New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Monday, December 4, 2017

    ມາເບິ່ງ 10 ພາບການຈູດດອກໄມ້ໄຟທີ່ງາມທີ່ສຸດ ສະຫຼອງວັນຊາດທີ 2 ທັນວາ


    ພາບການຈູດດອກໄມ້ໄຟທີ່ເດີນທາດຫຼວງ ນະຄອນຫຼວງວຽງຈັນ  ເພື່ອສະເຫຼີມສະຫຼອງວັນຊາດທີ2 ທັນວາ ຄົບຮອບ40 ປີ(ປີ2015) ໄດ້ສ້າງຄວາມຕື່ນຕາ ແລະ ຕື່ນເຕັ້ນທີ່ສຸດຄັ້ງຫນຶ່ງໃນປະຫວັດສາດຂອງຊາດລາວກໍວ່າໄດ້ ເພາະມວນຊົນນັ່ງຖ້າຊົມ ການຈູດຄັ້ງດັ່ງກ່າວຢ່າງຫຼວງຫຼາຍແລະດ້ວຍຫົວໃຈທີ່ຈົດຈໍ່ແລະ ກາຍເປັນພາບຕິດຕາ ແລະ ຢູ່ໃນຄວາມຊົງຈຳຂອງຫຼາຍໆຄົນ.


    ມື້ນີ້ Lao Postcard - ຮູບພາບເມືອງລາວ ຈິ່ງຂໍນຳເອົາ 10 ພາບການຈູດດອກໄມ້ໄຟຄັ້ງດັ່ງກ່າວມານຳສະເຫນີ ອີກຄັ້ງເພື່ອລະນຶກເຖິງຄວາມຫຼັງ ທັງເປັນການປະກອບສ່ວນໃນໂອກາດວັນຊາດທີ 2 ທັນວາ ໝູນມາຄົບຮອບອີກວາລະຫນຶ່ງ( ຄົບຮອບ42). 


    ພາບຊຸດນີ້ແມ່ນຖ່າຍໂດຍ ທ່ານວຽງວາດສະຫນາ ວົງທອງຈິດ ເຊິ່ງມີຊື່ໃນເຟສບຸກວ່າ Viengvatsana Vongthongchith  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ40 ປີ(ປີ2015).
    ທ່ານສາມາດຕິດຕາມຜົນງານຊ່າງພາບຜູ້ນີ້ໄດ້ຕາມທີ່ຢູ່ດັ່ງກ່າວ ເພາະເປັນອີກຫນຶ່ງຄົນທີ່ມັກຮັກໃນການຖ່າຍພາບ ແລະ ມີຜົນງານທີ່ໄດ້ຮັບການຍອມຮັບມາຫຼາຍສົມຄວນ ແລະທີ່ຜ່ານມາທີມງານພວກເຮົາກໍເຄີຍໄດ້ສະເໜີໄປຫຼາຍຮູບພໍສົມຄວນ.


    ຫລື ຕ້ອງການຮູບຊຸດນີ້ເກັບໄວ້ເປັນທີ່ລະນືກຢູ່ຫ້ອງການເຮືອນຊານກໍຕິດຕໍ່ເຈົ້າຂອງພາບໂດຍກົງໄດ້ເຊັ່ນກັນເດີ...








    ຮູບໂດຍ: Viengvatsana Vongthongchith
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger