New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Wednesday, February 7, 2018

    ສີສັນງານບຸນດອກງິ້ວບານ ເມືອງຕົ້ນເຜິ້ງ


     ເທດສະການບຸນດອກງິ້ວບານ  ໄດ້ຈັດຂຶ້ນຢ່າງເປັນທາງການເມື່ອທ້າຍເດືອນມັງກອນຜ່ານມາທີ່ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ  ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ



    ການຈັດເທດສະການບຸນດອກງິ້ວບານໃນຄັ້ງນີ້ ຈຸດປະສົງເພື່ອ ເປັນການປົກປັກຮັກສາ ແລະ ເສີມຂະຫຍາຍ ຮີດຄອງປະເພນີອັນດີງາມ ຂອງແຂວງບໍ່ແກ້ວ ກໍ່ຄື ປະຊາຊົນເມືອງຕົ້ນເຜິ້ງ ທີ່ໄດ້ສືບທອດປະຕິບັດກັນມາແຕ່ດົນນານ. ພ້ອມດຽວກັນນີ້, ກໍ່ຍັງເປັນການເປີດປີທ່ອງທ່ຽວລາວ 2018 ເຊິ່ງແຂວງບໍ່ແກ້ວ ໄດ້ຖືເອົາວຽກງານພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອໃຫ້ສົມດັ່ງຄໍາຂວັນ ທີ່ວ່າ: "ທ່ອງທ່ຽວເມືອງລາວ, ຮຽນຮູ້ປະຫວັດສາດ, ຊື່ນຊົມທໍາມະຊາດ ແລະ ອະນຸລັກສົ່ງເສີມວັດທະນະທໍາ". ໂດຍຖືເອົາການພົວພັນຮ່ວມມື ກັບບັນດາປະເທດ ໃນອະນຸພາກພື້ນ ແລະ ສາກົນ ແນໃສ່ເພື່ອຊຸກຍູ້ສົ່ງເສີມ ການທ່ອງທ່ຽວແບບຍືນຍົງ ແລະ ກວ້າງຂວາງຂຶ້ນ.



    ວັນນີ້ແອັດມິນ ຈິ່ງຂໍນຳເອົາສີສັນໃນງານດັ່ງກ່າວມານຳສະເຫນີໃຫ້ໄດ້ເບິ່ງໄດ່ຊົມກັນອີກເທື່ອ ຈັງໃດກໍຕ້ອງຂໍຂອບໃຈຮູບງາມຈາກຊ່າງພາບHoumphet Manisouk














    ຮູບງາມໆໂດຍ: Houmphet Manisouk
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger