New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Sunday, May 21, 2017

    ເສັ້ນທາງຈະບໍ່ດີ ແຕ່ຮົ່ມເຢັນໄດ້ດ້ວຍພຶກສາ

    ເສັ້ນທາງຈະບໍ່ດີ ແຕ່ຮົ່ມເຢັນໄດ້ດ້ວຍພຶກສາ

    ເສັ້ນທາງແຕ່ສາມແຍກ ຈີ່ນາຍໂມ້ ໄປຊອດຮອດທາງບ້ານສີຖານໃຕ້ ສະຖານີດາວທຽມ ປະຈຸບັນ ແມ່ນຢູ່ໃນຂັ້ນຕອນຂອງການກໍ່ສ້າງ ເຊິ່ງປະຈຸບັນຈາກ ສາມແຍກຈີ່ນາຍໂມ້ ຫາ ບ້ານບໍ່ໂອ ແມ່ນສຳເລັດໄປແລ້ວເປັນສ່ວນຫລາຍ ແຕ່ບ້ານບໍ່ໂອ ຫາ ບ້ານຫ້ອມ ແລະບ້ານຫ້ອມຮອດບ້ານສີຖານໃຕ້ນັ້ນແມ່ນຍັງທາງທີ່ບໍ່ທັນໄດ້ປົວແປງແລະກໍ່ສ້າງເທື່ອ ແຕ່ ເສັ້ນທາງດັ່ງກ່າວ ກໍຍັງມີ ກໍ່ຍັງມີບວກ ມີຂຸມ ແລະຂີ້ຝຸ່ນຢູ່ ສິ່ງເຫລົ່ານັ້ນ ອີກບໍ່ດົນຄົງຈະຫມົດໄປແລ້ວເພາະໂຄງການເພິ່ນຄົງຈະສ້າງໃຫ້ແລ້ວກ່ອນປີ 2020



    ແຕ່ສິ່ງທີ່ຈະນຳສະເຫນີມື້ນີ້ກໍ່ແມ່ນ ຄວາມງົດງາມຂອງບັນດາພຶກສານາໆພັນ ໂດຍສະເພາະຕົ້ນສາມສາ
    ທີ່ຂຶ້ນຢູ່ຕາມແຄມທາງທັງສອງຂ້າງ ເຊິ່ງເປັນຮົ່ມເງົາ ເປັນເປັນໂຮງງານດັດຈັບຂິ້ຝູ່ນ ແລະປ່ອຍອົກຊີແຊນໃຫ້ທັງຄົນແລະສັດໄດ້ຫາຍໃຈ ໃຜໄດ້ຜ່ານເສັ້ນທາງນີ້ແລ້ວ ຄົງຈະຄິດຮອດ ເສັ້ນທາງຄູວຽງໃນສະໄຫມເມື່ອ 20 ກວ່າປີກ່ອນໄດ້ດີ ເພາະມີຄວາມຄ້າຍກັນເລີຍ ແຕ່ທີສຳຄັນເສັ້ນທາງບ້ານສີຖານໃຕ້ ທ່າແຂກ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ແຫ່ງນີ້ຍັງຄົງມີຈຸດເດັ່ນອີກ ນັ້ນກໍ່ຄື ເສັ້ນທາງນີ້ຈະແນມ ແລະຮຽບຕາມແຄມຂອງເຮັດໃຫ້ທິວທັດຕາມເສັ້ນທາງແຫ່ງນີ້ຕື່ມຄວາມງົດງາມຂຶ້ນຕື່ມ
    ຫວັງວ່າ ຖ້າມີການສ້າງທາງໃຫມ່ແລ້ວ ຕົ້ນໄມ້ເຫລົ່ານີ້ຄົງຈະມີສະເຫນ່ ແລະເປັນສິ່ງດຶງດູດ ໃນການທ່ອງທ່ຽວໃນເຂດນີ້ອີກແນ່ນອນ.












    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອະນຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger