New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Friday, May 19, 2017

    ສອງລໍ້ວິຖີລາວ ຈາກປາກລາຍ ສູ່ຫົງສາ ຊົມຄວາມງາມທ້ອງທົ່ງນາແລະວິຖີຊາວບ້ານ(ຕໍ່ຈາກຕອນກ່ອນ)


    ຫລັງຈາກກິນເຂົ້າທ່ຽງ(ກິນເຝີ)ທີ່ເມືອງປາກລາຍ ອິມທ້ອງແລະຜັກຜ່ອນເລັກຫນ້ອຍ ທີມງານພວກເຮົາກໍຄອບລາເຈົ້າພາບ ທ່ານດາວປະດິດ ເສດຖະທິລາດ ຈາກຫ້ອງການ ຖວທ ເມືອງປາກລາຍ ີທ່ເປັດເຈົ້າພາບອາຫານທ່ຽງ ເພື່ອເດີນທາງຕໍ່ໂດຍມີເປົ້າໝາຍປາຍທາງຂອງມື້ນີ້ ກໍຄືມື້ທີ 1 ຂອງການເດີນທາງທີ່ຫຼົງສາ ເຊິ່ງມີໄລຍະທາງຈາກປາກລາຍອີກກວ່າ 230 ກິໂລແມັດ


    ທີມງານພວກເຮົາອອກຈາກປາກລາຍປະມານ 12:30 ໂມງ ຕາມສາຍທາງແຕ່ປາກລາຍຫາໄຊຍະບູູລີ ຈະມີຫຼາຍຈຸດທີ່ພວກເຮົາແວ່ຖ່າຍຮູບ ຮົ້ວໄຮ່ປາຍນາ... ທີ່ສຳຄັນ ຖ່າຍຮູບຕົວເອງແດ່.ໃນຮູບນີ້ຄືທ່ານ ອານຸພົນ ພົມຮັກສາ ຫລື ຫຼາຍຄົນອາດຈຸຮູ້ຈັກໃນເຟສບຸກ anouphon phomhacsar


    ທ່ານ ຕຸ້ຍ (toui noui ouiloui dk) ຫນຶ່ງໃນທີມງານຂອງພວກເຮົາ ເຊິ່ງກໍມີຜົນງານການຖ່າຍຮູບທີຫຼາກຫລາຍ ເພາະໄປມາຫຼາຍທີ່ແລ້ວ

    ການຕັດສິນໃຈເລື່ອກການເດີນທາງໄລຍະລະກູຝົນ ປັດໄຈສຳຄັນກໍແມ່ນລະດູການນີ້ ທຳມະຊາດພູຜາ່ປ່າໄມ້ຈະຂຽວກະຈີ່ ງົດງາມ ແລະ ເປັນລະກູການທີ່ຊາວລາວພວມລົງເຮັດການຜະລິດນາປີ ເຊິ່ງຈະໄດ້ພາບວິຖິຊີວິດຫຼາຍຂຶ້ນ. ແຕ່ກໍຢ່າງທີ່ຮູ້ການຖ່າຍພາບກວ່າຈະໄດ້ມາມັນກໍມີຫຼາຍອຸປະສັກ ແລະທີ່ສຳຄັນ ທຳມະຊາດເປັນຕົວກຳໜົດໂຊກສະຕາໄປນຳ ໃນການອອກທຣີບແຕ່ລະຄັ້ງ.


    ນິ້ຄືທົ່ງນາຢູ່ເມືອງພຽງ ເມືອງທີ່ຂຶ້ນຊື່ວ່າທົ່ງນາພຽງສຸດສາຍຕາແຫ່ງຫນຶ່ງກໍວ່າໄດ້ ແລະ ຖືເປັນຈຸດເດັ່ນອີກແຫ່ງຂອງການເດີນທາງວຜ່ານເສັ້ນທາງນີ້



    ຮອດຕົວເມືອງໄຊຍະບູລີ ພວກເຮົາກໍແວ່ຕື່ມນຳມັນ ແລ້ວກໍອອກເດີິນທາງຕໍ່ເພາະເວລາຍັບຈໍ້ໃກ້ຕະມີອແຕ່ແຕ່ລະໄລຍະທາງແຕ່ໄຊຍິບູລີຫາຫົງສາເຖິງຈະ90 ກິລໂມອມັດ ແຕ່ຕະລອດເສໜັທາງເປັນທາງຕ້າຍຊັ້ຍນແລະຄົດຂ້ຽວ+ ທາງແຄບຫຼາຍ ເີັດໃຫ້ຕ້ອງໃຊ້ເວລາຫຼາຍເຕີບ.

    ລະຫວ່າງດສັ້ນທາງຈາກໄຊຍະບູລີ ຫາຫົງສາ ກຊມີຮູບພາບວິຊີວິດໃຫ້ເກັບບັນຫຼາຍສົມຄວນ ແລະນີ້ຄືຕະຫຼາດຊາວບ້ານທີ່ນຳເອົາພືດຜັກໃນລະກູຝົນມາວາງຂາຍ


    ພວກເຮົາແວ່ອຸດຫນູນ ສາລີນຳຊາວບ້ານ ກໍເລີຍບັນທຶກຮູບພາບໄວ້ຫຼາຍກວ່າຈຸດອື່ນ


    ສາວນ້ອຍມາຂາຍເຄື່ອງຊ່ວຍແມ່ ຫຼັງຈາກທີ່ປິດລະດູຮຽນ



    ພາບບ້ານເຮືອນປະຊາຊົນ ຕາມເສັ້ນທາງໄຊຍະບູລີ-ຫົງສາ



    ປະຊາຊົນກຳລັງກັບຈາກຮົ້ວສວນ, ທີມງານພວກເຮົາໄດ່້ແວ່ເອົາເຂົ້າຫນົມແລະອຸປະກອນການຮຽນມອບໃຫ້ເລັກຈຳນວນຫນຶ່ງ  ເຊິ່ງເຫັນວ່າຊາວບ້ານດີໃຈຫຼາຍ.



    ສະຫຼຸບແລ້ວການເດີນທາງໃນມື້ທີ1 ຂອງພວກເຮົາ ກໍຄືແຕ່ນະຄອນຫຼວງວຽງຈັນ ເຖິງເມືອງຫົງສາແຂວງໄຊຍະບູລີ ມີໄລຍະທາງປະມານ 400 ກວ່າກິໂລແມັດ ກິນເວລາໄປປະມານ 13 ຊົ່ວໂມງ ເພາະທີມງານພວກເຮົາໄປຮອດທີ່ພັກກໍຄືຫົງສາຣີ ສອດປະມານ 19:30 ໂມງ.

    ສ່ວນຕອນຕໍ່ໄປ ຈະເປັນການເດິີນທາງທີ່ທໍລະຫົດ ແລະ ກັນດານທີ່ສຸດຂອງທຣີບນີ້  ແລະ ມີເລືື່ອງເລົ່າຂານຫຼາຍກວ່າໝູ່ນັ້ນກໍຄື  ຈາກຫົງສາ ສູ່ເມືອງຫ້ວຍຊາຍແຂວງບໍ່ແກ້ວ(ກະລຸນາຕິດຕາມ ໄດ້ໃນວັນພຸດທີ 24 ພຶດສະພາ ນີ້)


    ---------------------
    ປະເທດລາວ: ຄວາມງາມທີ່ສຳພັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com





     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger