New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Tuesday, December 5, 2017

ທົ່ງນາ ພູຜາ ແລະ ທຳມະຊາດ ງາມທິວທັດຕາມເສັ້ນທາງສູ່ຖໍ້າກອງລໍ


ປະຕິເສດບໍ່ໄດ້ວ່າທຸກຄົນທີ່ໄປທ່ຽວຖໍ້າກອງລໍ-ນາຕານ  ເມືອງຄູນຄຳ ແຂວງຄຳມ່ວນ ຈະຫລົງໄຫກັບທຳມະຊາດພູຜາປ່າໄມ້, ທົ່ງນາ ແລະຫມູ່ບ້ານຕ່າງໆ  ເຮັດໃຫ້ດິນແດນແຫ່ງນີ້ມີສະເຫນ່ຫຼາຍຂຶ້ນ ເມື່ອ ບວກກັບຄວາມງາມຂອງຖໍ້າກອງລໍ ເຮັດໃຫ້ແຕ່ລະປີຍອດຜູ້ມາທ່ອງທ່ຽວນັບມື້ເພີ່ມຂຶ້ນ.


ໃນແຕ່ລະດູ ເຂດເມືອງຄຸູນຄຳ ໂດຍສະເພາະເຂດບ້ານກອງລໍກໍຈະມີຄວາມງາມທີ່ແຕກຕ່າງກັນ ຫາກມາຕົ້ນລະດູຝົນກໍແມ່ນພາບການເຮັດນາປີ, ສ່ວນໃນໄລຍະເກັບກ່ຽວກໍແມ່ນທົ່ງນາທີ່ສຸກເຫຼຶອງຫຼື
ຫາກມາຍາມອື່ນກໍຈະມີເຫັນສວນຢາຂອງຊາວບ້ານ.


ທີມງານພວກເຮົາມາຖໍ້າກອງລໍຫຼາຍຄັ້ງພໍສົມຄວນ ນັບທັງລະດູເຮັດນາປີ, ໄລຍະເຂົ້າສຸກເຫຼືອງແລະເກັບກ່ຽວ ລວມເຖິງໄລຍະທົ່ວໄປທີ່ມີການເຮັດສວນຂອງຊ້ວບບ້ານເຊິ່ງຈະໃຫ້ຄວາມງົດງາມທີ່ແຕກ
ຕ່າງກັນໄປ.
ແຕ່ໃນຊຸດຮູບນີ້ແມ່ນທີມງານພວກເຮົາໄປໃນຕົ້ນເດືອນຕຸລາ ເຊິ່ງເປັນໄລຍະທີ່ເຂົ້າກຳລັງສຸກເຫຼືອງແລະບາງຈຸດກໍກຳລັງເກັບກ່ຽວ.


ແຂວງຄຳມ່ວນ ກຳນົດເອົາເມືອງຄູນຄຳເປັນສະຖານທີ່ທ່ອງທ່ຽວສຳຄັນຂອງແຂວງ ແຕ່ຫລາຍຄົນອາດຈະຮູບພຽງຖໍ້າກອງລໍ່ ແຕ່ໃນຄວາມຈິງແລ້ວຢູ່ທີ່ນີ້ມີຫຼາຍຢ່າງໂດດເດັ່ນໃຫ້ທ່ຽວ ແລະ ລໍຖ້າຜູ້ມາພັດທະນາປັບປຸງໃຫ້ດີຍິ້ງຂຶ້ນເຊັ່ນ:
+ຖໍ້າກອງລໍ
+ຍ່າງປ່າ
+ປີນຜາ
+ຊົມວິຖິຊີວິດຊາວບ້ານ
+ຄວາມງາມຂອງທິວທັດທຳຊາດ
+ນໍ້າຕົກຕາດສະນາມ
+ຖໍ້າຄຸນແກ້ວ
+ນອກນັ້ນຍັງມີບຸນຊ່ວງເຮືອປະຈຳປີ ແລະ ບຸນບັ້ງໄຟນໍ້າອີກ


ເມືອງຄຸນຄໍາມີທ່າແຮງຫຼາຍຢ່າງ ແຕ່ການພັດທະນາການບໍລິການທ່ອງທ່ຽວຍັງບໍ່ທັນໄດ້ດີປານໃດ ຈະມີຄວາມເດັ່ນພຽງທີ່ຖໍ້າກອງລໍ. ສ່ວນຈູຸດອື່ນຍັງບໍ່ທັນມີການພັດທະນາແລະໂຄສະນາໃຫ້ກວ້າງຂວາງປານໃດ.
 ດັ່ງນັ້ນການກຳນົດຈຸດພັດທະນາບໍລິການທ່ອງທ່ຽວ ແຕ່ຫົວທີ ຖືເປັນສິ່ງສຳຄັນ ເພາະການທ່ອງທ່ຽວຂະຫຍາຍຕົວ ກໍຈະມີການບຸກລຸກພື້ນທີ່ຕ່າງໆໂດຍສະເພາະທົ່ງນາທີ່ງົດງາມ. ດັ່ງນັ້ນຄວນວາງແຜນຜັງທີ່ລະອຽດກຳນົດຈຸດທີ່ຢຸ່ອາໄສ, ທົ່ງນາ ຈຸດພັດທະນາການບໍລິການ ແລະ ອື່ນໆທີ່ລະອຽດຈະເຮັດໃຫ້ການພັດທະນາມີຄວາມຍືນຍົງນໍ. ສິ່ງສຳຄັນທີ່ສຸດກໍເບິ່ງເສັ້ນທາງໃຫ້ໄປມາລະດວກເພາະໄລຍະຫຼັງເສັ້ນທາງເປເພຫຼາຍຂຶ້ນ.


+ການເດິນທາງສູ່ຖໍ້າກອງລໍ
-ການເດີນທາງ ຈາກນະຄອນຫອລວງວຽງຈັນ-ຖໍ້າກອງລໍາ ມີໄລຍະທາງປະມານ300ກິໂລແມັດຈະມີລົດອອກຈາກສະຖານີຂົນສົ່ງໂດຍສານສາຍໃຕ້ໄປຖໍ້າກອງລໍໂດຍກົງ(ບໍ່ແນ່ໃຈວ່າລົດອອກຈັກໂມງ)
-ຫລື ທ່ານຈະຂີ່ລົດສາຍນະຄອນຫລວງວຽງຈັນຫລັກ20 ກໍໄດ້ ເມື່ອໄປເຖິງບ້ານນາຫີນ ຫລື ຕົວ ເມືອງຄູນຄໍາແລ້ວກໍລົງທີ່ນັ້ນ ຈາກນັ້ນກໍຈະມີລົດສອງແຖວເພື່ອເດີນທາງຕໍໄປອີກປະມານ40ກິໂລມັດ ຫລືທ່ານສາມາດຊອກເຊົ່າລົດຈັກຢູ່ເຂດນັ້ນໄປຕໍ່ກໍໄດ້



 -ແຕ່ຫາກທ່ານໃຊ້ລົດສ່ວນຕົວເດີນທາງຈາກນະຄອນຫລວງວຽງຈັນ ແມ່ນແລ່ນຕາມເສັ້ນທາງເລກທີ13ໃຕ້ ເມື່ອຮອດທາງແບ່ງຫລັກ20ກໍ່ລ້ຽວຊ້າຍໄປຕາມເສັ້ນທາງເລກ8 ປະມານ40ກິໂລແມັດ ກໍຈະມາເຖິງ3ແຍກບ້ານຄູນແກ້ວ ເມືອງຄູນຄໍາ ແລ້ວກໍລ້ຽວຂົວໄປຕາມເສັ້ນທາງປູຢາງ ຂີ່ໄປເລື້ອຍໆອີກປະມານ40ກິໂລແມັດກໍຈະເຖິງບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ
 -ຂະນະທີ່ການເດີນທາງຈາກຕົວເມືອງທ່າແຂກແຂວງຄໍາມ່ວນ ແມ່ນຂຶ້ນລົດສອງແຖວຈາກເມືອງທ່າແຂກ(ຄິວລົດຫລັກ2) ຂຶ້ນໄປທາງເລກທີ13 ໃຕ້ສູ່ບ້ານທາງແບ່ງຫລັກ 20 ຈາກບ້ານທາງແບ່ງໃຫ້ຕໍ່ລົດສອງແຖວສາຍທາງແບ່ງ - ຫລັກຊາວ (ຫລັກ20)  ແລ້ວບອກຄົນຂັບລົດວ່າລົງບ້ານນາຫີນແລະຈາກບ້ານນາຫີນສາມາດຂີ່ລົດສອງແຖວໄປຍັງຖ້ຳໂດຍກົງ. ນອກນັ້ນທີ່ນັ້ງຍັງມີບໍລິການເຊົ່າລົດຈັກລົດຖີບເຊິ່ງເຫມາະແກ່ການເດີນທາງທ່ອງທ່ຽວ (ໄລຍະທາງຈາກທ່າແຂກຫາຖໍ້າກອງລໍປະມານ180 ກິໂລແມັດ).





---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger