New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Wednesday, May 3, 2017

    ທ່ານຮູ້ບໍວ່າໃນພະທາດອີງຮັງ ຍັງມີພະພຸດທະຮູບຈຳນວນຫຼາຍປະດິດສະຖານຢູ່?


    ພະພຸດທະຮູບ ຢູ່ທາດອີງຮັງເມືອງໄກສອນ ພົມວິຫານ ແຂວງ ສະຫວັນນະ ເຂດ ເຊິ່ງຢູ່ຫ່າງຈາກ 
    ຕົວເມືອງໄກສອນ ປະມານ 15 ກິໂລເມັດ ໄປຕາມທາງຫຼວງເລກ 9


    ຜູ້ຄົນທີ່ໄປພະທາດອີງຮັງນອກຈາກຊື່ນຊົມໃນຕົວພະທາດແລ້ວ ຍັງຊືນຊົມໃນພະພຸດທະຮູບຈຳນວນຫຼາຍທີ່ປະດິດສະຖານຢູ່ພາຍໃນກົມມະລຽນຂອງທາດອີງຮັງ


    ຄວາມສັດທາເຫລື້ອມໃສ


    ພະພຸດທະຮູບຈຳນວນຫຼາຍທີ່ປະດິດສະຖານນະທີ່ແຫ່ງນີ້ ເຮັດໃຫ້ພະທາດອິງຮັງມີຄວາມໂດດເດັ່ນຍິ່ງຂຶ້ນ


    ອີກມຸມມອງຫນຶ່ງຂອງພະພຸດທະຮູບໃນພະທາດອີງຮັງ


    ທາກທ່ານໃດມີໂອກາດໄປສະຫວັນນະເຂດ ກໍຢ່າລືມແວ່ໄປກາບໄຫວ້ພະພຸດທະຮູບຢູ່ພະທາດອີງຮັງນຳນໍ,ຄ່າເຂົ້າຊົມພະທາດອີງຮັງ ຖ້າເປັນນັກທ່ອງທ່ຽວ ຊາວ ຕ່າງຊາດແມ່ນ 5.000 ກີບ ແຕ່ຖ້າເປັນນັກທ່ອງທ່ຽວຊາວລາວແມ່ນ 2.000 ກີບ.



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger