New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Wednesday, May 17, 2017

    ບຸນບັ້ງໄຟ ເມືອງວັງວຽງ ເພີ່ມສີສັນແຫ່ງການທ່ອງທ່ຽວຫຼາຍຂຶ້ນ

     ( pho to by:Pong Phoonsab Tvs)

    ໃນທ້າຍອາທິດຜ່ານມາ ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດງານບຸນບັ້ງໄຟຂຶ້ນຕາມຮີດຄອງປະເພນີທີ່ປະຕິບັດສືບທອດກັນມາ




     ( pho to by:Pong Phoonsab Tvs)

    ການເຮັດບຸນບັ້ງໄຟນັ້ນ ແມ່ນປະຕິບັດຕາມຄວາມເຊື່ອທີ່ວ່າ: ເທິງຟ້າມີສິ່ງສັກສິດ ຫຼື ຊາວພຸດເອີ້ນວ່າ:“ ພະຍາແຖນ” ເຊິ່ງຄວາມເປັນມາຂອງບຸນບັ້ງໄຟນັ້ນມີຜູ້ເຖົ້າຜູ້ແກ່ຢູ່ຫຼາຍເຂດຫຼາຍທ້ອງຖິ່ນ ເລົ່າໃຫ້ຟັງວ່າ: ໃນສະໄໝກ່ອນດົນນານມາແລ້ວ ບ້ານເມືອງເກີດຄວາມເດືອດຮ້ອນ ຝົນຟ້າ ບໍ່ຕົກຕາມລະດູການ ຜູ້ຄົນ ແລະສັດສາວາສິ່ງ ແມ້ກະທັ້ງພືດພັນທັນຍາຫານຕ່າງໄດ້ຮັບຄວາມເດືອດຮ້ອນໄປຕາມໆກັນ


     ( pho to by:Pong Phoonsab Tvs)

    ໃນນັ້ນເອງຍັງມີພະຍາຄັນຄາກທີ່ມີອິດທິລິດ ເປັນສັດວິເສດປົກຄອງຢູ່ພື້ນດິນ ຈຶ່ງອອກໄປກວດກາຫາສາຍເຫດວ່າ: ຝົນຟ້າບໍ່ຕົກລົງມາ ເປັນຍ້ອນສາເຫດຫຍັງ?ຈຶ່ງໄດ້ຮູ້ຄວາມຈິງວ່າ: ເປັນຍ້ອນພະຍາແຖນບໍ່ສົງຝົນລົງມາ, ພະຍາຄັນຄາກຮູ້ຢ່າງນັ້ນ ຈຶ່ງຂໍອາສາສູ້ກັບ ພະຍາແຖນ ໂດຍເອົາຝົນຟ້າເປັນເດີມພັນ ຫາກພະຍາຄັນຄາກ ຊະນະ ພະຍາແຖນຕ້ອງເຮັດໃຫ້ຝົນຕົກລົງມາ ພະຍາແຖນ ແລະ ພະຍາຄັນຄາກ ຕໍ່ສູ້ກັນ ຕາມທີ່ໄດ້ຕົກລົງກັນແລ້ວຜົນປະກົດວ່າ: ພະຍາຄັນຄາກ ເອົາຊະນະ ພະຍາແຖນດ້ວຍເຫດນັ້ນພະຍາແຖນຕ້ອງສົ່ງຟ້າຝົນໃຫ້ຕົກລົງມາໃນໂລກມະນຸດ ແຕ່ມີຂໍ້ຕົກລົງວ່າ: ຊາວໂລກຈະຕ້ອງເຮັດບຸນບັ້ງໄຟ ແລ້ວຈູດຂຶ້ນ ເພື່ອໄປບອກດ້ວຍວ່າ: ຕ້ອງການຝົນເມື່ອໃດ ເວລາໃດ ຍາມໃດ.

     ( pho to by:Pong Phoonsab Tvs)

    ດັ່ງນັ້ນ ເມື່ອເຖິງລະດູການເຮັດນາ ຊາວນາ ຕ້ອງການຝົນ ກໍ່ຕ້ອງເຮັດບຸນບັ້ງໄຟ ເພື່ອຈູດບັ້ງໄຟຂຶ້ນເມືອບອກພະຍາແຖນ ເປັນສັນຍານໃຫ້ຮູ້ ເພື່ອໃຫ້ພະຍາ ແຖນດົນບັນດານຝົນຕົກລົງມາ. ດ້ວຍເຫດຄວາມເຊື່ອທີ່ກ່າວມານີ້ ຈຶ່ງໄດ້ມີການເຮັດບຸນບັ້ງໄຟ ຈົນເຖິງປັດຈຸບັນນີ້.

     ( pho to by:Pong Phoonsab Tvs)


    ບັນດາບັ້ງໄຟທີ່ບ້ານຕ່າງໆນຳມາຈູດໃນງານຄັ້ງນີ້

     ( pho to by:Pong Phoonsab Tvs)

    ຫຼັງຈາກຫລິ້ນບຸນບັ້ງໄຟແລ້ວ ກໍໄດ້ເວລາພັກຜ່ອນເລາະຊົມນໍ້າຊອງໃນຍາມຄໍ່າ ມາຄັ້ງໃດກໍຍັງປະທັບໃຈ

     ( pho to by:Pong Phoonsab Tvs)
     ຂົວຂ້າມນໍ້າຊອງ ຖືເປັນແລນມາກສຳຄັນ ທີ່ໄປວັງວຽງແລ້ວຕ້ອງໄດ້ໄປໄຕ່ ຫລື ຖ່າຍຮູບຢູ່ຂົວແຫ່ງນີ້

     ( pho to by:Pong Phoonsab Tvs)
     ອີກມູມຫນຶ່ງຂອງຂົວຂ້າມນໍ້າຊອງ ຖືເປັນແລນມາກສຳຄັນ ທີ່ໄປວັງວຽງແລ້ວຕ້ອງໄດ້ໄປໄຕ່ ຫລື ຖ່າຍຮູບຢູ່ຂົວແຫ່ງນີ້

     ( pho to by:Pong Phoonsab Tvs)
     ພາບມູມສູງທຳມະຊາດພູຜາເມືອງວັງວຽງ ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ທຳມະຊາດ ທິວທັດ​ພູຜາປ່າດົງ  ກາຍເປັນມົນສະເຫນທີ່ບໍ່ເຄີຍຈາງຫາຍ
     ( pho to by:Pong Phoonsab Tvs)
      ອີກພາບມູມສູງທຳມະຊາດພູຜາເມືອງວັງວຽງ ໜຶ່ງ​ໃນ​ເມືອງ​ທ່ອງ​ທ່ຽວ​ຍອດ​ນິຍົມ​ ຫ່າງ​ຈາກ​ນະຄອນຫຼວງວຽງ​ຈັນ​ໄປ​ທາງ​ທິດ​ເໜືອປະມານ 160 ກມ ​
     ( pho to by:Pong Phoonsab Tvs)

    ---------------------
    ປະເທດລາວ: ຄວາມງາມທີ່ສຳພັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com














     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger