New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Saturday, June 3, 2017

ການຫາປາຂອງຊາວປະມົງຢູ່ຄອນພະເພັງ ໃນໄລຍະປາຂຶ້ນ



ຄອນພະເພັງ ແມ່ນໜຶ່ງໃນຈໍານວນນໍ້າຕົກຕາດ ອັນຍາວຢຽດ ຂັ້ນລໍາແມ່ນໍ້າຂອງຕອນໃຕ້ຂອງ ປະເທດເຮົາ ທີ່ນອນຢູ່ດິນແດນ ເຂດມະຫານະທີ ສີພັນດອນ ເມືອງໂຂງ ແຂວງຈຳປາສັກ  ເຊິ່ງມີຄວາມຍາວເຖິງ 15 ກິໂລແມັດ.



ທຳມະຊາດໄດ້ເສກສັນ ປັ້ນແຕ່ງໃຫ້ນ້ຳໂຕນຕາດແຫ່ງນີ້ ມີຄວາມສວຍສົດງົດງາມ ແລະ ມີສຽງດັງ, ຄຶກຄື້ນ, ມ່ວນຊື່ນ, ອອນຊອນໃຈ .


ຄອນພະເພັງໃນຕົ້ນລະດູຝົນນໍ້າຈະຫຼາຍ ແລະ ໄຫລແຮງ ສົ່ງສຽງກິກກ້ອງດັງກັງວານໄປໄກ; ຂະນະທີ່ຊາວບ້ານບໍ່ໄດ້ຫວັ່ນກົວຕໍ່ຄວາມແຮງຂອງກະແສນໍ້າ ດ້ວຍການອອກໄປຕຶກແຫຫາປາ ເພາະລະດູນີ້ເປັນລະດູປາຂຶ້ນ ປາຈະຫຼາຍເປັນພິເສດ


ຄວາມແຮງຂອງນໍ້າໂຕຕາດໃນລະດູຝົນ


ຊາວປະມົງບໍ່ຫວັ່ນໄຫວຕໍ່ກະແສນໍ້າ ເພາະມັນຄືວິຖີຊີວີດທີ່ເຕີບໂຕມາແຕ່ນ້ອຍຕົນໃຫຍ່


ນອກຈາກຄວາມສວຍງາມຂອງ ນໍ້າຕົກຄອນພະເພັງ ທີ່ເຕັມໄປດ້ວຍໂງ່ນຫີນສະຫຼັບຢາຍກັນແລ້ວ ກໍ່ຍັງມີພາບການທຳ ມາຫາກິນ ຂອງຊາວຫາຫາເບິ່ງໄດ້ຍາກຢູ່ທີ່ອື່ນ



ສາລາຊົມນໍ້າຕົກຕາດຄອນພະເພັງ ເມືອງໂຂງ ແຂວງຈຳປາສັກ



---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger