ແຂວງຂຽງຂວາງເປັນດິນແດນທີ່ມີປະຫວັດສາດມາດົນນານ ນັ້ນກໍຄືດິນແດນເມືອງພວນອັນລືຊື່. ປັດຈຸບັນ ເມືອງແປກແຂວງຊຽງຂວາງ ກຳລັງໄດ້ຮັບການພັດທພະນາຢ່າງວ່ອງໄວ ເຮັດໃຫ້ຫລາຍຄົນຈາກບ້ານໄປດົນຫວນກັບມາອີກຄັ້ງກໍຕ່າງຫູຕ່າງຕາຢ່າງຈະແຈ້ງ.
ຍິ່ງປັດຈຸບັນກຳລັງສຸມໃສ່ພັດທະນາພື້ນຖຸານໂຄງລ່າງຮອງຮັບກີລາແຫ່ງຊາດທີ່ຈະເປີດສາກຂຶ້ນໃນປີ2018 ເຮັດໃຫ້ການພັດທະນາມີໃບຫນ້າໃຫມ່ ແລະ ກາຍເປັນເມືອງຫນຶ່ງທີ່ງົດງາມ.
1. ປະຫວັດຄວາມເປັນມາຂອງເມືອງແປກ.
ດິນແດນເມືອງແປກ ແຂວງຊຽງຂວາງ ໃນເມື່ອກ່ອນ ມີຂອບເຂດຊາຍແດນຕິດກັບບັນດາແຂວງ ແລະ ເມືອງອື່ນໆຄື: ທິດເໜືອຕິດກັບແຂວງຫົວພັນ, ທິດໃຕ້ຕິດກັບແຂວງວຽງຈັນ, ທິດຕາເວັນອອກສ່ຽງເໜືອ ຕິດກັບເມືອງຄຳ, ທິດຕາເວັນອອກສ່ຽງໃຕ້ຕິດ ກັບເມືອງຄູນ, ທິດຕາເວັນຕົກສ່ຽງເໜືອຕິດ ກັບແຂວງຫຼວງພະບາງ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງວຽງຈັນ.
ໃນເມື່ອກອ່ນ ເມືອງແປກຂອງພວກເຮົາ ມີກຸ່ມຄົນບໍ່ດີສ້າງຄວາມວຸ່ນວາຍຂຶ້ນຢູ່ທິດຕ່າງໆຂອງເມືອງ, ເພື່ອສະດວກໃນການປົກຄອງ ແລະ ປົກປັກຮັກສາລະບອບໃໝ່ຂອງຊາດ. ດັ່ງນັ້ນ, ພາຍຫຼັງໄດ້ຮັບການປົດປ່ອຍສະຖາປານາ ສປປ ລາວ ວັນທີ 2 ທັນວາ 1975 ມາໃນປີ 1986 ຂັ້ນເທິງໄດ້ແບ່ງອອກເປັນ 4 ຕາແສງຄື: ຕາແສງທ້າຍ, ຕາແສງເຄິງ, ຕາແສງເສັງ ແລະ ຕາແສງສຸຍ ອອກຕັ້ງຊື່ເປັນ ເມືອງພູກູດ. ມາຮອດວັນທີ 5 ກຸມພາ 1992 ໄດ້ແບ່ງ 2 ຕາແສງຄື: ຕາແສງກາງແສນ ແລະ ຕາແສງແສນອຸດົມ ອອກຕັ້ງຊື່ເປັນເມືອງຜາໄຊ. ນັບຕັ້ງແຕ່ປະເທດຊາດ ໄດ້ຮັບການປົດປ່ອຍເມືອງແປກ ໄດ້ກາຍເປັນເມືອງເທດສະບານ ຂອງແຂວງຊຽງຂວາງ.
ໃນປຶ້ມປະຫວັດສາດເມືອງພວນ ຂອງ ທ່ານ ພູມີ ວົງວິຈິດ ໄດ້ກ່າວໄວ້ວ່າ: ເບິ່ງລວມແລ້ວແຂວງຊຽງຂວາງເປັນແຂວງ ທີ່ມີຊົນເຜົ່າພວນເປັນຈຳນວນຫຼວງຫຼາຍ ຢູ່ປະປົນກັບຊົນເຜົ່າກຶມມຸ ທີ່ໄດ້ເປັນເຈົ້າຂອງດິນແດນແຫ່ງນີ້ ໃນເມື່ອກ່ອນ ແລະ ຕໍ່ມາກໍ່ໄດ້ມີຊົນເຜົ່າມົ້ງ ເຊິ່ງເຂົ້າມາໃນທ້າຍສະຕະວັດທີ XIX.
ຕາມໜັງສືຜູກ ຂຸນບູລົມ ເລື່ອງທ້າວຮຸ່ງ ທ້າວເຈືອງ ໃນເມື່ອກ່ອນ ເມືອງແປກ ມີຊື່ວ່າ: ເມືອງພະກັນ ຫຼື ເມືອງປະກັນ ເຊິ່ງເມືອງແປກ ເປັນເມືອງທີ່ ຂຸນເຈືອງ ໄດ້ສ້າງໄຫຫີນ ເຊິ່ງກາຍເປັນປູ ລິຍະສະຖານ.
ສັງລວມແລ້ວ ຖ້າປຽບທຽບຕາມພົງສາວະດານລາວ ທີ່ໄດ້ກ່າວໄວ້ວ່າ ຂຸນເຈືອງ ເປັນຜູ້ສ້າງໄຫຫີນ ເພື່ອໃສ່ເຫຼົ້າໃນການຮັບໃຊ້ສະຫຼອງໄຊຊນະນະ ຂອງບັນດາຂຸນລີພົນຂອງຂຸນເຈືອງ ປັດຈຸບັນປະເພນີດັ່ງກ່າວ ຍັງເຫຼືອຄ້າງຢູ່ນຳເຜົ່າລາວຈຳນວນໜຶ່ງ ເປັນຕົ້ນແມ່ນເຜົ່າເກິມຸ ກໍ່ຄືການເຮັດເຫຼົ້າໃສ່ໄຫ. ດັ່ງນັ້ນ, ເມືອສົມທຽບຫຼາຍທິດສະດີສັງລວມເຂົ້າກັນແລ້ວ ຈຶ່ງສັນນິຖານໄວ້ວ່າ ມັນແມ່ນມູນຄວາມຈິງ ທີ່ພົງສາວະດານລາວໄດ້ຂຽນໄວ້.
ຕາມການຄົ້ນຄວ້າຂອງນັກບູຮານຄະດີ ໄດ້ຢັ້ງຢືນອາຍຸຂອງໄຫຫີນເມືອງແປກ ແມ່ນມີອາຍຸປະມານ 2500 – 3000 ປີ ເຊິ່ງແມ່ນສະໄໝນໍາໃຊ້ໂລຫະປະກົດຕົວ ໂດຍສະເພາະ ແມ່ນສະໄໝເຫຼັກຢູ່ລາວ ຈົນເຮັດໃຫ້ໄຫຫີນຂອງຊາວເຈືອງ ໄດ້ກາຍມາເປັນປູລິຍະສະຖານມິ່ງຂວັນເມືອງ ທີ່ເກົ່າແກ່ ຂອງປະຊາຊົນລາວ ບັນດາເຜົ່າ ໃນເມືອງແປກ ກໍ່ຄືແຂວງຊຽງຂວາງໃນປັດຈຸບັນ.
ຮູບຈາກເຟສບຸກViengvatsana Vongthongchith
ຂໍ້ມູນຮຽບຮຽງຈາກhttp://xiengkhouang.gov.la
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty
ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com
All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com