New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Monday, November 13, 2017

    ເມືອງຮ້ຽມ ແຂວງຫົວພັນ ເຄີຍໄປ ຫຼື ຍັງ?



     ເມືອງ ຮ້ຽມ ແຂວງຫົວພັນ ເປັນເມືອງສ້າງຕັງຂຶ້ນໃຫມ່ຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 338/ນຍ, ລົງວັນທີ 5 ທັນວາ 2013  ເຊິ່ງພິທີປະກາດແຍກແລະ ປ່ຽນຊື່ເມືອງວຽງທອງ ເປັນເມືອງຊ່ອນ ແລະ ເມືອງ ຮ້ຽມ ເມື່ອວັນທີ 24 ມັງກອນ 2014 .

     ເມືອງວຽງທອງໄດ້ຮັບການສ້າງຕັ້ງຂຶ້ນຢ່າງ ເປັນທາງການ ໃນວັນທີ 27 ກໍລະກົດ 1976 ໂດຍໂຮມເອົາເມືອງຊ່ອນ ແລະ ເມືອງ ຮ້ຽມ​ ເຂົ້າເປັນເມືອງດຽວ ມີພົນລະ ເມືອງ 27 ພັນ ກວ່າຄົນ, ຍິງ 13 ພັນກວ່າຄົນ, ມີ 69 ບ້ານ ແບ່ງເປັນ 10 ກຸ່ມບ້ານ, ອັດຕາຄວາມທຸກຍາກກໍ່ຍັງສູງກວມເຖິງ49,87% ຂອງຄອບ
    ຄົວທັງ ໝົດ ຊຶ່ງຕະຫຼອດໄລຍະ 38 ປີທີ່ຜ່ານມາເຖິງແມ່ນວ່າ ເມືອງ ວຽງທອງ ຈະໄດ້ຮັບການພັດທະນາ ໃນທຸກດ້ານ ດີຂຶ້ນ ເປັນກ້າວໆ ແຕ່ເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ກໍ່ຄືການສ້າງ ເງື່ອນໄຂໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມສະດວກ, ມີຈຸດສຸມ ແລະ ໄວຂຶ້ນກວ່າເກົ່າ. ດັ່ງນັ້ນ, ພັກ-ລັດ ຖະບານຈຶ່ງໄດ້ຕົກລົງແບ່ງອອກ ເປັນສອງເມືອງຄືເກົ່າຄື: ເມືອງຊ່ອນ ແລະ ເມືອງຮ້ຽມ.


    ເມືອງ ຮ້ຽມ ກໍເປັນເມືອງເກົ່າແກ່ທີ່ເຄີຍ ເປັນສ່ວນໜຶ່ງຂອງແຂວງຫຼວງ ພະບາງ ແລະ ແຂວງຫົວພັນ; ມີ ເນື້ອທີ່ທັງໝົດ 1.581 ກິໂລຕາ ແມັດ, ປະກອບມີ 37 ບ້ານ, ແບ່ງ ເປັນ 5 ກຸ່ມບ້ານ, ມີພົນລະເມືອງ 13.277 ຄົນ,ຍິງ 6.719 ຄົນ(ສະຖິຕິປີ2014)

     ເມືອງຊ່ອນ ເປັນເມືອງເກົ່າແກ່ ຂອງ ແຂວງ ຫົວພັນ ໄດ້ຮັບນາມມະຍົດ ເປັນເມືອງວິລະຊົນແຫ່ງຊາດ, ມີ ເນື້ອທີ່ 2.072 ກິໂລຕາແມັດ, ປະ ກອບມີ 32 ບ້ານ, ແບ່ງເປັນ 5 ກຸ່ມບ້ານ, ມີພົນລະເມືອງ 14.450 ຄົນ, ຍິງ 7.034 ຄົນ(ສະຖິຕິປີ2014)





    ຮູບໂດຍ:Khamphui Invixay
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger