New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Tuesday, January 23, 2018

ແນະນຳ 10 ສະຖານທີ່ທ່ອງທ່ຽວ ຢູ່ແຂວງອັດຕະປື



ແຂວອັດຕະປື ເປັນແຂວງທີ່ມີຊັບພະຍາກອນທຳມະຊາດທີ່ສວຍສົດງົດງາມ ເປັນແຂວງທີ່ຕັ້ງຢູ່ພາກໃຕ້ຂອງປະເທດລາວ. ທາງພາກເໜືອຂອງ ແຂວງຕິດກັບແຂວງເຊກອງ, ພາກຕາເວັນຕົກຕິດກັບແຂວງຈຳປາສັກ, ທາງຕາເວັນອອກມີພູທີ່ຕັດແບ່ງ ຫຼື ເປັນຊາຍແດນລະຫວ່າງ ລາວ-ຫວຽດນາມ ແລະ ພາກໃຕ້ຂອງແຂວງຕິດກັບປະເທດກຳປູເຈຍ.

ແຂວງອັດຕະປືເປັນແຂວງທີ່ຍັງຄົງຄວາມເປັນເອກະລັກຂອງຕົນໄດ້ດີ ເຊິ່ງສະແດງອອກໃນດ້ານການນຸ່ງຖື ຫຼື ດ້ານວັດທະນະທຳຮີດຄອງ ປະເພ ນີຕ່າງໆທີ່ສືບທອດກັນມາ ແລະ ວິຖີການດຳລົງຊີວິດທີ່ຕິດພັນກັບ ທຳມະຊາດ.

ແຂວງອັດຕະປືມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງບໍ່ນ້ອຍໜ້າແຂວງອື່ນໆເຊັ່ນ ແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ລືຊື່ “ໜອງຟ້າ” ເຊິ່ງໄດ້ກາຍເປັນແຫຼ່ງ ທ່ອງທ່ຽວທີ່ເປັນເອກະລັກປະຈໍາແຂວງທີ່ສໍາຄັນ. ນອກນັ້ນຍັງມີນ້ຳຕົກ ຕາດທີ່ສວຍສົດງົດງາມ 2 ແຫ່ງທີ່ຢູ່ໃນແມ່ນ້ຳສາຍດຽວກັນເຊັ່ນ: ນ້ຳຕົກຕາດແຊປອງໄລ ແລະ ນ້ຳຕົກຕາດແຊພະ ທີ່ຢູ່ໃນແມ່ນ້ຳເຊປຽນ ແລະ ຫ່າງກັນພຽງ 7 ກິໂລແມັດ. ນອກນັ້ນຍັງມີສະຖານທີ່ທ່ອງທ່ຽວ ທາງວັດທະນະທຳທີ່ມີຊື່ສຽງເຊັ່ນ: ວັດຫຼວງເມືອງເກົ່າ ແລະ ວັດໄຊເສດຖາ ທີ່ຍັງຄົງຮັກສາຄວາມເປັນເອກະລັກຕັ້ງແຕ່ສະໄໝກ່ອນໄວ້ໄດ້ໂດຍສະພາບຍັງສົມບູນ.

ມື້ນີ້ລາວໂພດສະກາດ ຈະມາແນະນຳ 10 ສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງແຂວງອັດຕະປື

1.ໜອງຟ້າ : ຫນອງຟ້າ ເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ໄດ້ຮັບ ຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ເນື່ອງ ຈາກຄວາມສວຍງາມນີ້ເອງຈິ່ງເຮັດໃຫ້ຜູ້ຄົນສົນໃຈຕໍ່ແຫລ່ງທ່ອງທ່ຽວແຫ່ງນີ້.

ໜອງຟ້າຕັ້ງຢູ່ບໍລິເວນວັງຕັດຫ່າງ ຈາກ ເທດສະບານເມືອງສາມັກຄີໄຊປະມານ 60 ກິໂລແມັດ ຫນອງຟ້າເກີດຂຶ້ນ ແລະ ຢູ່ລະຫວ່າງກາງຫົວພູຈຸ້ມເຂົ້າຫາກັນ ຈາກເສັ້ນທາງ 18B ລະຫວ່າງກິໂລແມັດ 100 ເຂົ້າໄປປະມານ 64 ກິໂລແມັດ ບໍລິເວນຫນອງ ຟ້າຖືວ່າເປັນຫນອງນ້ຳທີ່ໃຫຍ່ມີນ້ຳສີຟ້າຕະຫລອດປີ ມີຄວາມກວ້າງປະມານ 1 ກິໂລຕາແມັດ. ແຕ່ຈາກການສັນນິຖານວ່າ: ຫນອງຟ້າອາດເກີດຈາກພູໄຟລະເບີດຂຶ້ນ ເມື່ອຫລາຍພັນປີກ່ອນຈົນເກີດເປັນປ່ອງພູເຂົາໄຟຂະຫນາດໃຫຍ່ ແລະ ໄດ້ກາຍມາເປັນຫນອງຟ້າໃຫ້ພວກເຮົາເຫັນໃນປະຈຸບັນນີ້.
ຮູບVilasak Sengphetmany

2. ນ້ຳຕົກຕາດແຊພະ:
ຕັ້ງຢູ່ໃນເຂດປ່າກັນຊົນຂອງປ່າສະຫງວນແຫ່ງ ຊາດເຊປຽນ ເມືອງ ສະໜາມໄຊ ຫ່າງຈາກເທດສະບານແຂວງປະມານ 56 ກິໂລແມັດຢູ່ທາງທິດຕາເວັນຕົກສຽງເໜືອ. ລັກສະນະເດັ່ນຂອງຕາດ ແຫ່ງນີ້ຄືເປັນນ້ຳຕົກຕາດຈາກຜາຫີນທີ່ມີຄວາມສູງປະມານ 23 ແມັດ ກວ້າງປະມານ 120 ແມັດ.


3. ນ້ຳຕົກຕາດແຊປ້ອງໄລ:
ເປັນນ້ຳຕົກຕາດທີ່ມີຄວາມງາມທີ່ສຸດໃນແຂວງອັດຕະປື ມີທີ່ຕັ້ງຢູ່ຫ່າງ ຈາກຕາດແຊພະປະມານ 7 ກິໂລແມັດ ແລະ ຫ່າງຈາກເທດສະບານແຂວງ 60 ກິໂລແມັດ ເປັນຕາດທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງ ເມືອງສະໜາມໄຊ.
 ລັກສະນະເດັ່ນຂອງນ້ຳຕົກຕາດແຊປອງໄລເປັນຕາດ ນ້ຳຕົກຈາກຜາຫີນສູງປະມານ 23 ແມັດ ກວ້າງປະມານ 120 ແມັດ ເຊິ່ງມີຂະໜາດເທົ່າກັນກັບນ້ຳຕົກຕາດຕາດແຊພະເພາະຢູ່ໃນແມ່ນ້ຳສາຍດຽວກັນຄືແມ່ນ້ຳເຊປຽນ ແຕ່ນ້ຳຕົກຕາດແຊປອງໄລຈະຢູ່ເໜືອນ້ຳຕົກ ຕາດແຊພະ.
ທ່ານສາມາດເດີນທາງເຂົ້າໄປເຖິງຕາມເສັ້ນທາງດິນແດງທີ່ ກຳລັງທຳການບຸກເບີກໃໝ່ຈາກຕົວເມືອງສະໜາມໄຊຫາບ້ານຫີນລາດ, ບໍລິເວນຕາດອ້ອມຮອບໄປດ້ວຍປ່າໄມ້ທີ່ຕຶບໜາ ແລະ ມີສັດປ່າທີ່ຫາ ຍາກກຳລັງຈະສູນພັນອາໄສຢູ່ເຊັ່ນ: ຊ້າງປ່າ, ກະທິງ, ຄວາຍປ່າ, ທະນີ, ຂາແດງ ແລະ ສັດປີກປະເພດຕ່າງໆອີກຫຼາຍຮ້ອຍຊະນິດ.



4. ປ່າສະຫງວນດົງອຳພາມ:
ເປັນປ່າສະຫງວນທີ່ສວຍສົດງົດງາມ ຫ່າງຈາກໜອງຟ້າປະມານ 18 ກິໂລແມັດຢູ່ທາງທິດຕາເວັນຕົກ ສຽງໃຕ້ ຂອງໜອງຟ້າ ແລະ ຫ່າງຈາກແມ່ນ້ຳເຊກະໝານປະມານ 11 ກິໂລແມັດ ນັບຈ າກເສັ້ນໂຄ້ງທີ່ໃກ້ທີ່ສຸດຂອງແມ່ນ້ຳ ແລະ ຫ່າງຈາກເທດສະບານ ແຂວງທາງທິດຕາເວັນອອກປະມານ 56 ກິໂລແມັດ ເຊິ່ງປ່າສະຫງວນ ແຫ່ງນີ້ແມ່ນຂຶ້ນກັບເຂດປ່າດົງອຳພາມ ເມືອງ ໄຊເສດຖາ.
 ສະພາບຂອງ ປ່າໄມ້ແມ່ນຕຶບໜາຂຽວງາມເຊິ່ງປະກອບດ້ວຍໄມ້ຫຼາຍຊະນິດ ແຕ່ປັດຈຸ ບັນນີ້ແມ່ນຕົ້ນໄມ້ໃຫຍ່ບໍ່ຮ່ອນຊິໄດ້ເຫັນເນື່ອງຈາກເກີດມີການຮຸກຮານຂອງພໍ່ຄ້າໄມ້ເຖື່ອນ. ນອກນັ້ນຍັງມີສັດປ່າທີ່ຫາຍາກຫຼາຍຊະນິດ ເຊິ່ງຈະຕ້ອງ ໄດ້ເຂົ້າປ່າເລິກຈຶ່ງຈະເຫັນເຊັ່ນ: ຊ້າງ, ສິງ, ກວາງ, ຟານ... ນອກນັ້ນ ຍັງມີສັດປີກຈຳພວກ ໄກ່ປາ, ນົກ... ປ່າສະຫງວນດົງອຳພາມເປັນປ່າທີ່ ສະຫງົບ ແລະ ເຢັນດີ, ທຳມະຊາດຂຽວສົດງົດງາມ ແລະ ອາກາດຈະເປັນ ປະເພດຊຸ່ມເຢັນຕະຫຼອດປີ ເຊິ່ງເໝາະແກ່ການໄປພັກຜ່ອນຢ່ອນໃຈ ຫຼື ກິນເຂົ້າປ່າ ເຊິ່ງສາມາດທີ່ຈະເຂົ້າໄປເຖິງປ່າໄດ້ເລີຍເນື່ອງຈາກມີເສັ້ນ ທາງເຂົ້າເຖິງ ແລະ ມີເຮືອນພັກແບບ Home stay ໄວ້ບໍລິການນັກທ່ອງ ທ່ຽວ.

5. ນ້ຳໄຫຼຮ່ວມກັນສາມສາຍ: ເປັນສະຖານທີ່ພັກຜ່ອນຢ່ອນໃຈຂອງນັກທ່ອງທ່ຽວ ແລະ ຄົນທົ່ວໄປທີ່ ຢາກມານັ່ງກິນອາຫານ ແລະ ຊົມສາຍນ້ຳທີ່ສວຍສົດງົດງາມ. ນ້ຳໄຫຼຮ່ວມ ກັນສາມສາຍເປັນບໍລິເວນທີ່ແມ່ນ້ຳເຊກອງໄຫຼທົບສອກກັບຄືນ ແລະ ມີແມ່ນ້ຳເຊກະໝານໄຫຼມາສົມທົບທີ່ບໍລິເວນນ້ຳໄຫຼທົບສອກ ເຊິ່ງນ້ຳ ເຊກະໝານຈະແຍກເປັນສອງສາຍກ່ອນຈະໄຫຼລົງສູ່ແມ່ນ້ຳເຊກອງ. ສະຖານທີ່ນີ້ແມ່ນຂຶ້ນກັບບ້ານ ເຊກອງ ເມືອງ ສາມັກຄີໄຊ ແລະ ເປັນສະ ຖານທີ່ໃກ້ກັບຕົວເມືອງເຊິ່ງຫ່າງຈາກເທດສະບານແຂວງພຽງແຕ່ 1 ກິໂລແມັດເທົ່ານັ້ນ. ນອກນັ້ນ ຍັງມີສິ່ງອຳນວຍຄວາມສະດວກຫຼາຍຢ່າງ ບໍ່ວ່າຈະເປັນຮ້ານອາຫານ, ເຮືອນພັກ ແລະ ຮ້ານຂາຍຂອງທີ່ລະນຶກໃຫ້ແກ່ ນັກທ່ອງທ່ຽວນຳອີກ.

6. ໜອງໄກ່ໂອກ: ເປັນໜອງທີ່ມີໄລຍະທາງໄກພໍສົມຄວນ ເຊິ່ງຫ່າງ ຈາກເທດສະບານແຂວງເຖິງ 101 ກິໂລແມັດ. ໜອງນີ້ແມ່ນຂຶ້ນກັບບ້ານ ວັງຕັດ ເມືອງ ຊານໄຊ ແລະ ມີເສັ້ນທາງເຂົ້າເຖິງ ພ້ອມທັງມີເຮືອນພັກ Home Stay ໄວ້ບໍລິການອີກດ້ວຍ.

7. ຕົ້ນໄມ້ກາຍເປັນຫີນ: ລັກສະນະຂອງແຫຼ່ງທ່ອງທ່ຽວແຫ່ງນີ້ແມ່ນ ຈະເປັນທ່ອນໄມ້ທີ່ກາຍເປັນຫີນດ້ວຍວິວັດທະນາການທາງທຳມະຊາດ ເຊິ່ງຫີນນີ້ມີລັກສະນະເປັນທ່ອນໄມ້ໃຫຍ່ທີ່ຖືກໂຄ່ນລົ້ມລົງ ແລະ ຕັດເປັນ ທ່ອນໃນເມື່ອກ່ອນ ແລະ ບໍ່ມີການນຳໄປໃຊ້ປະໂຫຍດຫຍັງ ເມື່ອຜ່ານການ ເວລາອັນຍາວນານຕົ້ນໄມ້ດັ່ງກ່າວກໍກາຍເປັນຫີນ. ສະຖານທີ່ດັ່ງກ່າວຂຶ້ນ ກັບບ້ານ ຫາດຊັນ ເມືອງ ໄຊເສດຖາ ແລະ ຫ່າງຈາກເທດສະບານແຂວງ ພຽງ 26 ກິໂລແມັດເທົ່ານັ້ນ.

8. ລູກສອນໄຟໂຊວຽດແບບ 11 DBP 912
ຕັ້ງຢູ່ບ້ານ ດົງປາອຳ ເມືອງ ຊານໄຊ ຫ່າງຈາກເທດສະບາແຂວງ 35 ກິໂລແມັດ. ເປັນອະນຸສອນ ແຫ່ງສົງຄາມປົດປ່ອຍພາກໃຕ້ອິນດູຈີນ. ລູກສອນໄຟດັ່ງກ່າວເປັນລູກ ສອນໄຟທີ່ ສສ ຫວຽດນາມ ນຳມາຜ່ານດິນແດນລາວເພື່ອນຳໄປຕໍ່ສູ້ ປົດປ່ອຍເຂດພາກໃຕ້ຂອງຫວຽດນາມ (ໄຊງອນ) ລູກສອນໄຟດັ່ງກ່າວ ໄດ້ຜະລິດຢູ່ສະຫະພາບໂຊວຽດ ໂດຍຫວຽດນາມນຳເຂົ້າຜ່ານ ດິນແດນ ລາວຕາມເສັ້ນທາງເລກທີ 9 ຜ່ານເມືອງພີນ, ເມືອງເຊໂປນ, ເມືອງນອງ ແຂວງສະຫວັນນະເຂດ ເຂົ້າມາທາງເມືອງຕະໂອ້ຍ ແຂວງສາລະວັນ, ຂ້ານ້ຳເຊກອງຢູ່ບ້ານບາກ ເມືອງກະລຶມ, ຂຶ້ນເມືອງດາກຈຶງ ລົງຫາທົ່ງເຫຼັກ ແລະ ບ້ານກະຊັງກາງ ເມືອງລະມາມ ແຂວງເຊກອງ, ເຂົ້າບ້ານນ້ຳຫຽງ ເມືອງໄຊເສດຖາ ລົງໄປຫາບ້ານປາກເປະ ຫາ ບ້ານມີໄຊ ແລ້ວມາຈອດ ພັກນອນຄືນຢູ່ດົງປາອຳຕຶບໜາແຫ່ງນີ້ໃນວັນທີ 8 ມັງກອນ 1974. ບັງເອີນໃນຄືນນັ້ນ ກອງທັບຫວຽດນາມທີ່ນອນພັກຢູ່ບ່ອນນີ້ໄດ້ຮັບ ຮັບຂ່າວວ່າ ພາກໃຕ້ຫວຽດນາມ (ໄຊງ່ອນ) ໄດ້ປົດປ່ອຍແລ້ວ ພວກເຂົາດີ ໃຈຫຼາຍຕໍ່ໄຊຊະນະດັ່ງກ່າວ ເລີຍຟ້າວຂຶ້ນລົດກັບປະເທດທັນທີ ລູກສອນ ໄຟດັ່ງກ່າວກໍເລີຍຖືກປະໄວຢູ່ບ່ອນນີ້ຕັ້ງແຕ່ນັ້ນມາ. (ໜັງສືພິມ ປະເທດ ລາວ 5/10/2012)

9.ວັດພະໄຊເຊດຖາ: ວັດແຫ່ງນີ້ຕັ້ງແຕ່ເດີມມີຊື່ວ່າ ວັດຈູລະມະນີ ສ້າງຂຶ້ນໃນປີ ຄສ 1577 ໂດຍພະເຈົ້າໄຊຍະເສດຖາເປັນຜູ້ນຳພາສ້າງ. ພາຍໃນວັດມີທາດອົງໜຶ່ງທີ່ປະຊາຊົນຊາວອັດຕະປືເຊື່ອກັນວ່າ ເປັນພະ ທາດທີ່ບັນຈຸອັດທິຂອງເຈົ້າໄຊຍະເສດຖາທິຣາດ ທີ່ສ້າງຂຶ້ນໂດຍທ້າວ ພະໄຊ ໂອລົດຂອງພະອົງ. ວັດຫ່າງຈາກເທດສະບານແຂວງປະມານ 10 ກວ່າກິ ໂລແມັດ.

10. ຫັດຖະກຳຕ່ຳແຜ່ນບ້ານສາຍສຳພັນ: ສິລະປະຫັດຖະກຳບໍ່ເປັນທີ່ ສອງຮອງໃຜຂອງພູມປັນຍາຊາວບ້ານເຮັດໃຫ້ຫັດຖະກຳຕ່ຳແຜ່ນແພຂອງບ້ານ ສາຍສຳພັນ ເມືອງ ສາມັກຄີໄຊ ໄດ້ຮັບຄວາມນິຍົມຈາກນັກທ່ອງ ທ່ຽວທີ່ຕ້ອງການຊື້ເສື້ອຜ້າທີ່ເຮັດຈາກຝີມືປະຊາຊົນ (Handmade). ໃນການຕໍ່າແຜ່ນແມ່ນຍັງຄົງຄວາມເປັນລາວໄວ້ ແລະ ມີສ່ວນໜຶ່ງເປັນ ແບບປະຍຸກຄືປະຍຸກໃຊ້ລາຍລາວຈຳນວນໜຶ່ງໃຫ້ທັນສະໄໝ ແລະ ເຂົ້າກັບໄວໜຸ່ມຫຼາຍຂຶ້ນ. ສະຖານທີ່ດັ່ງກ່າວແມ່ນຫ່າງຈາກເທດສະບານ ແຂວງ 1 ກິໂລແມັດເທົ່ານັ້ນ.

ເວົ້າລວມແລ້ວ ແຂວງອັດຕະປືເປັນແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວ ທີ່ຫຼາກຫຼາຍ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ແຫຼ່ງທ່ອງ ທ່ຽວທາງປະຫວັດສາດ ແລະ ແຫຼ່ງທ່ອງທ່ຽວທາງວັດທະນະທຳ. ໃນນັ້ນ ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງທີ່ສຸດໄດ້ແກ່ ໜອງຟ້າ ແລະ ຕາດທີ່ສວຍງາມ ທີ່ສຸດຂອງແຂວງໄດ້ແກ່ ນ້ຳຕົກຕາດແຊປອງໄລ. ການເດີນທາງໄປທ່ອງທ່ຽວແຂວງອັດຕະປືນັ້ນ ປັດຈຸບັນແມ່ນມີ ຄວາມສະດວກສະບາຍຫຼາຍ .


---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger