New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Saturday, December 2, 2017

    ແຫ່ຜາສາດເຜິ້ງ ບູຊາພຣະທາດອີງຮັງ


    ໃນຕອນບ່າຍວັນທີ 2ທັນວາ ເຊິ່ງກົງກັບ ຂຶ້ນ14 ຄໍ່າ ເດືອນ 1 ພ ສ 2560 ມວນຊົນຊາວພຸດຈາກເຫນືອເຖິງໃຕ້ ໄດ້ເຂົ້າຮ່ວມ ແຫ່ຜາສາດເຜິ້ງບູຊາພຣະທາດອີງຮັງ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ

     ພະທາດອີງຮັງ ແມ່ນປູຊະນິຍະສະຖານທີ່ເກົ່າແກ່ຍາວນານທາງປະຫວັດສາດແຫ່ງໜຶ່ງຂອງ
    ແຂວງສະຫວັນນະເຂດ, ໄດ້ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງຮຸ່ງເຮືອງ ປະມານປີ ພ.ສ 2400 ເຊິ່ງໃນຄາວນັ້ນ ເປັນອານາຈັກຂອງເຈົ້າສຸມິດຕະທຳ ວົງສາ ສ້າງຂຶ້ນ.

    ມາໃນປະຈຸບັນ ໄດ້ເປັນສະຖານທີ່ສັກກາລະບູຊາ ຂອງຊາວແຂວງສະຫວັນນະເຂດ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມານັ້ນຄື: ພໍຮອດເດືອນຈຽງເພັງຂອງທຸກໆປີ ຊາວແຂວງສະຫວັນນະເຂດ ກໍ່ຄືຊາວເມືອງໄກສອນພົມວິຫານ ໄດ້ພ້ອມກັນສະເຫຼີມສະຫຼອງ ຈັດງານບຸນນະມັດສະການພະທາດອີງຮັງປະຈຳປີຂຶ້ນ ດ້ວຍຄວາມຄຶກຄື້ນ ແລະເບີກບານມ່ວນຊື່ນ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ.






    ຮູບຈາກເຟສບຸກ Souksavanh Sisuvanh 

    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger