New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Saturday, November 11, 2017

    ງາມທົ່ງນາເມືອງກາສີ


     ເມືອງກາສີ ແຂວງວຽງຈັນ  ເປັນອີກຫນຶ່ງເມືອງທີ່ມີທົ່ງນາສວຍງາມທັງຕາມເສັ້ນທາງຈາກກາສີໄປ
    ເມືອງນານ ແລະກາສີ ຫາເມືອງພູຄູນ


     ໃນຮູບນີ້ ແມ່ນທົ່ງນາ ຕາມເສັ້ນທາງຈາກກາສີຫາເມືອງພູຄູນ ເຊິ່ງຖ່າຍໃນຕົ້ນເດືອນຕຸລາຜ່ານມາ.
    ນອກຈາກທົ່ງນາທີ່ສວຍງາມແລ້ວ ເມືອງກາສີຍັງມີທຳມະຊາດທີ່ສວຍງາມ ທີ່ເປັນທ່າແຮງຂອງການ
    ທ່ອງທ່ຽວຫາກມີການຂຸດຄົ້ນແລະພັດທະນາຢ່າງຈິງຈັງ ເພາະດ້ວຍທີ່ຕັ້ງຫ່າງຈາກເມືອງວັງວຽງ
    ປະມານ60ກິໂລແມັດ ຈິ່ງມີຄວາມອາດສາມາດດຶງດູດນັກທ່ອງທ່ຽວທີ່ມາທ່ຽວເມືອງວັງວຽງໃຫ້ເດີນ
    ທາງມາເມືອງກາສີໄດ້ບໍ່ຍາກ.



     ນອກນັ້ນຍັງມີສະຖານທີ່ທ່ອງທ່ຽວທີ່ສຳຄັນ ກໍຄືຖໍ້າຂຸນລາງ ເຊິ່ງຕັ້ງຢູ່ຕາມເສັ້ນທາງກາສີເມືອງນານ ຫ່າງຈາກຕົວເມືອງກາສີປະມານ30ກິໂລແມັດ. ຫາກທ່ານໃດມີເວລາ ກໍລອງໄປສຳຜັດເບິ່ງທຳມະຊາດໃນເຂດນັ້ນຍັງອຸດົມສົມບູນຢູ່.





    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger