New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Tuesday, October 17, 2017

    ສະຖາປັດຕະຍະກຳ ຫໍໄຕວັດຫນອງລໍາຈັນ... ສ້າງຂຶ້ນດ້ວຍໄມ້ ໂດຍບໍ່ມີການໃຊ້ຕະປູຈັກດອກ



    ຫໍໄຕ ທີ່ວັດຈັນທະສາໂຣ ຫລື ທີ່ຊາວບ້ານເອີ້ນວ່າວັດຫນອງລຳຈັນ ເຊິ່ງເປັນສະຖາປັດຕະຍະກຳເຄື່ອງໄມ້ທີ່ສະທ້ອນສີມືຊ່າງ, ຊາວ ບ້ານລ້ານຊ້າງໃນອາດີດປະກາດຄວາມຍິ່ງໃຫຍ່ທາງພູມປັນຍາທາງຊ່າງ ທີ່ຖ່າຍທອດກັນມາຫລາຍຊົ່ວອາຍຸ ຄົນຖ້າຈະເວົ້າເຖິງຄວາມໂດດ ເດັ່ນທາງສະຖາປັດຕະຍະກຳ ແລະ ບູຮານວັດຖຸ.



     ຫໍໄຕແຫ່ງນີ້ສ້າງຂຶ້ນນັບຮອຍປີມາແລ້ວເປັນໄມ້ທັງຫລັງ ໂດຍບໍ່ມີການໃຊ້ຕະປູຈັກດອກ ຕົວເຮືອນຢູ່ເທິງເສົາໄມ້ສູງປະມານ 6 ແມັດລວມ 20 ຕົ້ນ ຫໍໄຕແຫ່ງນີ້ຕັ້ງຢູ່ເທິງຫນ້ານ້ຳໜອງຈັນເພື່ອປ້ອງກັນປວກ ແລະແມງໄມ້ເປັນ ພູມປັນຍາທີ່ສືບທອດກັນມາຫໍໄຕແຫ່ງນີ້ເປັນບ່ອນເກັບມ້ຽນ"ຫນັງສືຜູກ".


     ເຊິ່ງຫມາຍເຖິງຫນັງສືທີ່ຈານລົງຫນ້າໃບລານແລ້ວມັດເປັນເຫລັ້ມ ເອີ້ນວ່າ 1 ຜູກ ແລະ ທີ່ສຳຄັນ ເມືອປີ 2000 ມີ ຫນ່ວຍງານອະນຸລັັກຫນັງສືໃບລານລາວໄດ້ເຮັດການສຳຫລວດ ຈິ່ງຮູ້ວ່າ ທີ່ຫໍໄຕແຫ່ງ ນີ້ມີຈຳນວນຫນັງສືຜູກຫລາຍທີ່ສຸດໃນລາວ ແລະ ຍັງມີຄວາມຫລາກຫລາຍທາງດ້ານເນື້ອຫາຫລາຍທີ່ສຸດອີກດ້ວຍ ມີຕັ້ງແຕ່ຄໍາສອນທາງ ສາສະຫນາ, ບົດຜະຫຍາ, ນິທານ, ຄະຕິທຳ, ກອນລຳ, ຕຳລາຢາພື້ນເມືອງ ແລະ ອື່ນໆ.

     ບ່ອນນີ້ຈິ່ງເປັນເຫມືອນຂອງຕັກສີລາແຫ່ງລຸ່ມ ນ້ຳຂອງ ທີ່ຜູ້ຄົນສອງຝັ່ງໄດ້ໃຊ້ເປັນບ່ອນສຶກສາຫາຄວາມຮູ້ທັງພະສົງ, ແພດພື້ນເມືອງຈາກລາວ ແລະ ຝັ່ງໄທເມື່ອໄດ້ຊາບຄວາມສຳຄັນນີ້.


    ວັດຈັນທະສາໂຣ ຫລື ວັດໜອງລຳຈັນ ຕັ້ງຢູ່ ບ້ານໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ ຊຶ່ງຫ່າງຈາກຕົວເມືອງໄກສອນ ພົມວິຫານໄປທາງທິດຕາເວັນອອກ ປະມານ 60 ກິໂລແມັດ ພາຍໃນວັດ ຊຶ່ງປະກອບດ້ວຍ ພຸດທະສີມາ(ສິມ), ຫໍແຈກ, ຫໍທະມາດ, ຫໍພະ, ຫໍໄຕ ແລະອື່ນໆ










    ຂອບໃຈຮູບງາມໆຈາກເຟຈKonsangphap-ຄົນສ້າງພາບ
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger