ເມືອງສິງ ແຂວງຫຼວງນໍ້າທາ ເປັນຫນຶ່ງໃນປາຍທາງສຳຄັນຂອງນັກທ່ອງທ່ຽວຕ່າງປະເທດ ດ້ວຍຈຸດເດັ່ນຂອງສີສັນວັດທະນະທຳເຜົ່າລື້.
ເມື່ອບໍດົນມານີ້ທີມງານລາວໂພດສະກາດກໍໄດ້ມີໂອກາດເດີນທາງໄປຄົ້ນຫາດິນແດນເຜົ້າລື່ທີ່ເຕັມໄປດ້ວຍມົນສະເຫນ່ແຫ່ງນີ້
ເມືອງສິງ ເປັນເມືອງປະຫວັດສາດ ( ເຄີຍມີກອງທັບຝຣັ່ງມາຕັ້ງຖານທັບໃຫຍ່ຢູ່ ) ແລະ ເປັນເມືອງທີ່ມີຊົນເຜົ່າອາໄສຢູ່ ຫຼາຍກວ່າເມືອງອື່ນ. ຕາມເສັ້ນທາງ 17 ບີ ໄປເມືອງລອງ ຫາ ຊຽງກົກ ທ່ານຈະພົບກັນບັນດາເຜົ່າທີ່ອາໄສຢູ່ລຽບຕາມແຄມທາງ ທີ່ຍັງດຳລົງຊີວິດແບບດັ້ງເດີ່ມ ສຸດເສັ້ນທາງແມ່ນແມ່ນ້ຳຂອງມີສາຍແດນຕິດກັບປະເທດມຽນມາ ແລະ ສາມາດເດີ່ນທາງໄປເມືອງຫ້ວຍຊາຍ ແຂວງບໍ່ແກ້ວໄດ້ດ້ວຍທາງເຮືອ.
ຈາກແຂວງຫຼວງນ້ຳທາຕາມເສັ້ນທາງ ອາ 3 ເອ ມຸ່ງໜ້າສູ່ແຂວງບໍ່ແກ້ວ ທີ່ມີສາຍແດນຕິດກັບປະເທດໄທ ຕາມເສັ້ນທາງແມ່ນມີແຫຼ່ງທ່ອງທ່ຽວຫຼາຍແຫ່ງ ເຊັ່ນ: ບ້ານຈະເລີນສຸກ, ສູນຂໍ້ມູນປ່າສະຫງວນແຫ່ງຊາດ ນ້ຳຫ້າ, ຖ້ຳເກົາເລົາ ຫຼື ຖ້ຳນ້ຳແອ່ງ, ສວນອຸທິຍານບໍ່ກຸ້ງ, ຈຸດຊົມວີວນຳ້ແພ, ຕະຫຼາດກະສິກຳບ້ານດອນໄຈ, ຄ້າຍເກົ່າຝຣັ່ງແຂວງບໍ່ແກ້ວ ແລະ ຕົວເມືອງວຽງພູຄາ ເຊິ່ງໄດ້ຄົ້ນພົບ ຊາກດິນເຜົ່າເກົ່າແກ່ຫຼາຍແຫ່ງ ເປັນຕົ້ນແມ່ນວັດມະຫາປວດ ຄາດວ່າເມືອງວຽງພູຄາແມ່ນເມືອງເກົ່າແກ່ມາ ຫຼາຍສັດຕະວັດແລ້ວ.
ລ່ອງຕາມສາຍແມ່ນ້ຳທາ ທ່ານຈະພົບກັບ ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຕາມລ້ອງແມ່ນ້ຳທາ ແລະ ພົບກັບທຳມະຊາດທີ່ຍັງອຸດົມ ສົມບູນຢູ່ ລະຫວ່າງກາງຂອງແມ່ນ້ຳທາ ແລະ ປາກທາ ( ບ່ອນນ້ຳຂອງ ແລະ ນ້ຳທາປ່ອງໃສ່ກັນ ) ທ່ານຈະພົບກັບເມືອງນ້ອຍແຫ່ງ ນີ້ຊື່ເມືອງນາແລ ເປັນຖິ່ນອາໄສຂອງຊົນເຜົ່າຂະມຸ ຫຼາຍກວ່າ 80% ແລະ ນອນພັກແຮມກັບເຜົ່າໄຕລື້ ບ້ານຄອນຄຳ ເປັນບ້ານພັກແຮມຂອງ ນັກທ່ອງທ່ຽວ ແລະ ຍັງເປັນບ້ານສົ່ງອອກເຄື່ອງຫັດຖະກຳຈາກສີມື ແຮງງານຂອງປະຊາຊົນພາຍໃນບ້ານ.
ສະເພາະມື້ນີ້ທີມງານພວກເຮົາໄດ້ນຳເອົາຮູບພາດພະທາດຊຽງຕຶງ ແລະ ປະຫວັດມາສະເໜີ ເພື່ອຄົ້ນຫາທີ່ໄປທີ່ມາຂອງອິນແດນເມືອງສິງແຫ່ງນີ້.
ອີງຕາມຂໍ້ມູນຈາກເວັບໄຊ http://www.laogov.gov.la ໃຫ້ຮູ້ວ່າ: ຕາມຕຳນານ ພະທາດຫຼວງຊຽງຕຶງ ໄດ້ກ່າວໄວ້ວ່າ: ພະພຸດທະເຈົ້າ ໄດ້ເດີນທາງມາຈາກ ເມືອງລັງກາທິບ ແລະ ໄດ້ຜ່ານມາເຖິງໜ່ວຍພູ ທີ່ພະທາດຊຽງຕຶງ ຕັ້ງຢູ່ໃນປະຈຸບັນ ແລະ ປະຊາຊົນ ກໍ່ໄດ້ເອົາວັດຖຸທານ ແລະ ຂອງທານມາຖວາຍ ໃຫ້ພະພຸດທະເຈົ້າໄດ້ສັນ ແລະ ພະພຸດທະເຈົ້າກໍ່ໄດ້ເທດສະໜາທຳ ໃຫ້ແກ່ປະຊາຊົນ ແລະ ໄດ້ກ່າວສັ່ງສອນໃຫ້ຊາວເມືອງແຫ່ງນີ້ຖືສິນກິນທານ ແລະ ກ່ອນທີ່ພະພຸດທະເຈົ້າຈະຈາກໄປ ໄດ້ສັ່ງໄວ້ກັບພະມະຫາອະນົນເຖຣະຜູ້ຕິດຕາມຂອງຕົນໄວ້ວ່າ “ໃນເມື່ອເຮົາຫາກໄດ້ປະລິນິພານໄປແລ້ວ ໃຫ້ພະອານົນເຖຣະເຈົ້າ ເອົາກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູບດ້າມຄຳ ຂອງເຮົາມາຈຸກໍ່ໄວ້ເໜືອຍອດພູຊຽງຕຶງແຫ່ງນີ້ ເພື່ອໄວ້ປົກປັກຮັກສາດິນແດນເມືອງແຫ່ງນີ້ຕໍ່ໄປ. ຫຼັງຈາກນັ້ນ ກໍ່ໄດ້ເດີນທາງໄປສູ່ປ່າເຊຕະວັນ ແລະ ອີກສອງປີຕໍ່ມາ ພະພຸດທະເຈົ້າກໍ່ໄດ້ປະລິນິພານ
ດັ່ງນັ້ນ, ພະອານົນເຖຣະເຈົ້າ ຈຶ່ງໄດ້ນຳເອົາ ກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູບດ້າມຄຳ ຂອງພະພຸດທະເຈົ້າ ມາມອບໃຫ້ພະມະຫາເຖຣະເຈົ້າ ທີ່ຢູ່ເມືອງແຫ່ງນີ້ ຕາມຄຳບອກກ່າວສິ່ງທີ່ພະພຸດທະເຈົ້າມອບໃຫ້ ໄດ້ຖືກເກັບຮັກສາໄວ້ໃນຫີບຄຳ ຢູ່ໃນເມືອງແຫ່ງນີ້ເປັນເວລາ 7 ຊົ່ວເຈົ້າຟ້າ ທີ່ປົກຄອງເມືອງແຫ່ງນີ້ ເຊິ່ງເປັນເວລາ 400 ປີ ແລະ ມີພະສຳພູຕະເຖຣະຕົນໜຶ່ງ ທີ່ມີລູກສິດ 500 ຕົນ ທີ່ໄດ້ຮັກສາຫີບຄຳນີ້ ໄດ້ 20 ປີ.
ຈາກນັ້ນ ຈິ່ງໄດ້ຮູ້ຂ່າວວ່າ ມີພະຍາຕົນໜຶ່ງ ຊື່ວ່າ “ພະຍາອະໂສກະທຳມະລາຊາ” ເປັນຜູ້ທີ່ມີຊື່ສຽງໂດ່ງດັງ ໃນການສ້າງວັດວາອາຮາມ ແລະ ກໍ່ສ້າງເຈດີໄດ້ເຖິງ 84,000 ດວງ ຢູ່ທຸກຫົນແຫ່ງໃນໂລກ. ດັ່ງນັ້ນ ພະສຳພູຕະເຖຣະຜູ້ນີ້ ຈຶ່ງໄດ້ໄປອັນເຊີນເອົາ ພະຍາອະໂສກະທຳມະລາຊາ ມາສ້າງພະທາດ ຢູ່ໃນເມືອງແຫ່ງນີ້.
ດັ່ງນັ້ນ, ພະຍາອະໂສກະທຳມະລາຊາ ກໍ່ໄດ້ເດີນທາງມາຕາມຄຳເຊີນ ແລະ ພະສຳພູຕະເຖຣະຕົນນັ້ນ ພ້ອມດ້ວຍລູກສິດ 500 ຕົນ; ກໍ່ໄດ້ເອົາຫີບຄຳ ທີ່ໄດ້ເກັບຮັກສາກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູບດ້າມຄຳມາມອບໃຫ້ ພະຍາອະໂສກະທຳມະລາຊາ ເພື່ອກໍເຈດີ. ດັ່ງນັ້ນ ພະຍາອະໂສກະທຳມະລາຊາ ກໍໄດ້ຫາເລີກງາມຍາມດີ ແລະ ກໍ່ເຈດີ ກວມເອົາຫີບຄຳທີ່ບັນຈຸກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູດດ້າມຄຳຂອງພະພຸດທະເຈົ້າ ຢູ່ທີ່ເໜືອຍອດພູຊຽງຕຶງ ໃນເດືອນຈຽງເພັງ ປີ ພສ 400 ເພື່ອໄວ້ໃຫ້ ຊາວເມືອງໄດ້ສັກກາລະບູຊາ ແລະ ເປັນພະທາດຄູ່ບ້ານຄູ່ເມືອງແຫ່ງນີ້ ຕະຫຼອດໄປ ແລະ ໄດ້ກຳນົດເອົາມື້ 15 ຄ່ຳ ເດືອນກຳ ຊົນເຜົ່າໄຕລື້ ເຊິ່ງກົງກັບເດີອນ 12 ລາວ ຫຼື ເດືອນຈຽງເພັງ ຂອງທຸກໆປີ ເປັນມື້ນະມັດສະການພະທາດຕະຫຼອດມາ.
ເມື່ອອີງຕາມ ຕຳນານຂອງພະທາດຫຼວງຊຽງຕຶງ ໄດ້ໃຫ້ຮູ້ວ່າ: ເມືອງສິງ ໃນປະຈຸບັນນີ້ ມີຄົນອາໄສ ແລະ ດຳລົງຊິວິດຢູ່ ເປັນເວລາ 2.500 ກວ່າປີຜ່ານມາແລ້ວ. ນອກຈາກນັ້ນ ພະທາດຫຼວງຊຽງຕຶງ ກໍ່ໄດ້ຖືກປະຕິສັງຂອນ ຈາກເຈົ້າຟ້າສາມອົງ ຄື: ພະຍາແຕນ ໃຫ້ບູລະນະປະຕິສັງຂອນໃໝ່ ໃນປີ ຄສ 1591, ເຈົ້າແສງສີຂະຕິຍະວົງສາ ບູລະນະປະຕິສັງຂອນຂຶ້ນໃໝ່ ໃນປີ ຄສ 1792, ເຈົ້າຟ້າສິຣິໜໍ່ຄຳ ບູລະນະປະຕິສັງຂອນຂຶ້ນໃໝ່ ໃນປີ ຄສ 1873.
ພະທາດຊຽງຕຶງ ຕັ້ງຢູ່ທາງທິດໃຕ້ຂອງຕົວເມືອງ ເປັນເຈດີຖານແປດຫລ່ຽມສູງ 10 ແມັດ. ທຸກປີໃນມື້ເພັງເດືອນ 12 ຊາວເມືອງຈະສະຫລອງບຸນພະທາດຂຶ້ນ(ກົງກັບງານສະ ຫລອງພະທາດຫລວງວຽງຈັນ).
ພາບໂດຍ: ໄກ່ແກ້ວ
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty
ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com
All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com