New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Friday, December 22, 2017

    ສີສັນ ງານບຸນກິນຈຽງເຜົ່າມົ້ງ ເມືອງລ້ອງຊານ ແຂວງໄຊສົມບູນ


    ປະເພນີບຸນກິນຈຽງ ຂອງພີ້ນ້ອງຮ່ວມຊາດເຜົ່າມົ້ງ ເຂດບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ພິທີເລີ່ມຕັ້ງແຕ່ວັນທີ່ 17-24/12/2017 ເຊິ່ງປີນີ້ເປັນປີທຳອິດທີ່ ມີການຈັດຂຶ້ນທີ່ເຂດບ້ານຄອນວັດ ເພາະເປັນສະຖານທີ່ກວ້າງຂວາງ ຮົ່ມເຢັນ ທັດສະນີຍະພາບງົດງາມ ມີລານເດິ່ນກ້ອງຮົ່ມໄມ້ ໃຫ້ບັນດາສາວໆ ບ່າວໆ ໄດ້ພາກັນໂຢນຫມາກຄອນກັນ ພ້ອມນັ້ນຍັງມີເວທີ່ສິລະປະ ຕ່າງໆຄື : ຟ້ອນ ຂັບມົ້ງ ເປົ່າແຄນ ເປົ່າຂຸ່ຍໆໆໆ... 


     ທຸກໆຕອນເຊົ້າກໍ່ຈະມີການຊົນງົວກັນທີ່ລານເດີນກວ້າງ ດ້ານຂ້າງຂອງສະຖານທີ່ແຫ່ງນີ້ ໃນແຕ່ລະມີ້ແມ່ນມີຄົນມາຮ່ວມບຸນກິນຈຽງເປັນຈຳນວນຫລາຍ ນອກນັ້ນກໍ່ມີການຈັດກງານຕະຫລາດນັດຂາຍສິນຄ້າ ອາຫານ ເຄື່ອງຫລິ້ນເດັກນ້ອຍ ໃນສະຖານແຫ່ງນີ້ອີກດ້ວຍ .


     ເມືອງລ້ອງຊານເປັນເມືອງທີ່ມີເນື້ອທີ່ ກວ້າງຂວາງ ເຊິ່ງມີທີ່ຕັ້ງຢູ່ທິດໃຕ້ ຫ່າງຈາກເທດສະບານແຂວງໄປປະມານ 88 ກິໂລແມັດ, ມີເຂດແດນຕິດກັບບັນດາເມືອງອ້ອມຂ້າງຄື:
    - ທິດເໜືອ ຕິດກັບເມືອງອະນຸວົງ( ເມືອງເອກຂອງແຂວງໄຊສົມບູນ )
    - ທິດໃຕ້ຕິດກັບເມືອງທຸລະຄົມ ຂອງແຂວງວຽງຈັນ ແລະ ເມືອງທ່າພຣະບາດ ແຂວງບໍລິຄຳໄຊ
    - ທິດຕາເວັນອອກຕິດກັບເມືອງຮົ່ມ
    - ທິດຕາເວັດຕົກ ຕິິດກັບ ເມືອງແກ້ວອຸດົມ ແຂວງວຽງຈັນ

    ການເດິນທາງໄປເມືອງລ້ອງຊານ ຄັ້ງນີ້ແມ່ນເດີນທາງຈາກນະຄອນຫລວງໄປຕາມເສັ້ນທາງເລກທີ່ 13 ໃຕ້ ຈົນຮອດເມືອງທ່າພຣະບາດ ເຂດທ່າບົກ ແລ້ວລ້ຽວ ເຂົ້າໄປທາງຂວາ ທາງຈະໄປຕາດເລີກ ປະມານ 50-60 ກິໂລແມັດ ຈຶ່ງຮອດເມືອງລ້ອງຊານ ນັບແຕ່ທາງແຍກເລກທີ່ 13 ໃຕ້ເຂົ້າໄປ ເສັ້ນທາງມີເປັນບາງບ່ອນ ທີ່ເປັນດິນແດນ ແລະບາງບ່ອນເປັນທາງປຸຢາງ ກ່ອນຈະເຂົ້າຮອດເມືອງລ້ອງຊານ ເສັ້ນທາງກໍ່ປູຢາງ ການເດິ່ນທາງໄປ ຈະໃຊ້ເວລາປະມານ 2-3 ຊົ່ວໂມງກໍ່ຮອດແລ້ວ ທີ່ສຳຄັນຜູ້ໃດຈະໄປທ່ຽວ ກໍ່ຕ້ອງມີການຕິດຕໍ່ບັນດາເຮືອນພັກໄວ້ລ້ວງຫນ້າກ່ອນເດີ ເພາະເຮືອນພັກມີນ້ອຍ ໃນໄລຍະບຸນແບບນີ້ ແມ່ນເຕັມ.











    ບົດແລະຮູບໂດຍ: Houmphet Manisouk
    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com








     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger