New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Sunday, December 17, 2017

    ຄູບາ-ຈົວນ້ອຍຈາກວັດໄຫຫິນມີໄຊຍະຣາມ ເຂົ້າໄປປົວແປງວັດຮ້າງທີ່ມີອາຍຸເກົ່າແກ່ກວ່າ600ປີ ຢູ່ເຂດລາດບວກ ຊຽງຂວາງ


    ຄູອາບາ-ອ້າຍຈົວ ຢູ່ແຂວງຊຽງຂວາງ ເຊິ່ງນຳໂດຍ ຄູບາ Sengthong Phimmasone  ຈາກວັດໄຫຫິນມີໄຊຍະຣາມ ໄດ້ພ້ອມພາປະຊາຊົນເຂົ້າໄປປົວປແປງວັດຮ້າງທີ່ຖືກປ່ອຍປະມາຫຼາຍຮ້ອຍປີ ຢູ່ບ້ານວຽງນາຄວນ ເຂດລາດບວກ ເມືອງແປກ ແຂວງຊຽງຂວາງ.







    ວັດພູກະດີຄອງ  ຢູ່ບ້ານວຽງນາຄວນ ເຂດລາດບວກ ເມືອງແປກ ແຂວງຊຽງຂວາງ ເປັນວັດເກົ່າແກ່ ບໍ່ມີຍາຄູ ຖືກປ່ອຍປະຮ້າງມາ300ປີ ເຊິ່ງປັດຈູບັນ ຍັງມີຮ່ອງຮອຍພະພຸກດທະຮູບໃຫຍ່ຫລົງເຫລືອຢູ່ ຫາກປ່ອຍປະໄປດົນອາດສູນເສຍໄປ.



    ດັ່ງນັ້ນຄູບາ Sengthong Phimmason ຈິ່ງນຳພາຈົວນ້ອຍແລະປະຊາຊົນເຂົ້າໄປບູລະນະໃນເບື້ອງຕົ້ນ ເຮັດຫໍພຣະ ຈາກນັ້ນກໍຈະໄດ້ເປີດໜ້າທາງ ເພື່ອໃຫ້ລົດໃຫຍ່ຂຶ້ນເມືອໄດ້.
    ຄູບາ Sengthong Phimmason ຍັງບອກອີກວ່າ:
    ຖ້າມີສັດທາມາເລື້ອຍໆ ກໍຈະໄດ້ ເອົາໄຟຟ້າເຂົ້າ ເອົານໍ້າລິນລົງມາ ສ້າງຫ້ອງນ້ຳ ສ້າງສາລາ ຕາມອົງປະກອບຂອງວັດ.


    ແຕ່ໃນເບື້ອງຕົ້ນແມ່ນກຳລັງດຳເນີນການປົວແປງແທ່ນພະອົງໃຫຍ່ທີ່ເກົ່າແກ່. ພ້ອມນັ້ນກໍກຽມເປີດບັນຊີລວມເພື່ອລະດົມທຶນໃນການບູລະນະ.
    ພະພຸດທະຮູບອົງເກົ່າແກ່ນີ້ສັນນິຖານເບື້ອງຕົ້ນຄາດວ່າຈະສ້າງຂຶ້ນໃນສະໄຫມເຈົ້າລ້ານຄຳກອງ ປົກຄອງເມືອງພວນ ເຊິ່ງຄູບາ Sengthong Phimmasone,   ໃຫ້ຂໍ້ມູນອີງຕາມເອກະສານທີ່ກ່າວເຖິງເຈົ້າລ້ານຄຳກອງປົກຄອງເມືອງພວນແມ່ນມີອາຍຸບໍ່ຄໍ່າກວ່າ600ປີ ແຕ່ຍັງບໍມີການຢັ້ງຢຶນທີ່ຊັດເຈນວ່າວັດແຫ່ງນີ້ຖືກສ້າງຂຶ້ນເມື່ອໃດຕ້ອງໄດ້ສຶກສາຄົ້ນຄວ້າຄວາມເປັນມາຕື່ມອີກຈັງຈະເປັນທີ່ຊັດເຈນ.




    ແຫລ່ງທີ່ມາຈາກSengthong Phimmasone



    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger