New Photos...

ບຸນປະເພນີ

ຮູບພາບເກົ່າໆ

  • ລວມພາບ ພຣະທາດຫຼວງວຽງຈັນ ໃນອາດີດ

  • ທີ່ນີ້ທ່ານຄວນໄປທ່ຽວ

    Thursday, October 26, 2017

    ນາຍົກຮຽກຮ້ອງໃຫ້ທົ່ວສັ່ງຄົມ ເອົາໃຈໃສ່ກະກຽມເປັນເຈົ້າພາບທີ່ດີ ໃນປີທ່ອງທ່ຽວລາວ 2018


    ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2017 ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 24-25 ຕຸລາ 2017 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.


    ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະຫຼຸບສັງລວມການເຄື່ອນໄຫວວຽກງານຈຸດສຸມທີ່ພົ້ນເດັ່ນຂອງລັດຖະບານໃນເດືອນຕຸລາທີ່ຜ່ານມາ ແລະ ຊີ້ນຳວຽກງານຈຸດສຸມໃນເດືອນພະຈິກ ໂດຍສະເໜີໃຫ້ສຸມໃສ່ຄົ້ນຄວ້ານໍາໃຊ້ທ່າແຮງບົ່ມຊ້ອນທີ່ປະເທດເຮົາມີ, ປັບປຸງ ແລະ ໂຄສະນາສະຖານທີ່ທ່ອງທ່ຽວ, ປັບປຸງການບໍລິການໃຫ້ສະດວກວ່ອງໄວ, ແກ້ໄຂສິ່ງອັດຕັນ ແລະ ປ້ອງກັນຄວາມສຽງດ້ານຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ໄດ້ຕາມຄາດໝາຍກໍານົດ (5,2 ລ້ານຄົນໃນປີ 2018).



    ພ້ອມກັນນັ້ນກໍ່ໃຫ້ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ, ການຮ່ວມມືລະຫວ່າງຂະແໜງການຂອງພັກ ລະຫວ່າງພາກລັດ ກັບ ພາກທຸລະກິດ. ສົ່ງເສີມແນວຄິດລາວທ່ຽວລາວໃຫ້ແຂງແຮງ ເພື່ອຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາອອກນອກປະເທດ. ສູ້ຊົນເຮັດໃຫ້ປີທ່ອງທ່ຽວ ເປັນເຄື່ອງມືທີ່ມີປະສິດທິຜົນໃນການກະຕູ້ນເສດຖະກິດຂອງປະເທດເຮົາ ໃຫ້ຂະຫຍາຍຕົວເກີນຕົວເລກຄາດໝາຍທີ່ວາງໄວ້.




    18 ກິດຈະກຳລະດັບຊາດ ໃນການສະເຫຼີມສະຫຼອງປີທ່ອງທ່ຽວລາວ2018 ມີດັ່ງນີ້
    1.ບຸນປີໃຫມ່ຊົນເຜົ່າກຶມມຸ ທີ່ແຂວງອຸດົມໄຊ ທ້າຍເດືອນທັນວາ ປິ 2017 ຫາຕົ້ນເດືອນມັງກອນ ປີ 2018
    2.ບຸນພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ (30ທັນວາ 2017 ຫາ 1 ມັງກອນ 2018)
    3.ບຸນເສົາຫຼັກເມືອງ 10 ຊົນເຜົ່າ ແຂວງເຊກອງ (21-23 ມັງກອນ 2018)
    4. ບຸນນະມັດສະການຜາສາດຫີນວັດພູຈຳປາສັກ ແຂວງຈຳປາສັກ (30 ມັງກອນ ຫາ 2 ກຸມພາ 2018)
    5.ບຸນພະທາດ ສີໂຄດຕະບອງ ເມືອງທ່າແຂກ ແຂວງຄຳມ່ວນ (30 ມັງກອນ ຫາ 2 ກຸມພາ 2018)
    6.ບຸນຊົນເຜົ່າ ແຂວງຫຼວງນໍ້າທາ( 1 ກຸມພາ 2018)



    7.ເທດສະການດອກງິ້ວບານ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ (7-12 ກຸມພາ 2018)
    8.ມະຫະກໍາບຸນຊ້າງ ແຂວງໄຊຍະບູລີ (16-18 ກຸມພາ 2018)
    9.ບຸນປີໃຫມ່ລາວ ທີ່ແຂວງຫຼວງພະບາງ (13-16ເມສາ 2018)
    10.ງານສະເຫລີ່ມສະຫຼອງແກ້ວຫຼັກເມືອງແລະທ່ຽວຊົມຖໍ້າທ່ານຜູ້ນຳ ແຂວງຫົວພັນ (15-17 ພຶດສະພາ 2018)
    11.ບຸນຊ່ວງເຮືອ ເມືອງສາລະວັນ ແຂວງສາລະວັນ ຫລື ບຸນຫໍ່ເຂົ້າສະຫຼາກ (18 -20 ກັນຍາ 2018)
    12.ບຸນຊ່ວງເຮືອ ເມືອງຂວາ ແຂວງຜົ້ງສາລີ (25 ຕຸລາ 2018)



    13.ບຸນເຂົ້າໄກ່ນ້ອຍ ແຂວງຊຽງຂວາງ(5-8 ພະຈິກ 2018)
    14.ບຸນນະມັດສະການພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ(17-22 ພະຈິກ 2018)
    15.ບຸນພະທາດອີງຮັງ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ(27ພະຈິກເຖິງ3 ທັນວາ 2018)
    16.ງານນະມັດສະການພະເຈົ້າໄຊເສດຖາ ແຂວງອັດຕະປື(3-6 ທັນວາ 2018)
    17. ບຸນກິນຈຽງຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ(ທ້າຍເດືອນທັນວາປີ2018 ຫາຕົ້ນເດືອນມັງກອນປີ2019)
    18.ບຸນກິນຈຽງ ແຂວງໄຊສົມບູນ(ທ້າຍເດືອນ12ປີ2018 ຫາຕົ້ນເດືອນມັງກອນປີ2019)



    ---------------------
    ປະເທດລາວ: ຄວາມງາມທີ່ສຳຜັດໄດ້
    LAOS: Touchable Beauty

    ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

    All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



     
    Copyright © 2014 ຮູບພາບເມືອງລາວ - Lao Postcard
    Powered by Blogger