ມະຫານະທີ ສີພັນດອນ ແຂວງຈຳປາສັກ ໄດ້ກາຍເປັນເຂດທ່ອງທ່ຽວທີ່ນິຍົມກັນຫຼາຍທັງພາຍໃນແລະຕ່າງປະເທດ ດ້ວຍຄວາມເປັນສະຖານທີ່ທ່ອງທ່ຽວທີ່ອຸດົມໄປດ້ວຍຊັບພະຍາກອນທາງທຳມະຊາດ ແລະ ລະບົບນິເວດວິທະຍາ.
ອີກທັງທິວທັດທີ່ໂດດເດັ່ນ ແລະ ສວຍງາມ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ພົບເຫັນ ເກີດຈາກທຳມະຊາດເຊິ່ງປະກອບດ້ວຍປ່າຕຶບໜາອັນຂຽວງາມ ແລະ ໜ່ວຍພູສູງທຽມຟ້າ, ເມື່ອແນມໄປທາງຕາເວັນຕົກ ຫຼື ທິດໃຕ້ ຈະເຫັນທຳມະຊາດທີ່ກົມກືນເຂົ້າກັບດອນຕ່າງໆ,ຫາດຊາຍ,ປ່າຊາຍ,ເກາະດອນນ້ອຍໃຫຍ່ ເຕັມໄປທົ່ວລຳແມ່ນ້ຳຂອງທີ່ກວ້າງໃຫຍ່,ມີໂງ່ນຫີນ ແລະ ໜ້າຜາທີ່ສະຫຼັບສັບຊ້ອນຈົນກາຍເປັນແຫຼ່ງນ້ຳຕົກຕາດ,ແກ້ງ,ດອນຫຼວງຫຼາຍເກີນທີ່ຈະບັນຍາຍ ແລະທີ່ສຳຄັນ ເຂດມະຫານະທີສີພັນດອນຍັງເປັນທີ່ຕັ້ງຂອງ “ນ້ຳຕົກຕາດຄອນພະເພັງ”ແລະ“ນ້ຳຕົກຕາດສົມພະມິດ ຫຼື ຫຼີຜີ” ທີ່ມີຊື່ສ່ຽງໂດ່ງດັງພາຍໃນ ແລະ ຕ່າງປະເທດ.
ບໍ່ພຽງເທົ່ານັ້ນ ໃນຮູບນີ້ ແມ່ນນໍ້າຕົກຫົວຄອນໃຫຍ່ ເປັນນ້ຳຕົກອີກແຫ່ງໜຶ່ງທີ່ຫຍິ່ງໃຫຍ່ຂອງສາຍແມ່ນ້ຳຂອງ ຕັ້ງຢູ່ຊາຍແດນລາວກຳປູເຈຍ ເມືອງໂຂງແຂວງຈຳປາສັກ ຫາກທ່ານໄດ້ມີໂອກາດລົງໄປກໍຢ່າລື່ມແວ່ໄປເບິ່ງໄປຢາມຕື່ມນໍ
ຂອບໃຈຮູບງາມໆໂດຍAnouphon Phomhacsar, Phoonsab Thevongsa
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty
ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com
All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com