ວັດຈອມເຂົາມະນີຣັຕນ໌ເປັນວັດທີ່ມີຄວາມເກົ່າແກ່ແລະສຳຄັນແຫ່ງໜຶ່ງ ທີມັກມີຜູ້ຄົນມາທ່ອງທ່ຽວແລະຂາບໄຫວ້ເປັນປະຈຳ ເຊິ່ງວັດນີ້ແມ່ນ ຕັ້ງຢູ່ໃຈເທິງເນີນພູນ້ອຍໆກາງເມືອງຫ້ວຍຊາຍ ຄາດວ່າວັດແຫ່ງນີ້ ສ້າງຕັ້ງຂຶ້ນໃນປີ 1880. ຮູບແບບຂອງການປຸກສ້າງ ແມ່ນ ໄດ້ເຮັດດ້ວຍໄມ້ສັກ ເພາະໃນເມື່ອກ່ອນໄມ້ສັກໃນແຖວແຂວງບໍ່ແກ້ວນີ້ມີປ່າໄມ້ໃຫຍ່ ໂດຍສະເພາະໄມ້ສັກອຸດົມສົມບູນທີ່ສຸດ.
ວັດຈອມເຂົາມະນີຣັຕນ໌ ເປັນຕົ້ນແບບຂອງບ້ານເຮືອນທີ່ມີເສົາຢອງຫີນຂອງປະຊາຊົນໃນແຖວນີ້ ພາຍໃນສິມ ໄດ້ມີຮູບພາບ ເລົ່າປະຫວັດຂອງພະພຸດທະເຈົ້າ, ມີເຕົ່າຫີນເພື່ອສ່ຽງທວາຍ, ບານປະຕູສະຫຼັກດ້ວຍຮູບພາບປະຫວັດຂອງທ້າວສີທົນ ແລະ ນາງມະໂນລາ ທີ່ງົດງາມ. ເຊິ່ງທາງລົງຫນ້າວັດ ກໍ່ແມ່ນດ່ານທ່າເຮືອຂອງເມືອງຫ້ວຍຊາຍ ທີ່ຂ້າມໄປເມືອງຊຽງຂອງ ໃນເມື່ອກ່ອນ
ຮູບແລະຂໍ້ມູນໂດຍ: Houmphet Manisouk
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty
ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com
All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com