New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Tuesday, January 23, 2018

    ທິວທັດມູມສູງຂອງເມືອງລາວທີ່ຫາເບິ່ງໄດ້ຍາກ ຖ່າຍໂດຍຊ່າງພາບ Houmphet Manisouk


    ໃນລະຫວ່າງ  ອອກຈາກນະຄອນຫລວງວຽງຈັນ ສູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍສາຍການບິນລາວເດີນອາກາດ ພາສາອັງກິດ Lao Skyway  ເມື່ອວັນທີ 23/01/2018  ຂອງHoumphet Manisouk  ອີກຫນຶ່ງຊ່າງພາບທີ່ມີຜົນງານຫຼາກຫຼາຍໃຫ້ສັງຄົມໄດ້ເບິ່ງໄດ້ເຫັນ ກໍບໍ່ເຮັດໃຫ້ພວກເຮົາຜິດຫວັງ ເມື່ອໄດ້ເອົາໂອກາດດັ່ງກ່າວຖ່າຍພາບຄວາມງົດງາມຂອງເມືອງລາວຕາມສາຍທາງບິນສູ່ແຂວງບໍ່ແກ້ວ.




     ບິນອອກຈາກສະໜາມບິນວັດໄຕ ໃຊ້ເວລາ 20 ນາທີ ກໍ່ຮອດຜາຕັ້ງວັງວຽງ ຈາກນັ້ນກໍ່ບິນເຂົ້າສູ່ແຂວງໄຊຍະບູລີ ສູ່ແຂວງບໍ່ແກ້ວ ກ່ອນຈະລົງເດິ່ນຫ້ວຍຊາຍ ຍົນຈະບິນເວີນລຽບນ້ຳຂອງຈະເຫັນຂົວມິດຕະພາບລາວ-ໄທ ລະຫວ່າງ ບໍ່ແກ້ວ-ຊຽງຣາຍດ້ວຍ.

    ອອກຈາກວຽງຈັນ ໃຊ້ເວລາບິນ 20 ນາທີ ກໍເຫັນວັງວຽງ-ຜາຕັ້ງ ໃນຕອນເຊົ້າຈະເຫັນສາຍໝອກຜ່ານພູວ່າງຜາເຂດປ່າຫິນປູນ ງົດງາມອີຫລີ













     ນ້ຳຂອງ ເຂດໄຊຍະບູລີ ມີຄວາມງົດງາມຕາມແບບທຳມະຊາດ



    ທິວທັດທຳມະຊາດ ເຂດແຂວງບໍ່ແກ້ວ ຍັງເຫັນປ່າໄມ້ຂຽວງາມ



    ຮູບໂດຍ:Houmphet Manisouk
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger