New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Thursday, October 26, 2017

    18 ກິດຈະກຳລະດັບຊາດ ໃນການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018




    ວັນທີ28 ຕຸລາ 2017 ຈະມີພິທິ ປະກາດເປີດປີທ່ອງທ່ຽວລາວ2018 ຢ່າງເປັນທາງການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນປີ 2017. ລັດຖະບານໄດ້ກຳນົດເອົາ18 ກິດຈະກຳລະດັບຊາດ ໃນການສະເຫຼີມສະຫຼອງປີທ່ອງທ່ຽວລາວ2018 ໂດຍຕັ້ງເປົ້າຍູ້ການທ່ອງທ່ຽວໃນປີ 2018 ໃຫ້ບັນລຸຕົວເລກ5,2ລ້ານເທື່ອຄົນ, ສ້າງ​ລາຍ​ຮັບໃຫ້ໄດ້ປະມານ 900 ລ້ານ​ໂດ​ລາ​ສະຫະລັດ.

    18 ກິດຈະກຳລະດັບຊາດ ໃນການສະເຫຼີມສະຫຼອງປີທ່ອງທ່ຽວລາວ2018 ມີດັ່ງນີ້

    1.ບຸນປີໃຫມ່ຊົນເຜົ່າກຶມມຸ ທີ່ແຂວງອຸດົມໄຊ ທ້າຍເດືອນທັນວາ ປິ 2017 ຫາຕົ້ນເດືອນມັງກອນ ປີ 2018


    2.ບຸນພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ (30ທັນວາ 2017 ຫາ 1 ມັງກອນ 2018)

    ຮູບໂດຍ: Lee Una

    3.ບຸນເສົາຫຼັກເມືອງ 10 ຊົນເຜົ່າ ແຂວງເຊກອງ (21-23 ມັງກອນ 2018)


    4. ບຸນນະມັດສະການຜາສາດຫີນວັດພູຈຳປາສັກ ແຂວງຈຳປາສັກ (30 ມັງກອນ ຫາ 2 ກຸມພາ 2018)


    5.ບຸນພະທາດ ສີໂຄດຕະບອງ ເມືອງທ່າແຂກ ແຂວງຄຳມ່ວນ (30 ມັງກອນ ຫາ 2 ກຸມພາ 2018)
    ຮູບຈາກ noy images 

    6.ບຸນຊົນເຜົ່າ ແຂວງຫຼວງນໍ້າທາ( 1 ກຸມພາ 2018)

    7.ເທດສະການດອກງິ້ວບານ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ (7-12 ກຸມພາ 2018)

    8.ມະຫະກໍາບຸນຊ້າງ ແຂວງໄຊຍະບູລີ (16-18 ກຸມພາ 2018)

    ຮູບຈາກLao Photo Magazine


    9.ບຸນປີໃຫມ່ລາວ ທີ່ແຂວງຫຼວງພະບາງ (13-16ເມສາ 2018)
    ຮູບຈາກLao Photo Magazine

    10.ງານສະເຫລີ່ມສະຫຼອງແກ້ວຫຼັກເມືອງແລະທ່ຽວຊົມຖໍ້າທ່ານຜູ້ນຳ ແຂວງຫົວພັນ (15-17 ພຶດສະພາ 2018)

    11.ບຸນຊ່ວງເຮືອ ເມືອງສາລະວັນ ແຂວງສາລະວັນ ຫລື ບຸນຫໍ່ເຂົ້າສະຫຼາກ (18 -20 ກັນຍາ 2018)

    12.ບຸນຊ່ວງເຮືອ ເມືອງຂວາ ແຂວງຜົ້ງສາລີ (25 ຕຸລາ 2018)

    13.ບຸນເຂົ້າໄກ່ນ້ອຍ ແຂວງຊຽງຂວາງ(5-8 ພະຈິກ 2018)

    14.ບຸນນະມັດສະການພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ(17-22 ພະຈິກ 2018)
    ຮູບໂດຍ: noy saylakham

    15.ບຸນພະທາດອີງຮັງ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ(27ພະຈິກເຖິງ3 ທັນວາ 2018)

    ຮູບໂດຍ:anouphon phomhacsar

    16.ງານນະມັດສະການພະເຈົ້າໄຊເສດຖາ ແຂວງອັດຕະປື(3-6 ທັນວາ 2018)

    17. ບຸນກິນຈຽງຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ(ທ້າຍເດືອນທັນວາປີ2018 ຫາຕົ້ນເດືອນ
    ມັງກອນປີ2019)
    ຮູບໂດຍ:Kham Kham

    18.ບຸນກິນຈຽງ ແຂວງໄຊສົມບູນ(ທ້າຍເດືອນທັນວາປີ2018 ຫາຕົ້ນເດືອນມັງກອນປີ2019)

    ຮູບໂດຍ:Kham Kham


    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com






     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger