New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Thursday, May 11, 2017

    ຄວາມໝາຍແລະປະຫວັດຂອງທຸງສາສະໜາພຸດສາກົນ


    ທຸງສາສະໜາພຸດສາກົນ

    ທຸງສາສະໜາພຸດສາກົນ ມີຊື່ທີ່ເວົ້າຕາມພາສາບາລີວ່າ : ທຸງສັບພະຣັງສີ ແປວ່າລັດສະໝີ 6 ສີ
    ເຊິ່ງມີທີ່ມາຈາກສີຂອງຣັງສີ ທີ່ແຜ່ອອກຈາກພຣະວໍຣະກາຍ ຂອງ ພຣະສັມມາສັມພຸທທະເຈົ້າ ເຊິ່ງປະກອບມີສີດັ່ງນີ້ :

    • ສີນີລະ  -  ສີຟ້າແກ່ 
    • ສີປີຕະ  - ສີເຫລືອງ 
    • ສີໂຣຫິຕະ  - ສີແດງຄືສີແດງຕາເວັນອ່ອນ
    • ສີໂອທະຕະ  - ສີຂາວ ຄືສີເງິນຮາງ 
    • ມີມັນຍະເຊດຖະ  - ສີນ້ຳໝາກກ້ຽງ ຄືສີຫງອນໄກ່ 
    • ສີປະພັດສອນ  - ສີເຫລືອມ ຄືແກ້ວຜະລຶກ  (ຄືສີທັງ 5 ທີ່ເວົ້າມາລວມກັນ ) 





    ສີໃນທຸງສັພພະຣັງສີ ແຕ່ລະສີແມ່ນມີຄວາມຫມາຍແຝງຢູ່ຄື

    ສີນີລະ   : ພຣະມະຫາກະຣຸນາທິຄຸນຂອງພຣະສັມມາສັມພຸທທະເຈົ້າ ທີ່ແຜ່ໄພສານໄປທົ່ວສາກົນຈັກກະວານ 
    ສີປີຕະ  : ມັດຊິມາປະຕິປະທາ ຫລືທາງສາຍກາງ ຄືການຫລີກເສັ້ນທາງແຫ່ງຄວາມສຸດໂຕ່ງທັງປວງ 
    ສີໂຣຫິຕະ : ການອຳນວຍພອນໃຫ້ປະສົບຄວາມສຳເຣັດ ສົມບູນພ້ອມດ້ວຍສະຕິປັນຍາ ຄຸນງາມຄວາມດີ ຄວາມເປັນຜູ້ມີໂຊກ ແລະກຽດຕິຍົດທັງປວງ 
    ສີໂອທະຕະ : ຄວາມບໍຣິສຸດແຫ່ງພຣະທັມ ເຊິ່ງເປັນສິ່ງທີ່ບໍ່ຈຳກັດກາລ (ອະກາລິໂກ) ແລະນຳຜູ້ຄົນໄປສູ່ຄວາມຫລຸດພົ້ນ 
    ສີມັນຍະເຊດຖະ : ພຣະປັນຍາທິຄຸນແຫ່ງພຣະສັມມາສັມພຸທທະເຈົ້າ 
    ສີປະພັດສອນ : ຄວາມຈິງທັງຫມົດໃນພຣະທັມຄຳສອນຂອງພຣະສັມມາສັມພຸທທະເຈົ້າ



    ປະຫວັດຂອງການນຳໃຊ້ທຸງນີ້ :

    ທຸງນີ້ອອກແບບໂດຍ ພຸທທະສະມາຄົມໂຄລຳໂບ ເມື່ອປີ ພ.ສ 2423 (ຄສ 1880) ພັນເອກເຮນຣີ ເອັດ. ໂອຄອດ ເປັນຜູ້ແກ້ໄຂໃຫ້ເປັນແບບທີ່ໃຊ້ໃນປະຈຸບັນນີ້ ເລິ່ມນຳໃຊ້ເປັນຄັ້ງທຳອິດເມື່ອປີ ພສ 2428 ( ຄສ 1885 ) ທີ່ປະເທດສຼີລັງກາ ຕໍ່ມາອົງການພຸທທະສາສະໜາສະນິດສັມພັນແຫ່ງໂລກ  (World Fellowship of Buddhists - WFB) ໄດ້ປະກາດໃຫ້ທຸງນີ້ເປັນທຸງພຸທທະສາສະໜາສາກົນ ເມື່ອວັນທີ່ 26 ພຶດສະພາ ພສ 2493 ( ຄສ 1950 ) ທີ່ນະຄອນຫລວງໂຄລຳໂບ ປະເທດສີລັງກາ .

     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger