New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Thursday, January 25, 2018

    ການເດີນທາງສູ່ຕາດຂະເມີດ ບ້ານໜອງຫຼວງ ຫນຶ່ງໃນການທ່ອງທ່ຽວທີ່ປະທັບໃຈສຸດທີ່ຢາກແນະນຳ


    ເມື່ອທ້າຍເດືອນກັນຍາຜ່ານມາ ແອັດມິນ ແລະ ທີມງານໄດ້ມີໂອກາດ ມາສຳຜັດທຳມະຊາດ ຄວາມງົດງາມຂອງຕາດຂະເມີດສົມໃຈປາດຖະຫນາ ຫຼັງຈາກຄອງຄອຍມາດົນ ຈັງໃດກໍຕ້ອງຂໍຂອບໃຈບໍລິສັດກຣີນດິສໂຄເວີຣີລາວ ທີ່ສະຫນັບສະຫນູນກິດຈະກຳໃນຄັ້ງນີ້.

    ຕາດຂະເມິດ ເປັນຕາດຂະຫນາດໃຫຍ່ທີ່ມີນໍ້າຕົກຈາກຫນ້າຜາອັນສູງຊັນກວ່າ 100ແມັດ ກາງປ່າສະຫງວນດົງຫົວສາວ ເຂດບ້ານຫນອງຫລວງ ເມືອງປາກຊ່ອງແຂວງຈໍາປາສັກ. ຢູ່ບໍລິເວນດຽວກັນ ຍັງມີ “ ນ້ຳຕົກຕາດຫົວເສືອ ” ເຊິ່ງເປັນສິ່ງໜຶ່ງທີ່ພິເສດສຳລັບຜູ້ທີ່ໄດ້ມາພົບເຫັນ ເພາະຈະໄດ້ເຫັນຄວາມງາມຂອງນ້ຳຕົກທັງສອງສາຍ ທີ່ຢູ່ບໍລິເວນດຽວກັນໄຫຼລົງມາບັນຈົບກັນ, ແວດລ້ອມດ້ວຍທໍາມະຊາດພູຜາປ່າໄມ້.



    ສຳລັບທ່ານທີ່ຕ້ອງການໄປທ່ອງທ່ຽວຕາດຂະເມີດ ຕ້ອງໄດ້ຊື້ລາຍງການທ່ອງທ່ຽວນຳບໍລິສັດກຣິນດິສໂຄເວີຣີລາວ ໂດຍມີແພັກເກັດທ່ອງທ່ຽວຕັ້ງແຕ່2ມື້1 ຄືນ ກັບ 3 ມື້2 ຄືນ. ກິດຈະກຳຫຼັກທີ່ທ່ານຈະໄດ້ສຳຜັດແມ່ນການຍ່າງປ່າ,ຊົມທຳມະຊາດ, ໄຕ່ຂົວອູ່, ກິນເຂົ້າປ່າ, ຂີ່ສະລິງ, ນອນເຮືອນຕົ້ນໄມ້ຊົມທຳມະຊາດ, ຫຼິ້ນນຳຕົກຕາດ, ປີຜາ...ແລະກິດຈະກຳອື່ນໆ.



    ການຍ່າງປ່າຊົມທໍາມະຊາດ ແລະ ສາຍນໍ້າຕົກ ເປັນກິດຈະກໍາທີ່ທ້າທາຍມ່ວນຊື່ນ ໂດຍສະເພາະເມື່ອມາເປັນຫມູ່ຄະນະ.
    ຢູ່ທີ່ນີ້ສາມາດມາທ່ອງທ່ຽວໄດ້ຕະຫຼອດປີ ແຕ່ຈະມີຄວາມງົດງາມແຕກຕ່າງກັນ ບໍ່ວ່າຈະມາຕົ້ນລະດູຝົນ, ກາງລະດູຝົນ, ທ້າຍລະດູຝົນ ຫລືໃນລະດູແລ້ງ. ແຕ່ການເດີນທາງຈະຫຍຸ້ງຍາກແຕກຕ່າງກັນໄປ ແຕ່ດີສຸດຄິດວ່າຄົງຈະເປັນທ້າຍລະດູຝົນຕົ້ນລະດູໜາວ ຫລື ບໍ່ຊັ້ນກໍຕົ້ນລະດູຝົນ. ສ່ວນຍາມແລ້ງນັ້ນນໍ້າອາດຈະຫນ້ອຍ ແຕ່ສາມາດເຂົ້າໄປສຳຜັດຫລິ້ນນໍ້າໄດ້ຢ່າງມ່ວນຊື່ນ.

    ມື້ນັ້ນພວກເຮົາອອກເດີນທາງຈາກຕົວເມືອງປາກຊ່ອງໄປໄປສູ່ບ້ານຫນອງຫຼວງໄລຍະທາງປະມານ12ກິໂລແມັດ ໂດຍມີລົດຂອງບໍລິສັດທີ່ອອກມາແຕ່ປາກເຊ ພ້ອມນັັກທ່ອງທ່ຽວສາວຊາວຕ່າງປະເທດສອງຄົນມາແວ່ຮັບພວກເຮົາຢູ່ໂຮງແຮມພູເທວະດາ.

    ຈາກຕົວເມືອງປາກຊ່ອງ ໃຊ້ເວລາປະມານ 40 ນາທີ ຈິ່ງຮອດບ້ານຫນອງຫຼວງ ເພາະໃນລະດູຝົນທາງຈະຍາກ ແຕ່ຖ້າເປັນຍາມແລ້ງປະມານ 20ນາທີກໍຮອດ.


    ຈາກທຳອິດວ່າຈະມີພຽງທີມງານເຮົາສອງຄົນ ກັບຄົນຕ່າງປະເທດອີກ 2 ແຕ່ເມື່ອມາຮອດບ້ານໜອງຫລວງ ກໍມີທີມງານອີກ 3 ຄົນທີ່ມາຈາກໄທ2 ແລະ ລາວອີກ1 ລວມເປັນ7 ຄົນ ເຮັດໃຫ້ການເດີນທາງມີບັນຍາກາດຫຼາຍຂຶ້ນ. ຈາກບ້ານຫນອງຫຼວງໄປ ຈະເປັນການຍ່າງໄລຍະທາງປະມານ 4 ກິໂລແມັດກໍຮອດເຂດດ່ານໃຫຍ່, ຈາກນັ້ນພວກເຮົາກໍເລີ່ມເຂົ້າສູ່ການໄຕ່ເຊືອກຂ້າມນໍ້າ ແລ້ວກໍສືບຕໍ່ຍ່າງໄປໄກເຕີບກໍຮອດສາລາພັກຜ່ອນກິນເຂົ້າທ່ຽງ ທີ່ມີສາຍນໍ້າຕົກຢູ່ຕໍ່ຫນ້າ. ແຕ່ເສຍດາຍທີ່ມື້ນັ້ນຟ້າຝົນບໍ່ເປັນໃຈກຳລັງກິນເຂົ້າໃກ້ຈະອີ່ມຝົນກໍທັງເທລົງມາ ຕ້ອງໄດ້ນຸ່ງເສື້ອກັນຝົນເລາະທ່ຽວ ເຮັດໃຫ້ການຖ່າຍຮູບພົບຄວາມຫຍຸ້ງຍາກພໍສົມຄວນ, ສ່ວນໂດນທີ່ເປ້ໄປນັ້ນກໍໝົດໂອກາດຂຶ້ນບິນ.



    ເດີມທີ່ແຜນການພວກເຮົາແມ່ນນອນຄ້າງຄືນຢູ່ເຮືອນກົກໄມ້ຢູ່ກາງນໍ້າຕົກຕາດຂະເມີດ1 ຄືນ ແຕ່ເນື່ອງຈາກອອກມາຈາກນະຄອນຫຼວງວຽງຈັນຊ້າໄປ1 ມື້ ພວກເຮົາຈຳຕ້ອງຕັດການນອນທີ່ນີ້ອອກ ເຮັດໃຫ້ການຂີ່ສະລິງເບິ່ງນໍ້າຕົກຕາດຂະເມີດໄປບໍ່ສຸດ  ແຕ່ກໍຫວັງວ່າຄັ້ງຫນ້າຈະໄດ້ມີໂອກາດມາສຳຜັດຈົນສຸດກົກສຸດປາຍ.






    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com





     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger