New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Saturday, December 23, 2017

    ສີສັນສາວມົ້ງ ລ້ອງຊານ ງາມແທ້ເອີຍ ໄປແລ້ວບໍ່ຢາກຈາກລາ


    ປະເພນີບຸນກິນຈຽງ ຂອງພີ້ນ້ອງຮ່ວມຊາດເຜົ່າມົ້ງ ເຂດບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ເລິ່ມຕັ້ງແຕ່ວັນທີ່ 17-24/12/2017 ເຊິ່ງປີນີ້ເປັນປີທຳອິດທີ່ ມີການຈັດຂຶ້ນທີ່ເຂດບ້ານຄອນວັດ ເພາະເປັນສະຖານທີ່ກວ້າງຂວາງ ຮົ່ມເຢັນ ທັດສະນີຍະພາບງົດງາມ ມີລານເດີ່ນກ້ອງຮົ່ມໄມ້ .



    ປະເພນີກິນຈຽງ ຈະຈັດເປັນ 03 ໄລຍະ ຄື: ໄລຍະທີ 1: ຫົວໜ້າຄອບຄົວຈະເປັນຜູ້ປັດສິ່ງທີ່ບໍ່ດີ, ຄວາມທຸກຍາກ ໃນຄອບຄົວ ແລະ ໄປສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຢູ່ໃນຈຸດລວມຂອງແຕ່ລະຊິງຊາວ;


    ໄລຍະທີ 2: ແມ່ນໄລຍະທີ່ຫົວໜ້າຄອບຄົວ ໄດ້ມາເອີ້ນຂວັນຢູ່ເຮືອນໃຫ້ແຕ່ລະຄົນໃນຄອບຄົວ ໃຫ້ຢູ່ດີມີແຮງ, ປັດເປົ່າສິ່ງທີ່ບໍ່ດີອອກໄປຈາກຄອບຄົວ ແລະ ມີການເຮັດພາເຂົ້າສາມັກຄີໃນຄອບຄົວ ເອີ້ນກັນວ່າ: ຈຽງໄກ່;

    ໄລຍະທີ 3: ແມ່ນໄລຍະພົບປະສ້າງສັນກັບຜູ້ເຖົ້າ-ຜູ້ແກ່ຊິງຊາວ, ພົບປະສ້າງສັນລະຫວ່າງໝູ່ຄູ່, ບ່າວສາວ ໂດຍການໂຍນໝາກຄອນ ເພື່ອຜູກມັດຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ. ພ້ອມດຽວກັນນັ້ນ, ຍັງໄດ້ມີການສະແດງສິລະປະ ແລະ ສ້າງຂະບວນການກິລາ ທີ່ເປັນເອກະລັກຂອງຊົນເຜົ່າມົ້ງ ເຊັ່ນ: ຂັບລໍາເຜົ່າມົ້ງ, ເປົ່າປີ່, ເປົ່າແຄນ, ງົວຊົນງົວ, ຕີໝາກຂ່າງ, ຍິງໜ້າເກັກ ແລະ ອື່ນໆ










    ຮູບໂດຍ: Houmphet Manisouk
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com




     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger