New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Friday, June 23, 2017

    ເຮືອນໄມ້ບູຮານລາວແບບຕ່າງໆ


    ເຮືອນໄມ້ບູຮານລາວ ແບບຮ່ວມສະໄຫມ ຕ່າງ ຍັງພໍມີໃຫ້ພົບເຫັນຢູ່ ແຕ່ກໍ່ຍັງເຫລືອນ້ອຍແລ້ວ ອີກບໍ່ 10 ປີ ເຮືອນດັ່ງກ່າວກໍ່ຄົງເພພັງ ຫລືດັດແປງ ຫລືມ້າງໄປເປັນເຮືອນກໍ່ ເຮືອນໄມ້ເຫລົ່ານີ້ຍັງມີສະເໜ່ ໃຫ້ຫວນລະນຶກເຖິງອະດິດ ທີ່ເຄີຍຢູ່ ທີ່ເຄີຍອາໄສ ຂອງຫລາຍໆຄົນທີ່ເຄີຍມີເຮືອນແບບນີ້

    ເມືອເຫັນເຮືອນແບບເກົ່າໆ ແບບນີ້ແລ້ວ ກໍ່ນຶກເຖິງ ບົດຮຽນຂອງຊັ້ນປະຖົມໃນເມື່ອກ່ອນ ທີ່ກ່າວເຖິງຄົນໃນຄອບຄົວທີ່ອາໄສຢູ່ເຮືອນແບບລັກສະນະແບບນີ້ ເຄີຍທ່ອງແລະເລົ່າກັນຕິດປາກ ທີ່ວ່າ :

    ໃນຄອບຄົວ            ເຮືອນຊານຂອງຂ້ອຍ
    ເອື້ອຍອ້າຍຊ່ອຍ     ພໍ່ແມ່ຄົວກິນ
    ຂ້ອຍໄດ້ຍິນ             ນ້ອງນ້ອຍຂ້ອຍແອ່ວ
    ໄຫ້ແຈ້ວໆ                ຫາແມ່ກິນນົມ
    ຂ້ອຍໄປໂຈມ           ອູ້ມນ້ອງຕາງແມ່
    ເອື້ອຍແລະແມ່       ຂອງຂ້ອຍດີໃຈ
    ຂ້ອຍບໍ່ໄປ                ທ່ຽວແລ່ນແລະຫລິ້ນ
    ກິນເຂົ້າແລ້ວ           ຫາອ່ານຫນັງສື
    ບໍ່ເຮັດຄື                   ເຫມືອນດັ່ງແຕ່ກ່ອນ
     
    ເຮືອນໄມ້ເຫລົ່ານີ້ ແມ່ນໄດ້ບັນທຶກໄວ້ເມື່ອວັນທີ່ 17/06/2017 ທີ່ຜ່ານມານີ້ເອງ ເພື່ອເກັບພາບເຫລົ່ານີ້ໄວ້ໃຫ້ຫລາຍຄົນທີ່ຢາກເຮັດເຮືອນແບບນີ້ອີກຄັ້ງ ຈະໄດ້ເບິ່ງເປັນແບບຢ່າງ

    ບັນດາເຮືອນໄມ້ເຫລົ່ານີ້ແມ່ນຢູ່ແຖວບ້ານ ຫາດດອກແກ້ວ , ຫົວຫ້າ , ໂພເງິນ , ໂພສີ , ສະຫວ່າງ , ປ່າຫງ່າວ , ຈອມທອງ ເຂດບ້ານຫ້ອມ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ

    ເຊີນຊົມບັນດາເຮືອນໄມ້ແບບຕ່າງໆດັ່ງລຸ່ມນີ້ໄດ້ເລີຍ


       





































    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອະນຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger