New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Wednesday, October 4, 2017

    ງົດງາມ ຊົງຄຸນຄ່າບຸນໄຫລເຮືອໄຟເມືອງຫຼວງພະບາງ...ທ່ານໃດຍັງບໍ່ໄດ້ມາຍັງທັນຢູ່ເດີ


    ບຸນປະເພນີໄຫລເຮືອໄຟຂອງຊາວເມືອງມໍລະດົກໂລກຫຼວງພະບາງ ໄດ້ໝູນມາເຖິງອີກຄັ້ງ ເຊິ່ງປີນີ້ ກົງກັບວັນທີ 5 ຫາ 6 ຕຸລາ 2017.
    ຈຸດເດັ່ນຂອງງານບຸນນີ້ຢູ່ເມືອງມໍລະດົກໂລກ ກໍຄືຈະມີການໃຕ້ຕະກຽງແລະໂຄມໄພຕາມວັດຕ່າງໆ  ເຊິີງບາງວັດກໍເລີ່ມໃຕ້ມາແຕ່ວັນທີ2ຕຸລາກໍມີ. ນອກນັ້ນກໍຍັງມີການເຮັດເຮືອໄຟປະເພດ
    ຕ່າງໆຢ່າງສວຍງາມ ເພື່ອກຽມປ່ອຍລົງສູ່ແມ່ນໍ້າໃນມື້ວັນທີ6ຕຸລາ


    ນອກນັ້ນໃນງານບຸນນີ້ໃນວັນທີ5 ຕຸລາຈະມີການແຫ່ກະໂທງ ເພື່ອປ່ອຍລົງສາຍນໍ້າ. ສ່ວນວັນທີ່6 ຕຸລາ ຈະມີຂະບວນແຫ່ໃຫຍ່ຂອງປາງບຸນໄຫລເຮືອໄຟເມືອງມໍລະດົກໂລກຫຼວງພະບາງທີ່ປະຕິບັດສືບທອດກັນມາ ເພື່ອໄຫລເຮືອໄຟໂດຍເລີ່ມແຕ່ເວລາ 18ໂມງ.

    ມື້ນີ້ລາວໂພສສະກາດ ຈິ່ງຂໍນຳເອົາຮູບພາບງານໃນປີຜ່ານມາໆມານຳສະເໝີ. ສ່ວນງານໃນປີນີ້ ທີມງານ
    ຂອງພວກເຮົາຈະເກາະຕິດ ແລະອັບເດດບັນດາຮູບພາບຕ່າງໆໃຫ້ທ່ານໄດ້ເບິ່ງຢ່າງເຕັມອີ່ມແນ່ນອນ






    ຮູບໂດຍ:pong phoonsab tvs


    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger