ມື້ກ່ອນຜູ້ຂຽນໄດ້ນຳສະເໜີ ບັນທຶກການເດີນທາງ....... ສີສັນກາສີ (ຕອນ: ສຳພັດຄວາມງາມ ອຸທິຍານຖໍ້າຂຸນລາງ). ສ່ວນມື້ນີ້ເປັນການເດີນທາງທ່ອງທ່ຽວດ້ານລົດຈັກ ຈາກການສີ ຫາພູຄຸນ ໄລຍະທາງປິມານ 40 ກວ່າກິໂລແມັດ.
ການຂີ່ລົດຈັກເປັນອີກກິດຈະກໍາທ່ອງທ່ຽວຫນຶ່ງ ທີ່ເຮັດໃຫ້ໄດ້ສໍາຜັດກັບວິຖີຊີວິດຄວາມງາມຂອງສະ ຖານທີ່ຕ່າງໆໄດ້ດີ ເພາະລົດຈັກຊ່ວຍໃຫ້ເຮົາເຂົ້າສູ່ສະຖານທີ່ກັນດານຫຍຸ້ງຍາກໄດ້ ແລະ ການຈອດລົດພັກຜ່ອນຖ່າຍຮູບກໍສະດວກ. ແຕ່ກໍມີຂໍ້ຈໍາກັດເຊັ່ນກັນ ໃນເລື່ອງຄວາມປອດໄພ, ໄລຍະທາງ ແລະ ການພົກພາອຸປະກອນຕ່າງໆ.
ການເດີນທາງໄປເມືອງກາສີ ແຂວງວຽງຈັນເມື່ອຕົ້ໜເດືອນມະຖຸນາ ເມື່ອປີ 2013 ທີມງານພວກເຮົາ ໄດ້ຕັດສິນໃຈຂີ່ລົດ ຈັກ(ທີ່ໄດ້ຮັບການເອື້ອເຟື້ອຈາກອ້າຍຫລ້າ ຊາວກາສີ ພີ່ນ້ອງຫນຶ່ງໃນທີມງານທີ່ເດີນທາງ ໄປຄັ້ງນີ້).
ການເດີນທາງຈາກກາສີຫາພູຄູນ ໄລຍະທາງປະມານ40ກິໂລແມັດ ເປົ້າຫມາຍສູງສຸດ ກໍຄືໄປເຖິງພູພຽງຟ້າ ເພື່ອຖ່າຍຮູບສາຍພູຜາເຈົ້າອັນງາມເດັ່ນສະຫງ່າ.
ເມື່ອພ້ອມແລ້ວ ພວກເຮົາກໍອອກເດີນທາງ ພ້ອມກັບພາວະນາໃຫ້ໂຊກເຂົ້າຂ້າງອາກາດດີມີ ແສງລອດຟ້າງາມໆມາໃຫ້ເຫັນ ເຖິງວ່າກ່ອນຍ່າງກ້າວອອກຈາກຕົວເມືອງກາສີ ທ້ອງຟ້າບໍ່ເປັນໃຈປານໃດກໍຕາມ. ແຕ່ໃນໃຈຫລາຍຄົນກໍຫວັງວ່າເວລາທີ່ຜ່ານມາໄປ ທ້ອງຟ້າຈະສົ່ງສີຄາມອອກມາຍິ້ມໃສ່ຕ້ອນຮັບພວກເຮົາ.
ແຕ່ໂຊກກໍບໍ່ເຂົ້າຂ້າງ ເພາະມີທ້ອງຟ້າສີຄາມໃຫ້ເຫັນບໍ່ເທົ່າໃດຊໍ້າ ສ່ວນໃຫຍ່ຈະຄຶ້ມຝົນແຕ່ກໍບໍ່ຝົນ. ເຮັດໃຫ້ພາບທິວທັດທີ່ ພວກເຮົາດັ້ນດົ້ນຄົ້ນຫາຂາດສີສັນໄປຫນ້ອຍຫນຶ່ງ.
ເຖິງຈະບໍ່ມີທ້ອງຟ້າງາມໆໃຫ້ເຫັນຕະຫລອດໄລຍະທາງ40ກິໂລແມັດ ກໍມີຫລາຍອັນໂດດເດັ່ນເປັນສະເຫນ່ ດຶງດູດໃຈ ທັງຈຸດຊົມທິວທັດເມືອງກາສີ, ສ່ວນວິຖີຊີວິດຊາວບ້ານ ກໍມີຫລາຍຈຸດທັງທີ່ບ້ານຜາເຈົ້າ, ບ້ານຫີນໂງ່ນ, ບ້ານ ນໍ້າແປ໊ກ ແລະບ້ານອື່ນໆ ທີ່ຍັງຄົງກິ່ນອາຍຂອງວັດທະນະທໍາ ອັນດັ່ງເດີມທ່າມກາງຄວາມພັດທະນາ ຄ່ອຍໆເຂົ້າມາຫາເທື່ອລະກ້າວ.
ສ່ວນຈຸດຊົມວິວທິດທັດທີ່ພວກເຮົາຈອດຖ່າຍຮູບກໍມີຫລາຍຈຸດ ລວມເຖິງການພິຊິດພູພຽງຟ້າ ເຊິ່ງຖືເປັນ ຈຸດຊົມທິວທັດທີ່ທ່ານຄວນຫາໂອກາດໄປຢ້ຽມຢາມ ໂດຍສະເພາະ ໃນລະດູຫນາວ ຈະຊຸ່ມ ເຢັນເຕັມໄປດ້ວຍທະເລຫມອກ.
ແຕ່ຫນ້າເສຍດາຍລົດທີ່ຂ້າພະເຈົ້າຂີ່ນັ້ນ ບໍ່ສາມາດທີ່ຈະນໍາພາທັງສາມຊີວິດມຸ່ງຫນ້າສູ່ພູພຽງຟ້າໄດ້ ຈິ່ງໄດ້ຢຸດລໍຖ້າທີມງານທີ່ຂຶ້ນໄປກ່ອນຢູ່ດ້ານລຸມເພື່ອຖ່າຍຮູບພາບບ້ານເຜົ່າມົ້ງ ເມື່ອທີມງານທີ່ຂຶ້ນໄປລົງມາ ກໍພາ ກັນຫັນຫລັງກັບສູ່ເມືອງກາສີ ພ້ອມກັບຕັ້ງຄວາມຫວັງວ່າຈະຫວນກັບມາອີກຄັ້ງ.
ຈາກມື້ນັນມາຮອດມື້ນີ້ກໍລ່ວງເລີຍມາເກືອບ 4 ປີພໍດີ ພູພຽງຟ້າໄດ້ກາຍມາເປັນຈຸດທ່ອງວທ່ຽວທີ່ສໍາຄັນແຫ່ງຫນຶ່ງໄປແລ້ວ ໂດຍປັດຈຸບັນ ເຂດສາລາພູຄູນ ກໍມີຫລາຍກິດຈະກຳທ່ອງທ່ຽວທີ່ສ້າງຂຶ້ນມາເພື່ອຮອງຮັບນັກທ່ອງທ່ຽວ.
ການເດີນທາງທ່ອງທ່ຽວ ສິ່ງທີ່ນັກເດີນທາງຄວາມຄໍານຶງ ກໍຄືການກຽມຄວາມພ້ອມ ແລະ ກວດສອບສະຖານທີ່ຄັກແນ່ ເພາະບາງເມືອງກໍບໍ່ມີລົດໃຫ້ເຊົ່າ ຫລື ຫາກໃຊ້ລົດສ່ວນຕົວ ບາງສະຖານທີ່ກໍບໍ່ສາມາດເອົາລົດເຂົ້າໄປໄດ້ສະດວກ.
ດັ່ງນັ້ນຄວນມີການປະສານງານກັບ ພະແນກ ຫລື ຫ້ອງການ ຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວທີ່ເຮົາຈະໄປໃຫ້ຄັກ ເພື່ອເປັນຂໍ້ມຸນພື້ນຖານກ່ອນເດີນທາງ.
---------------------
ປະເທດລາວ: ຄວາມງາມທີ່ສຳພັດໄດ້
LAOS: Touchable Beauty
ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com
All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com