New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Monday, May 14, 2018

ສາວໆໃນຊຸດຊົນເຜົ່າໄຕແດງ ຄວາມງົດງາມທີ່ຫນ້າຄົ້ນຫາ... ປະຫວັດຄວາມເປັນມາຂອງເຜົ່າ...


ສາວໆໃນຊຸດຊົນເຜົ່າໄຕແດງ ວິຖີຊິວິດ ທີ່ຫນ້າສຶກສາຮຽນຮູ້. ຮູບຖ່າຍທີ່ ບ້ານສວນມະນີຈັນ ບ້ານຫ້ວຍເຕີຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖ່າຍໂດບຊ່າງພາບ Kham Kham

ອີງຕາມຂໍ້ມູນຈາກເຟສບຸກ ຊົນເຜົ່າໄຕແດງ ໃຫ້ຮູ້ວ່າ:ໄຕແດງ ຫຼື ໄຕແຖງ : ຈາກການສຳຫຼວດເຫັນວ່າ ຊື່ໄຕແຖງກໍ່ຍ້ອນວ່າມາຈາກ ເຂດເມືອງແທ່ງຮວ້າ.
ກ່ອນຈະມາຢູ່ແທ່ງຮວ້າ ເຜົ່າໄຕແດງ ປາກົດວ່າມີສ່ວນທີ່ຕິດພັນກັບຊື່ແຖນ ຫຼື ຖຽນຢູ່ແຄ້ວນຢູນນ່ານມາກ່ອນ ເຊິ່ງຍັງມີຮ່ອງຮອຍເມືອງແຖງ ຫຼື ຖຽນ ຢູ່ເຂດເມືອງຂຸນມິ່ງ ບໍລິເວນທະເລສາບ ດຽນສື່ (DianShu) ມາແລ້ວ.
ຕາມປະຫວັດອານາຈັກຖຽນ ເມືອງຂຸນມິ່ງ ກໍ່ຍ້າຍມາຈາກອານາຈັກຖຽນເກົ່າ ທີ່ທະເລສາບ ໜອງແສ ຢູ່ເຂດແມ່ນ້ຳລ້ານຊ້າງຕອນເໜືອ (ແມ່ນ້ຳຂອງ) ມີຊື່ວ່າ: ເມືອງມົງເຊ (Montse) ໃນຂົງເຂດຢູນນ່ານຕາ ເວັນຕົກ.
 ດັ່ງນັ້ນ, ເມືອງແຖນຖຽນ ຫຼື ແຖງ ໃນເບື້ອງຕົ້ນ ອາດເປັນຊື່ຫົວໜ້າສູງສຸດ ທຽບ (ເຈົ້າຟ້າ) ທີ່ຄອງແຄ້ວນໄຕລາວ ແຄ້ວນຕ່າງໆໃນສະໄໝຕໍ່ກັນມາ ໃນເຂດອານາຈັກຖຽນເຢ້ວ “Tian Yue” ຫຼື ໜອງແສ ຕັ້ງຢູ່ລະຫວ່າງແມ່ນ້ຳລ້ານຊ້າງຕອນເໜືອ ແລ້ວຍ້າຍມາຕັ້ງຢູ່ເຂດທະເລສາບຕາເວັນອອກທີ່ ຊື່ວ່າ ຖຽນສື ເຂດເມືອງຄຸນມິງ ປະຈຸບັນ. ເຜົ່າໄຕແດງ ແມ່ນໜື່ງໃນສິບສອງຈຸໄຕ ໃນຕະກຸນລາວ-ໄຕ (ລາວ, ພວນ, ລື້, ຢັ້ງ, ແຊກ, ຜຸ້ໄທ...) ຈຶ່ງອົບພະຍົບເຂົ້າສູ່ອານາຈັກວັນລາງ ຫຼື ເອົ່າ-ຫຼາກ ແລ້ວມາສ້າງຕັ້ງອານາຈັກຂື້ນເອີ້ນວ່າ: ອານາຈັກ ແຖນໝີ “ເມືອງແຖງ”(ດຽນບຍນຟູ)
ພາຍລຸນມາ ຈຶ່ງເຄື່ອນຍ້າຍເຂົ້າສູ່ອານາຈັກລາວລ້ານຊ້າງ ອັນມີຂຸນລໍເປັນປະຖົມກະສັດແຫ່ງລາສະອານາຈັກທີ່ເມືອງຊຽງດົງ-ຊຽງທອງ ເປັນລາສະທານີ ແລະ ໄດ້ຕັ້ງ ຖິ່ນຖານຢູ່ແຂວງຫົວພັນໃນປະຈຸບັນຢູ່ທີ່ນີ້ເປັນເວລາ 300-400 ປີ, ສ່ວນໜຶ່ງສຶບຕໍ່ເຄື່ອນຍ້າຍລົງມາສູ່ ພາກກາງຂອງລາວໂດຍສະເພາະການເຄື່ອນຍ້າຍເຂົ້າສູ່ເມຶອງຄຳເກີດ “ຫຼັກຊາວ”ແຂວງບໍລິຄຳໄຊ. ຕາມຄວາມເປັນຈິງແລ້ວ ຊົນເຜົ່າໄຕທີ່ເຄື່ອນຍ້າຍລົງມາຈາກພາກໃຕ້ ຂອງຈີນ ເຂົ້າສູ່ດິນແດນຫວຽດນາມໃນອາດີດ ເຊິ່ງການເດີນທາງເວລານັ້ນອາໃສສາຍນ້ຳເປັນຫຼັກ ເຊັ່ນວ່າ: ພວກໄຕແຖງ ໄດ້ແຕກກິ່ງອອກຄື: ລ່ອງລົງມາຕາມສາຍນ້ຳເທົາກໍ່ວ່າໄຕເມົາ ພວກທີ່ລ່ອງລົງຕາມນ້ຳດຳກໍ່ ໄຕດຳ ໂດຍຖືເອົາຊື່ສາຍນ້ຳເປັນຊື່ຂອງເຜົ່າຕົນ.

ຈາກການເລົ່າເປັນຕຳນານຂອງຜູ້ສູງອາຍຸວ່າ: ກ່ອນຊົນເຜົ່າໄຕແຖງຈະໄດ້ມາຢູ່ເຂດນີ້ ມີນາຍພານຜູ້ໜື່ງຊື່ວ່າ: ໝໍພານຕຸ້ຍ ໄດ້ທ່ຽວຫາຍິງ ແລະ ລ່າສັດເປັນເວລານັ້ນ ແຖບນີ້ຍັງເປັນປ່າຊ້າງດົງເສືອເຂດຜີບໍ່ ທ່ອງຄົນບໍ່ທຽວ ມີປົ່ງນ້ຳຮ້ອນເປັນທີ່ຕ້ອງການສຳລັບສັດນາໆຊະນິດ ແລະ ເປັນເຂດຊຸກຊຸມຂອງສັດໃຫ່ຍຫາຍາກເຊັ່ນ: ແຮດ, ຊ້າງ, ກະທິງ, ງົວປ່າ, ເມີຍ, ເສືອ, ກວາງ, ໝີ, ເໝືອຍ...

ຫຼັງຈາກ ທີ່ໝໍພານຕຸ່ຍກັບຄືນຖິ່ນເດີມ “ແຖບເມືອງຊຳ ແຂວງຫົວພັນໃນປະຈຸບັນ”ຫຼາຍປີຕໍ່ມາຈຶ່ງມີເຜົ່າ ໄຕຈຳນວນໜຶ່ງເຄື່ອນຍ້ານລົງ ມາສ້ງຢູ່ທຳກິນໃນເຂດນີ້






ຮູບງາມໆໂດຍ: kham kham
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com





 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger