New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Sunday, December 17, 2017

    ເຈົ້າຄວນໄປນອນ ບ້ານກອງລໍ (ຖໍ້າກອງລໍ) ຈັກຄັ້ງໃນຊີວິດ


    ສະບາຍດີຕອນເຊົ້າວັນຈັນ ທ່າມກາງສະພາບອາກາດທີ່ຫນາວເຢັນ  ແອັດມິນ ຂໍນຳເອົາບົດຄວາມແລະພາບສະຖານທີ່ທ່ອງທ່ຽວບ້ານກອງລໍ(ຖໍ້າກອງລໍ ເມືອງຄູນຄຳ ແຂວງຄຳມ່ວນ)  ຈາກ ເຟຈ Alaotheworld ມານຳສະເຫນີ.

     ບ້ານກອງລໍເປັນທີ່ຕັ້ງຂອງ "ຖໍ້າກອງລໍ" ທີ່ຫຼາຍຄົນຮູ້ຈັກກັນດີແລະອາດເຄີຍໄປມາແລ້ວແຕ່ຂ້ອຍເຊື່ອວ່າຍັງມີຫຼາຍຄົນທີ່ໄປແລ້ວບໍ່ໄດ້ຄ້າງຄືນ ຫຼື ຄ້າງຄືນແຕ່ຕື່ນສວຍ ກະເລີຍພາດໂອກາດທີ່ຈະເຫັນສິ່ງທີ່ຫຼາຍຄົນບໍ່ເຄີຍເຫັນ ບໍ່ເຄີຍສຳຜັດ ເພາະມັນມີຢູ່ທີ່ນີ້ແຫ່ງດຽວ ນັ້ນກໍ່ຄື ບັນຍາກາດຍາມເຊົ້າ ແລະ ວິຖີຊີວິດຂອງຄົນທ້ອງຖິ່ນ ທີ່ມີຄວາມງົດງາມເປັນເອກະລັກ ແລະ ໃຫ້ຄວາມຮູ້ສຶກທີ່ຕ່າງຈາກຫຼາຍໆບ່ອນໃນລາວ ແລະ ໃນໂລກ.
    ການຄູນດິນຂອງຊາວສວນ ເມື່ອມີແສງແດດຍາມເຊົ່າກະທົບໃສ່ ກໍ່ໃຫ້ເກີດເປັນຮູບຮ່າງລວດລາຍທີ່ງົດງາມ

    ດັ່ງນັ້ນເຮົາຄວນຈະສົ່ງຕໍ່ ແລະ ເຜີຍແພ່ຄວາມມະຫັດສະຈັນເລົ່ານີ້ໃຫ້ອ້າຍນ້ອງຄົນລາວດ້ວຍກັນ ແລະ ລວມໄປເຖິງຄົນທົ່ວໂລກໃຫ້ໄດ້ຮັບຮູ້

    ຄໍາເຕືອນ:

    1.ສະຖານທີ່ແຫ່ງນີ້ຕັ້ງຢູ່ຫ່າງຈາກຕົວເມືອງຄຸນຄຳປະມານ ​40 ກວ່າກິໂລ, ຈຶ່ງສົ່ງຜົນໃຫ້ຮ້ານອາຮານຢູ່ບໍລິເວນນີ້ (ມີ 2-3 ຮ້ານ) ລາຄາຂ້ອນຂ້າງແພງ ແລະ ອາດຈະບໍ່ຫຼາກຫຼາຍ ດັ່ງນັ້ນຖ້າໃຜມີແຜນທີ່ຈະໄປຄ້າງຄືນ ຖ້າສະດວກຊອກແນວໄປເຮັດກິນເອົາເອງກະດີ
    ແສງແດດສີທອງຍາມເຊົ້າສາດຊ່ອງກະທົບຍອດຜາຫີນ ແລະ ຍອດຕົ້ນໄມ້ໃບຫຍ້າ ພ້ອມດ້ວຍອາຍໝອກຈາງໆ 

    2. ຢູ່ບໍລິເວນນີ້ມີເຮືອນພັກຢູ່ຈຳນວນໜຶ່ງ ຖ້າເປັນຊ່ວງລະດູທ່ອງທ່ຽວ (ຊ່ວງຍາມໜາວ) ສ່ວນຫຼາຍມັກຈະເຕັມ ,ດັ່ງນັ້ນຖ້າຈອງກ່ອນໄດ້ຈະເປັນການດີ ແຕ່ຖ້າບໍ່ສະດວກໄປລຸ້ນເອົາກະມ່ວນດີ

    ແນະນຳໃຫ້ພັກຢູ່ບໍລິເວນໃກ້ແຖວທາງເຂົ້າຖໍ້າ ເພາະຮ້ານຂາຍເຄື່ອງ, ຮ້ານ ອາຫານ ຈະມີແຕ່ຢູ່ແຖວນັ້ນ
    ຄົນສວນກຳລັງກົ້ມໜ້າກົ້ມຕາເຮັດວຽກຢ່າງຕັ້ງໃຈ ໃນຍາມເຊົ້າ ເມື່ອແສງແດດຊ່ອງລົງມາກະທົບກັບອາຍໝອກຍາມເຊົ້າເຮັດໃຫ້ເກີດເປັນລວດລາຍທີ່ສວຍສົດງົດງາມ

    ຖ້າໃຜບໍ່ຮູ້ຊິເລືອກບ່ອນໃດດີ ຂ້ອຍແນະນຳ "ເຮືອນພັກ ຄູນມີ" ຂ້ອຍກັບໝູ່ໄປພັກມາແລ້ວ ສະອາດ, ໃໝ່, ວິວດີ, ສະດວກ, ຢູ່ໃກ້ຮ້ານອາຫານ

    3.ສະຖານທີ່ນີ້ ແລະ ບໍລິເວນໃກ້ຄຽງຈະບໍ່ມີສິ່ງອຳນວຍຄວາມສະດວກຫຼາຍ ແລະ ບໍ່ມີສະຖານທີ່ໃຫ້ທ່ຽວກາງຄືນ

    ສະຖານທີ່ນີ້ເປັນບ້ານນ້ອຍໆຢູ່ໃນທົ່ງກວ້າງ ທີ່ອ້ອມຮອບດ້ວຍຜາຫີນ ອາກາດຊ່ວງເຊົ້າ ແລະ ຕອນຄໍ່າກຳລັງດີ ແຕ່ຕອນບ່າຍ ຢາກວ່າຮ້ອນໜ້ອຍໜຶ່ງຫາປານກາງ

    4. ຢູ່ຫວ່າງທາງກ່ອນຈະມາຮອດ ຈະມີຫຼາຍສິ່ງຫຼາຍຢ່າງທີ່ໜ້າປະທັບໃຈ ແລະ ເຮັດໃຫ້ຕ້ອງຈອດລົດຖ່າຍຮູບ ດັ່ງນັ້ນຂ້ອຍແນະນຳໃຫ້ອອກເດີນທາງມາແຕ່ເຊົ່າເພື່ອເວລາຈອດຖ່າຍຮູບ

    5. ກ່ອນຊິຮອດບ້ານກອງລໍ ຫຼື ຖໍ້າກອງລໍປະມານ 40 ກ່ວາກິໂລ ຈະເປັນທີ່ຕັ້ງຂອງຜາຫີນອັນງົດງາມກະຢ່າລືມແວ່ຖ່າຍຮູບ (ມີປ້າຍບອກຄືຢູ່ໃນຮູບ)

    6. ການເດີນທາງ ມີສອງວິທີຄື: ໄປດ້ວຍລົດໂດຍສານປະຈຳທາງ ແລະ ໄປດ້ວຍລົດສ່ວນຕົວ

    +ລົດໂດຍສານປະຈຳທາງ: ມີລົດປະຈຳທາງແຕ່ນະຄອນຫຼວງຫາບ້ານກອງລໍ ລົດອອກປະມານ 6:45 ຕອນເຊົ້າ ຂຶ້ນຢູ່ຄິວລົດສາຍໃຕ້ (ຖ້າຂໍ້ມູນຜິດພາດຕ້ອງຂໍໂທດຫຼາຍ ເພາະຂ້ອຍກະຍັງບໍ່ເຄີຍໃຊ້ບໍລິການ)

    ອ້າງອີງ:https://www.tripadvisor.com/ShowTopic-g293949-i9320-k776905…

    +ລົດສ່ວນໂຕ: ອາດຈະເປັນລົດໃຫຍ່, ລົດຈັກ, ລົດຖີບ, ແລ່ນ ຫຼື ຍ່າງໄປກະໄດ້ຖ້າສະດວກ. ແຕ່ຂ້ອຍເຫັນຝຣັ່ງຂີ່ລົດຈັກໄປຫຼາຍ. ສຳລັບຄົນທີ່ເລີ່ມຈາກນະຄອນຫຼວງ ຫຼື ມາແຕ່ເໜືອ ກະຂັບໄປຕາມທາງ 13 ໃຕ້ເລີຍ ໄປຈົນຮອດທາງແບ່ງຫຼັກ 20 ແຂວງບໍລິຄາໄຊ ແລະ ລ້ຽວຊ້າຍ ເຂົ້າໄປຕາມທາງເລກ 8 ທີ່ເປັນທາງໄປຫາຊາຍແດນລາວຫວຽດ.

    ຫລັງຈາກລ້ຽວຊ້າຍເຂົ້າມາໄດ້ປະມານ 40 ກິໂລເຈົ້າກໍ່ຈະມາຮອດ ປ່າຜາຫີນ.

    ໃຫ້ຂັບຕາມພູຕາມຜາມາເລີ່ອຍໆຈົນລົງມາພື້ນຮາບພຽງແລ້ວຈະເຫັນປໍ້ານໍ້າມັນຢູ່ຂວາມື ຂີ່ຕໍ່ມາໜ້ອຍໜຶ່ງຈະຮອດທາງແຍກ(ມີຕະຫຼາດຢູ່ໂຕແຍກ) ແລ້ວໃຫ້ລ້ຽວຂວາ (ໜ້າຈະມີປ້າຍບອກໄປຖໍ້າກອງລໍ)

    ຫຼັງຈາກນັ້ນຂີ່ມາເລີ່ຍໆປະມານ 30 - 40 ກິໂລກະຖືວ່າຮອດບ້ານກອງລໍຢ່າງເປັນທາງການ.

     ສຸດທ້າຍນີ້ ກະຂໍອວຍພອນໃຫ້ທຸກຄົນເດີນທາງດ້ວຍຄວາມປອດໄພ ມ່ວນໆກັບການທ່ອງທ່ຽວ ແລະ ມີຄວາມສຸກກັບການໃຊ້ຊີວິດຫຼາຍໆ ຢາກເຮັດຫຍັງກະຂ້ຽວເຮັດ ເພາະຊີວິດມັນສັ້ນ ດ້ວຍຄວາມປາຖະໜາດີຈາກ ຄົນລາວຄົນໜຶ່ງທີ່ມັກຖ່າຍຮູບທົວທັດ ແລະ ມັກທ່ອງທ່ຽວ ແຕ່ບໍ່ມີເງິນ.

    ທ່ານສາມາດຕິດຕາມຜົນງານອື່ນຂອງຊ່າງພາບຍຜູ້ນີ້ໄດ້ທີ່ແຟນເຟຈAlaotheworld
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger