New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Wednesday, November 15, 2017

    ພູຜາຫມ່ານ ເມືອງຄູນຄຳ ແຂວງຄຳມ່ວນ


    ຈຸດຊົມວິວພູຜາຫມ່ານ ຫ່າງຈາກ ບ້ານນາຫີນ ເມືອງຄຸນຄຳ ແຂວງຄຳມ່ວນ ປະມານ 10 ກມ ໄປທາງທິດຕາເວັນຕົກ ຕາມເສັ້ນທາງເລກທີ 8 ເຊິ່ງເປັນຈຸດຊົມຄວາມງົດງາມທາງທຳມະຊາດສ້າງຂຶ້ນ ເຊິ່ງໃນບໍລິເວນນີ້ຈະສາມາດແນມເຫັນຫີນໜາມໜໍ່ ທີ່ເກີດຂຶ້ນເປັນເວລາຫຼາຍລ້ານປີ.

    ໜ້າຜາ, ຮອຍແຍກແຕກແຮງ, ຮອງຫີນປູນ ທີ່ເກີດຈາກຂະບວນການທາງທໍລະນີນີ້ ຍັງສາມາດເປັນບ່ອນລີ້ຊ້ອນຂອງສັດສາວາສິ່ງທີ່ສາມາດປັບຕົວເຂົ້າກັບບໍລິເວນນີ້ໄດ້


    ທີ່ນີ້ຈະເປັນຈຸດພັກຂອງນັກເດີນທາງທີ່ມັກແວ່ພັກຊົມຄວາມງົດງາມຂອງທຳມະຊາດ. ຢ່າງໃດກໍຕາມໃນປີທ່ອງທ່ຽວລາວ2018 ຄວນມີການປັບປຸງພັດທະນາຕື່ມ ເພາະໃນແຕ່ລະມື້ມີຄົນກາຍທາງຈອດລົດຜັກຜ່ອນຢູ່ຈຸດນີ້ຫລາຍສົມຄວນນໍ ໂດຍສະເພາະກໍແມ່ນຜູ້ທີ່ຈະໄປທ່ຽວຖໍ້າກອງລໍ ກໍມັກມາແວ່ຢູ່ຈຸດນີ້ແຕ່ຜ່ານມາເຫັນວ່າຍັງຂາດການພັດທະນາ ແລະ ເອົາໃຈໃສ່.











    ຮູບໂດຍ:Kizuna Chanthavong
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger