New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Wednesday, March 28, 2018

    ເປີດປະຕູສູ່ໂລກກວ້າງ ເລາະ ລ່ອງຊົມເມືອງລາວ ຄວາມງົດງາມມີຫຼາຍ ຢາຍແຕ່ເຫນືອເຖິງໃຕ້


    ເປີດ2018ເປັນປີທ່ອງທ່ຽວລາວ ທີ່ລັດຖະບານປລະປວງຊົນທັງຊາດ ໄດ້ເປັນຈິດຫນຶ່ງໃຈດຽວສຸ່ມໃສ່ການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວຢ່າງແຂງແຮງ ເຮັດແນວໃດ ເພື່ອດຶງດູດການທ່ອງທ່ຽວຂອງລາວກັບມາຂະຫຍາຍຕົວອີກຄັ້ງຫລັງຈາກທີ່ປີ2017ຜ່ານມາ ຕົວເລກນັດທ່ອງທ່ຽວຕ່າງປະເທດເຂົ້າມາລາວມີທ່າອ່ຽງຫຼຸດລົງ.



    ລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົາຊາວຕ່າງຊາດ ໃຫ້ເຂົ້າມາທ່ອງທ່ຽວໃນລາວ ໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ ແລະເຮັດໃຫ້ພາກບໍລິການໃນລາວມີລາຍຮັບເກີນກວ່າ 900 ລ້ານໂດລາ ໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳແລະງານບຸນປະເພນີຕ່າງໆ ໃນ 18 ແຂວງທົ່ວປະເທດ.


    ຄຽງຄູ່ກັບການພະຍາຍາມດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ສິ່ງທີ່ບໍ່ຄວນເບິ່ງຂ້າມກໍຄືການໂຄສະນາສົ່ງເສີມການທ່ອງທ່ຽວພາຍໃນ.  ປັດຈຸບັນຄົນລາວເລີ່ມມີເງິນຫຼາຍຂຶ້ນ ເຮັດໃຫ້ມີເງິນພໍໃນການທ່ອງທ່ຽວ. ດັ່ງນັ້ນ ຕ້ອງໄດ້ເບິ່ງໄປພ້ອມກັນວ່າຕະຫຼາດທ່ອງທ່ຽວຂອງຄົນລາວເປັນຄືແນວໃດນໍ.

    ສວນຜັກຂອງປະຊາຊົນ ເຂດບ້ານຜາເຈົ້າເມືອງກາສີ ແຂວງວຽງຈັນ ຕາມເສັ້ນທາງເລກທີ13 ເຫນືອ

    ຊາວສວນເຂດບ້ານຜາເຈົ້າເມືອງກາສີ ແຂວງວຽງຈັນ ຕາມເສັ້ນທາງເລກທີ13 ເຫນືອ ກຳລັງຫົດຜັກ

    ຊາວສວນເຂດບ້ານຜາເຈົ້າເມືອງກາສີ ແຂວງວຽງຈັນ ຕາມເສັ້ນທາງເລກທີ13 ເຫນືອ ກຳລັງຫົດຜັກ

    ຊາວສວນເຂດບ້ານຜາເຈົ້າເມືອງກາສີ ແຂວງວຽງຈັນ ຕາມເສັ້ນທາງເລກທີ13 ເຫນືອ ກຳລັງສຸມໃສ່ການຜະລິດ

    ທົ່ງນາເຂດເມືອງກາສີ ແຂວງວຽງຈັນໃນລະດູນາປີຜ່ານມາ

    ວັງວຽງເມືອງທ່ອງທ່ຽວຍອດນິຍົມອີກແຫ່ງຂອງເມືອງລາວ

    ຍາມເຊົ້າຢູ່ວັງວຽງເມືອງທ່ອງທ່ຽວຍອດນິຍົມອີກແຫ່ງຂອງເມືອງລາວ ໃນທ້າຍລະດູຝົນ


    ສາຍໝອກຕາມຮ່ອມພູ ກາຍເປັນທິວທັດມົນສະເໜຂອງເມືອງວັງວຽງ

    ເມືອງວັງວຽງ ແຂວງວຽງຈັນ

    ຫນ້າເຂື່ອນນໍ້າງື່ມ1 ແຂວງວຽງຈັນ

    ທິວທັດທຳມະຊາດຫນ້າເຂື່ອນນໍ້າງື່ມ1 ຈຸດແດນສະຫວັນນໍ້າງື່ມຣີສອດ

    ສາສາຊົມວິວ ແລະ ຮ້ານອາຫານ ນໍ້າງື່ມແດນສະຫວັນຣີສອດ



    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger