້ວກໍໄປຕໍ່ ດ້ວຍຄວາມຄິດທີ່ວ່າເສັ້ນທາງຄົງດີຂຶ້ນ.
ແຕ່ບໍ່ເລີຍ ເສັ້ນທາງຈາກເມືອງປາກທາ ຫາຫ້ວຍຊາຍ ກໍຂີຮ້າຍພໍໆກັນກັບເສັ້ນທາງຈາກຜາອຸດົມ ມາປາກທາ. ເຊິ່ງກໍບໍ່ຮູ້ວ່າເປັນຫຍັງເສັ້ນທາງຄືຂີ່ຮ້າຍຫຼາຍປານນີ້ ແຕກຕ່າງຢ່າງສິ້ນເຊິີງກັບຕົວເມືອງຫ້ວຍຊາຍ ທີ່ຄວາມພັດທະນາໄປໄກຫຼາຍ ແຕ່ເສັ້ນທາງຈາກເທດສະບານແຂວງໄປບັນດາເມືອງພັດຫຍຸ້ງຍາກປານນີ້.
ພວກເຮົາຂີ່ລົດໄປເລື້ອຍຈົນຮອດ11ໂມງກາງຄືນຂອງມື້ນັ້ນຈິ່ງຮອດຕົວເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຫລັງຈາກນັ້ນກໍຊອກເຮືອນພັກມ້ຽນເຄື່ອງຂອງແລ້ວກໍໄປຊອກກິນເຂົ້າເອົາແຮງ.
ສັງລວມແລ້ວການເດີນທາງມື້ທີສອງ ໃຊ້ເວລາເຖິງ15 ຊົ່ວໂມງ ຖືເປັນການເດິນທາງທີ່ທໍລະຫົດ ແລະກັນດ້ານສຸດໆເລີຍຄັ້ງຫນຶ່ງກໍວ່າໄດ້.
(ກະລຸນາຕິດຕາມຕອນໄປ)
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty
ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com
All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com