New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Thursday, July 13, 2017

    ເຄື່ອງສູງ ແບບຕ່າງໆ ທີ່ເຄີຍມີມາໃນອະດິດ ທີ່ໃຊ້ໃນການແຫ່ ທາງສາສະໜາ ແລະຣາຊພິທີໃນບັນດາຣາຊການ



    ມື້ນີ້ພວກເຮົາມາຮຽນຮູ້ບັນດາຮູບພາບຕ່າງໆ ໃນອະດິດ ວ່າແຕ່ລະຮູບ ແຕ່ລະຢ່າງເພິ່ນເອິ້ນຫຍັງແດ່ ໃຊ້ໃນພິທີຫຍັງແດ່ ເຄື່ອງໃນປະເພດນີ້ ເພິ່ນຈະໃຊ້ໃນການແຫ່ ທາງສາສະໜາ ແລະຣາຊພິທີໃນບັນດາຣາຊການໃນລາວເຮົາໃນສະໄຫມເປັນພຣະຣາຊອານາຈັກ ແຕ່ກ່ອນ ເພິ່ນເອິ້ນກັນວ່າ ເຄື່ອງສູງ ປະກອບດ້ວຍ : 


    1.  ຮົ່ມ ສີເຫລືອງ = ໄວ້ກັ້ງໃຫ້ພຣະພຸທທະຮູບ ພຣະສົງອົງຄະເຈົ້າ.  
    2.  ຮົ່ມ ສີຂາວ = ໄວ້ກັ້ງໃຫ້ເຈົ້າມະຫາຊີວິດ ( ວັງຫລວງ ) ຜູ້ທີ່ຢູ່ໃນຂະບວນນີ້ຈະຕ້ອງຖືສິນ 10 ນຸ່ງຂາວ ຮົ່ມຂາວ .  
    3. ຮົ່ມ ສີຟ້າ = ໄວ້ກັ້ງໃຫ້ເຈົ້າຊີວິດ ( ວັງໜ້າ ).  
    4. ຮົ່ມ ສີມ່ວງ = ໄວ້ກັ້ງໃຫ້ເຈົ້າຊີວິດ ( ວັງກາງ ).  
    5. ຮົ່ມ ສີແດງ = ໄວ້ກັ້ງໃຫ້ເຈົາຊີວິດ ( ວັງຫລັງ​). ນອກນັ້ນຍັງມີເຄື່ອງອື່ນໆອີກຄື : 


    • ບັງແສງ = ຈະບັງແສງແດດ ດ້ານຫລັງ ດ້ານຫນ້າ ບັງວິຊາອາຄົມ ຫລືສິ່ງຕ່າງໆ 
    ທີຈະເຂົ້າມາເຮັດສິ່ງບໍ່ດີກັບຜູ້ນັ້ນໆ ( ໃນລິງລາຍຂອງບັງແສງຈະມີ ການປັກແສ່ວ ຫະນຸມານ ສິງ ຫລື ຍັນຕ່າງໆໄວ້ໃນລາຍຂອງບັນແສງນັ້ນດ້ວຍ . 
    • ບັງແສງ = ຈະບັງແສງແດດນ້ອຍ ແສງວິຊາອາຄົມ ບັງສິ່ງບໍ່ດີຕ່າງໆ ທາງດ້ານຂ້າງ.  
    • ບັງພັດ = ຈະບັງແລະພັດເປົ່າ ສິ່ງທີ່ເປັນອະປະມຸງຄຸນອອກໄປ. 
    • ບັງແສດ = ມີຄວາມໝາຍເຖິງແສງທີ່ເປັ່ງຣັດສະໝີອັນຮູ່ງເຮືອງ ປັດເປົ່າ ສິ່ງທີ່ມຶດມົວ ໃຫ້ຮູ່ງແຈ້ງ. 





    ( ຮູບຮ່າງລັກສະນະຈຶ່ງເປັນຮູບດາວ ) ນອກນັ້ນຍັງມີ ບັງຈຳມອນ ( ບໍມີຮູບໃຫ້ເບິ່ງ ) ແຕ່ມີລັກສະນະ ຄ້າຍຄືໃບໂພ ແຕ່ບໍ່ປິ່ນປາຍແຫລມຂຶ້ນເທິງ ແຕ່ປິ່ນປາຍແຫລມໄປດ້ານຂ້າງໆ ພິທີເຄື່ອງສູງນີ້ຍັງມີຫລາຍໆສິ່ງປະກອບຢູ່ນຳຫລາຍຢ່າງ ແຕ່ທີ່ໃຫຍ່ໆ ກໍ່ປະກອບມີ ຮົ່ມ 2 ກອງ 4 ( ກອງ 4 ໜ່ວຍ ກອງນັ້ນຄ້າຍຄືກອງຕີແຫ່ພຣະບາງ ນັ້ນແລ ) 

    ຂອບໃຈຂໍມູນທີ່ຫນ້າສຶກສານີ້ຈາກ ອ.ຈ ບັນນະລິດ ແລະ Art and Culture of Laos


    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger