New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Friday, March 9, 2018

    ນ້ຳຕົກຕາດສູງ ແຂວງສາລະວັນ ສູງເອົາແທ້ສົມຄຳລ້ຳລື


    ນໍ້າຕົກຕາດສູງ ຫຼື ເອີ້ນກັນອີກຊື່ໜຶ່ງວ່າ: ນໍ້າຕົກຕາດເຊເສັດ ເປັນແຫຼ່ງທ່ອງທ່ຽວທີ່ລືຊື່ຂອງແຂວງສາລະວັນ ເຊິ່ງມີຕົ້ນກຳເນີດມາຈາກສາຍນ້ຳເຊເສັດ ທີ່ມີຄວາມສູງປະມານ 70 ແມັດ ຕັ້ງຢູ່ບ້ານຄຽງຕາດສູງ ເມືອງ ເລົ່າງາມ ແຂວງສາລະວັນ ໂດຍໄດ້ເລີ່ມເປີດບໍລິການໃຫ້ແກ່ນັກທ່ອງທ່ຽວໄດ້ທ່ຽວຊົມມາແຕ່ປີ 1992 ເປັນຕົ້ນມາ.





    ນ້ຳຕົກຕາດດັ່ງກ່າວ ມີປະຫວັດຄວາມເປັນມາພ້ອມໆກັບການສ້າງບ້ານຄຽງຕາດສູງ ໂດຍມີຜູ້ນຳຂອງເຜົ່າແງະທີ່ໄດ້ຕັ້ງຖິ່ນ ຖານແຄມແມ່ນ້ຳເຊເສັດ ບ່ອນທີ່ມີຄວາມອຸດົມສົມບູນທາງທຳມະຊາດ ແລະ ມີຄວາມສະດວກສະບາຍໃນການດຳລົງຊີວິດ, ສະນັ້ນ ພາຍໃນບ້ານ ກໍ່ໄດ້ປຶກສາຫາລືກັນວ່າ ຈະຕັ້ງຊື່ບ້ານແນວໃດ ແລະ ມີເຖົ້າແກ່ຄົນໜຶ່ງສະເໜີຂຶ້ນວ່າ: ບ້ານເຮົາມີທີ່ຕັ້ງເໝາະສົມ ແລະ ມີນ້ຳຕົກຕາດທີ່ສູງຊັນ, ມີຄວາມສວຍງາມເຮົາຄວນໃສ່ຊື່ບ້ານຕິດພັນກັບທໍາມະຊາດອັນງົດງາມນີ້. ຜ່ານການປຶກສາຫາລືພາຍໃນບ້ານ ຈຶ່ງຕົກລົງເອກະພາບກັນໃນການຕັ້ງຊື່ບ້ານວ່າ: ບ້ານ ຄຽງຕາດສູງ ແລະ ເອີ້ນຊື່ນ້ຳຕົກຕາດດັ່ງກ່າວວ່າ: ນ້ຳຕົກຕາດສູງ ຈົນເທົ່າທຸກວັນນີ້.








    ຮູບງາມໆໂດຍ:S-Media Sonepasit Sone
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger