New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Wednesday, September 20, 2017

    ວັດຕາແຫລວ ເມືອງຈຳພອນ ແຂວງສະຫວັນນະເຂດ ຄວາມງົດງາມທາງສິລະປະ ທີ່ລໍຖ້າການອະນຸລັກປະຕິສັງຂອນ


    ວັດຕາແຫລວ ບ້ານຕາແຫລວ ເມືອງຈຳພອນ ແຂວງສະຫວັນນະເຂດ ເປັນວັດເກົ່າແກ່ ທີ່ເຕັມໄປດ້ວຍອະລິຍະທຳທີ່ຫນ້າສຶກສາຄົ້ນຄວ້າຢ່າງຍິ່ງ. ພ້ອມກັນນັ້ນກໍຍັງລໍຖ້າການອະນຸລັກຮັກສາແລະປະຕິສັງຂອນໃຫ້ຄົງຄວາມສົມບູນໃຫ້ລູກຫລານໄດ້ເບິ່ງໄດ້ເຫັນເຖິງຄວາມຈະເລີນໃນເຂດນີ້ເມື່ອຄັ້ງອະດີດ

    ຄວາມງົດງາມແລະຫນ້າຫຼົງໄຫລນັ້ຍ ພະອາຈານໄພວັນ (Phaivanh Malavong Loukdonekaden) ທີ່ເຄີຍໄປມາແລ້ວ ກ່າວໄວ້ວ່າ: ວັດຕາແຫລວເກົ່າ ເມືອງຈຳພອນ ແຂວງສະຫວັນນະເຂດ ອາຕະມາເຄີຍໄປສອງຄັ້ງ ຢາກຈະໄປອີກ... ເພາະເປັນສູນວັດທະນະທຳຫນຶ່ງທີ່ຍິ່ງໃຫຍ່ໃນອະດີດ ຮູບແຕ້ມສ່ວນຫນຶ່ງລຶບຫາຍໄປຕາມກາລະເວລາ...



    ອາຕະມາສົນໃຈປະຫວັດສາດທ້ອງຖິ່ນມາດົນນານ ພ້ອມທັງລົງເກັບກຳຂໍ້ມູນພ້ອມ...ເຫັນຮູບແຕ້ມສິລະປະ ບົ່ງບອກຄວາມເປັນເອກະລັກທ້ອງຖິ່ນ ເປັນສະຖານທີ່ຫນ້າສຶກສາຄວາມເປັນມາຂອງອະດີດຕະການ...


    ວັດຕາແຫລວປັດຈຸບັນຮ້າງ...ສະຖານທີ່ດັ່ງກ່າວອາຕະມາເປັນຫ່ວງຢ້ານຖືກທຳລາຍຖິ້ມ ຄືຫລາຍໆວັດຜ່ານມາ ໂດຍບໍ່ຮູ້ວ່າອັນນັ້ນແມ່ນຫລັກຖານທາງປະຫວັດສາດ ...
     ຝາກທາງຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວ ແຂວງ ແລະເມືອງ ຊ່ວຍອະນຸລັກຮັກສາປະໄວ້ ໃຫ້ລູກຫລານໄດ້ເບິ່ງ...


    +ຊຸດຮູບພາບວັດຕາແຫລວ ເມືອງຈຳພອນ ແຂວງສະຫວັນນະເຂດ  ນີ້ ແມ່ນຖ່າຍໂດຍອາຈານ ຄະນະສະຖາປັດ ມະຫາວິທະຍາໄລແຫ່ງຊາດ ໂດຍໃສ່ຊື່ ເຟສບຸກວ່າ: phouxay thongkhammerng ຫລື ສາມາດຕິດຕາມຜົນງານອື່ນໄດ້ທີ່ເຟຈKonsangphap-ຄົນສ້າງພາບ.















    ຮູບພາບຈາກ Konsangphap-ຄົນສ້າງພາບ
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com




     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger