New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Tuesday, December 12, 2017

ປະມວນຮູບພາບ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ(ເນື່ອງໃນວັນຄ້າຍວັນເກີດຄົບຮອບ 97 ປີ)


ຫວນຄືນມື້ນີ້ 13 ທັນວາ ປີ1920 ຄືມື້ກຳເນີດຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຊາວລາວ.

ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິ ຫານ ແມ່ນແບບຢ່າງອັນໃສແຈ້ງ ແລະ ສູງສົ່ງທີ່ພວກເຮົາຕ້ອງໄດ້ນຳມາ ສຶກສາອົບຮົມໃຫ້ສະມາຊິກພັກ, ປະທານ ໄກສອນ ພົມ ວິຫານ ແມ່ນ
ຜູ້ນຳຜູ້ໜຶ່ງທີ່ມີຄວາມປີຊາສາມາດສະຫຼາດສ່ອງໃສເຊິ່ງ ມີແນວຄິດປະຕິວັດທີ່ສູງສົ່ງມາແຕ່ຍັງເຍົາໄວ, ມີອຸດົມການທີ່ຢາກກອບກູ້ເອົາ ເອກະລາດອິດສະຫຼະພາບມາໃຫ້ປະເທດຊາດ ແລະ ປະຊາຊົນ, ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີຈິດໃຈເສຍສະຫຼະ ແລະ ອຸທິດຕົນຢ່າງບໍ່ຮູ້ອິດເມື່ອນຳພາການຕໍ່ສູ້ຈົນຍາດໄດ້ໄຊຊະນະ ແລະ ມີຜົນສຳເລັດຫຼາຍປະການໃນພາລະກິດປົກປັກຮັກສາ ແລະ

ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ, ດັ່ງນັ້ນ,​ ພະນັກ ງານ, ສະມາຊິກພັກພວກເຮົາຈົ່ງພ້ອມກັນຮ່ຳຮຽນ ແລະ ເສີມຂະ ຫຍາຍແນວຄິດຄຸນສົມບັດ ແລະ ສິນທຳປະຕິວັດອັນໃສແຈ້ງ ແລະ ສູງສົ່ງດັ່ງກ່າວເພື່ອໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງ ຕົນໃຫ້ມີຜົນສຳເລັດສູງ.


 ທ່ານ ໄກສອນ ພົມວິຫານ ເປັນປະທານປະເທດ ແຫ່ງ ສປປ ລາວ ຄົນທີ II ໃນ ວັນ ທີ 15 ສິງຫາ 1991 ແລະ ເປັນນາຍົກລັດຖະມົນຕີ ຄົນທໍາອິດ ແຫ່ງ ສປປ ລາວ.





















---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger