New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Tuesday, September 19, 2017

    ເມືອງເຟືອງ ດິນແດນຜາທໍ່ໜໍ່ຄຳ...ຕໍານານທີ່ຫນ້າຄົ້ນຫາ


    ເມືອງເຟືອງແຂວງວຽງຈັນ ເປັນເມືອງຫນຶ່ງທີ່ມີປະຫວັດຕໍານານກ່າວຂານສືບກັນມາຢ່າງຫນ້າຄົ້ນຫາ ນັ້ນກໍຄືດິນແດນຜາທໍ່ໜໍຄຳໃນຕຳນານ.
    ຜາທໍ່ໜໍ່ຄຳຕັ້ງຢູ່ບ້ານນາຖົ່ວ ເມືອງເຟືອງ ແຂວງວຽງຈັນ, ຫ່າງຈາກເທດສະບານເມືອງ 3,5 ກິໂລແມັດ. ການເຂົ້າຫາສະຖານທີ່ທ່ອງທ່ຽວ ແມ່ນ ເດີນທາງດ້ວຍ ລົດ ຫຼື ຍ່າງ. ຜານີ້ ເປັນຜາທີ່ແປກປະຫຼາດ ມີທີວທັດທຳມະຊາດ ທີ່ມະຫັດສະຈັນ ຢູ່ບ່ອນຮ່ອມຜາ ລະຫວ່າງຜາສອງອັນຕິດກັນ. ສິ່ງນີ້ກາຍເປັນ ຊັບສົມບັດລ້ຳຄ່າ, ລຶກລັບ, ມະຫັດສະຈັນຄື: " ໜໍ່ຄຳ " .


    ສຳລັບປະຫວັດຜາທໍ່ໜໍ່ຄຳ ທີ່ນຳສະເຫນີໃນ ຫນັງສືພິມ ເສດຖະກິດ ການຄ້າ ລະບຸວ່າ:  ແຕ່ກີ້ແຕ່ກ່ອນມີປະຊາຊົນຈຳນວນໜຶ່ງ ມີ 3 ໝື່ນຄົນມາອາໄສຢູ່ຕາມແຄມນ້ຳລີກ ແລະ ນ້ຳຕົງ. ແຕ່ລະຄົນກໍ່ມີຄວາມມຸ້ງຫວັງທີ່ຈະຂຶ້ນເອົາໜໍ່ຄຳທີ່ຢູ່ຜາທໍ່, ມີມື້ໜຶ່ງເຂົາເຈົ້າໄດ້ເຕົ້າໂຮມກັນວາງແຜນຈະຂຶ້ນໄປເອົາໜໍ່ຄຳ ເຂົາເຈົ້າຈຶ່ງຜາກັນຕັດໄມ້ໄຜ່ເຮັດຂັ້ນໄດໄຕ່ຂຶ້ນໄປ ເມື່ອເວລາຂື້ນໄປໃກ້ຈະຮອດໜໍ່ຄຳ ປະກົດວ່າໄມ້ຕອກທີ່ມັດຂັ້ນໄດຢູ່ນັ້ນ ໄດ້ກາຍເປັນງູອ້າປາກຈະຕອດ ຜູ້ທີ່ຂຶ້ນກ່ອນກໍ່ຮ້ອງຂຶ້ນມາວ່າ ງູ ! ງູ ຜູ້ທີ່ຂຶ້ນຕາມຫຼັງກໍ່ວ່າຄືກັນ ສຸດທ້າຍກໍ່ພາກັນຕົກຂັ້ນໄດຕາຍຈົນໝົດ.






    ແຕ່ປານນັ້ນກໍ່ຍັງບໍ່ຍອມຈຶ່ງພາກັນຕັ້ງຕູບໂດຍເອົາເຟືອງມາເຮັດເປັນຕູບຈຳນວນ 3 ໝື່ນຕູບເຟືອງ ແຕ່ລະມື້ຄົນທີ່ຂຶ້ນໄປຜາທໍ່ ເພື່ອຈະເອົາໜໍ່ຄຳ ແມ່ນຕົກຕາຍໝົດ ແລະ ຜູ້ທີ່ບໍ່ຕາຍກໍ່ເອົາປູນທີ່ຄ້ຽວໝາກນັ້ນມາໂຮມກັນເຮັດທາດໃສ່ກະດູກຄົນຕາຍຈົນກາຍເປັນລັງທາດ ແລະ ໄດ້ຕັ້ງຊື່ບ້ານວ່າ ສາມໝື່ນຕູບເຟືອງ. ສຳລັບບ້ານນາແຍງແມ່ນ ມີຈຳນວນໜຶ່ງມາຕັ້ງຕູບແຍງເບິ່ງທັງໜໍ່ຄຳທັງເຊົ້າ ແລະ ແລງ ປະຈຸບັນກາຍເປັນບ້ານນາແຍງ.



    ມີບາງຈຸພັດຕັ້ງຕູບລໍຖ້າເບິ່ງໜໍ່ຄຳຈົນທົ່ວທົ່ງນາອ້ອມຕີນຜາ ປະຈຸບັນກາຍມາເປັນບ້ານນາຖົ່ວ ຍັບອອກມາປະ ມານ 1 ກິໂລແມັດ ພັດມີຈຳນວນໜຶ່ງມາລໍຖ້າເບິ່ງໜໍ່ຄຳລຽນຕາມຄິວເພາະຄົນຫຼາຍ ພັດກາຍມາເປັນບ້ານທ່າໃນປະຈຸບັນ ມີບາງກຸ່ມພັດແຍກກັນອອກໄປເປັນຈຸເປັນຄຸ້ມເປັນເກາະເປັນດອນ ປະຈຸບັນກາຍມາເປັນບ້ານດອນ ບັນດາບ້ານດັ່ງກ່າວລ້ວນແລ້ວແຕ່ຕັ້ງໃກ້ກັບຕີນຜາທໍ່ ເລື່ອງນີ້ມີຈິງຫຼືບໍ່ນັ້ນຂໍໃຫ້ທ່ານໄປເບິ່ງກັບຕາທ່ານເອງ.




    ຮູບຈາກ: Konsangphap-ຄົນສ້າງພາບ
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger