New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Sunday, October 8, 2017

    ບັນຍາກາດບຸນໄຫລເຮືອໄຟ ເມືອງມໍລະດົກໂລກຫຼວງພະບາງ, ເຊິ່ງປີນີ້ ມສສັນຕິພາບ ຄວ້າລາງວັນຊະນະເລີດເຮືອໄຟງາມ


    ບັນຍາກາດບຸນໄຫລເຮືອໄຟ ເມືອງມໍລະດົກໂລກຫຼວງພະບາງ ເມື່ອວັນທີ 6 ຕຸລາ ປີນີ້ ໄດ້ຮັບຄວາມສົນໃຈຈາກມວນຊົນທັງພາຍໃນແລະຕ່າງປະເທດຢ່າງຫຼວງຫຼາຍ. ຂະນະທີ່ການຄົບງັນແລະໄຕ້ໂຄມໄຟຕາມວັດວາຕ່າງໆແມ່ນມີມາແຕ່ວັນທີ2ຕຸລາເປັນຕົ້ນມາ.

     ໃນງານບຸນໄຫລເຮືອໄຟກໍມີຂະບວນແຫ່ເຮືອໄຟຮູບແບບຕ່າງໆທີ່ບັນດາບ້ານ, ຮ້ານງຫ້າງຮ້ານ ການຈັດຕັ້ງແລະ ໂຮງຮຽນພາຍໃນເມືອງຫຼວງພະບາງ ສົ່ງເຂົ້າຮ່ວມ.
    ຂະບວນເລີ່ມຕົ້ນແຕ່ວັນໃຫມ່ ແຫ່ໄປສູ່ວັດຊຽງທອງລວມໄລຍະທາງປະມານ 5 ຮ້ອຍແມັດ ແລະທຳພິທີຢູ່ທີ່ນັ້ນ ກ່ອນປ່ອຍເຮືອໄຟໄຫລລົງນໍ້າຂອງທີ່ທ່າວັດຊຽງທອງ.

     ປີນີ້ແມ່ນມີ25 ພາກສ່ວນສົ່ງເຮືອໄຟເຂົ້າຮ່ວມ ແລະ ແຕ່ລະປີ ກໍມີການແຂ່ງຂັນເຮືອໄຟງາມ ເຊິ່ງຊຶ່ງປີນີ້ ໂຮງຮຽນ ມສສັນຕິພາບ ສາມາດເອົາຊະນະໃຈກຳມະການຄວ້າລາງວັນທີ1 ໄປຄອງ, ອັນດັບ2 ມສ ພັນຫຼວງພາຍຫຼັງຄອງລາງວັນຊະນະເລີດມາ 2 ປີຊ້ອນ, ສ່ວນທີ 3 ໄດ້ແກ່ ມສ ປ່ອງຄຳ ແລະອັນດັບທີ 4 ເປັນຂອງຮ້ານໝື່ນນາຜ້າໄໝ.
















    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger