New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Monday, March 12, 2018

ເສົາຫຼັກເມືອງ ແຂວງເຊກອງ ສູງ9,9ແມັດ ຈາລຶກ​ເຖິງ​ດວງໃຈສາມັກຄີປວງຊົນເຜົ່າຕ່າງໆ ຂອງຊາວແຂວງ​ເຊກອງ

ເສົາຫຼັກເມືອງ ແຂວງເຊກອງ ສ້າງຂຶ້ນ ​ແລະ ສຳເລັດ​ໃນປີ 2011 ​ເພື່ອຈາລຶກ​ເຖິງ​ດວງໃຈສາມັກຄີປວງຊົນເຜົ່າຕ່າງໆ ຂອງຊາວແຂວງ​ເຊກອງ.
ຫຼັກເມືອງ​ແບ່ງເປັນ 3 ທ່ອນ; ​ໝາຍເຖິງ: ​ຄວາມອຸດົມຮັ່ງມີ​ ດ້ວຍເ​ງິນ​, ຄຳ​, ເພັດນິນຈິນດາ​ຕ່າງໆ. ໜ່ວຍມົນ​ຕັ້ງຢູ່ເທິງ ​ໜາຍເຖິງ: ດວງຕາເວັນ, ​ເສົາຫຼັກເມືອງສູງ 990 ຊັງຕີແມັດ. ພາບຄົນທີ່ເຈະກະພາ, ຖືພ້າ ໝາຍເຖິງ ວິຖີການດໍາລົງຊິວິດ​ຂອງເຜົ່າຕ່າງໆ ​ທີ່ຕັ້ງຖິ່ນຖານດັ້ງເດີມ​ຢູ່ແຂວງ​ເຊກອງ.


 ແຂວງເຊກອງຕັ້ງຢູ່ທິດຕາເວນອອກສ່ຽງໃຕ ຂອງ ສປປ ລາວ ເຊື່ອງມີເນີື້ອທີ່ທັງມົດ 7.665 ກິໂລຕາແມັດ,ກວມເອົາ 3,24% ຂອງເນື້ອທີ່ທົວປະເທດ , ແບ່ງເປັນ 3 ເຂດຄື: ເຂດພູດອຍ 65 % , ເຂດພູພຽງ 30 % , ເຂດທົງພຽງ 5% .
   - ທິດເໜືອຕິດກັບແຂວງສາລະວັນ ມີຊາຍແດນຮ່ວມກັນ 166 ກິໂລແມັດ.
   - ທິດຕາເວັນອອກຕິດກັບແຂວງກວາງນາມ , ແຂວງເທືອທຽນເຫ້ວ ແລະ ແຂວງກອນຕູມ ສສ ຫວຽດນາມ ເຊື່ງມີຊາຍແດນຮ່ວມກັນ 280 ກິໂລແມັດ.
   - ທິດໃຕ້ຕິດກັບແຂວງອັດຕະປື ມີຊາຍແດນຮ່ວມກັນ 155 ກິໂລແມັດ.
   - ທິດຕາເວັນຕົກຕິດກັບແຂວງຈຳປາສັກ ມີຊາຍແດນຮ່ວມກັນປະມານ 71 ກິໂລແມັດ.













ຮູບງາມໂດຍ: noy images
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger