New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Friday, September 22, 2017

ປະຫວັດບາງສ່ວນວັດຕາແຫລວ ທີ່ຫລາຍຄົນອາດຍັງບໍ່ຮູ້


ວັດຕາແຫລວ ເປັນວັດຫນຶ່ງທີ່ເກົ່າແກ່ແລະຊົງຄຸນຄ່າທາງດ້ານສິລິປະ ເຊິ່ງມີປະຫວັດຄວາມເປັນມາດົນນານຄູ່ຊາວເມືອງຈໍາພອນແຂວງວສະຫວັນນະເຂດຈາກລຸ້ນສູ່ລຸ້ນ.
ສ່ວນປະຫວັດຄວາມເປັນມາ ອີງຕາມເຟສບຸກຂອງທ່ານ Anousone Manisouk ເຊິ່ງເປັນບຸກຄົນຫນຶ່ງທີ່ສຶກສາຄົນຄວ້າ ແລະ ມີຄວາມຫົງໄຫລໃນພຸດທະສາສະຫນາ ໄດ້ຂຽນໄວ່ວ່າ: ວັດເກົ່າບ້ານຕາແຫລວ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ ເປັນວັດເກົ່າມີພຼະພິຂຸສົງປົກປັກຮັກສາມາຫລາຍລຸ້ນ.


ຕົກມາຮອດສັດຕະວັດທີ 20 ລະຫວ່າງປີ ຄສ 1918 ໄດ້ມີພຼະພິຂຸອົງໜື່ງຊື່ວ່າ ຍາທ່ານ ຈຽງ ທີຄາຍຸໂກ ເປັນເຈົ້າອະທິການວັດ ຕາແຫລວ ເຊີ່ງເປັນລູກຂອງ ທ້າວ ມາດ ມະນີວົງ. ໄດ້ມີໃຈເອື້ອເຟື້ອເຜື່ອແຜ່ ຍືດໝັ້ນໃນຫລັກທັມ ແລະ ໄດ້ນຳພາອອກຕົນຍາດໂຍມ ພາຍໃນບ້ານຕາແຫລວ ສ້າງກຸຕິວິຫານ ແລະ ກໍ່ກຳແພງອ້ອມຮອບວັດ, ເຊີ່ງວັດສະດຸທີ່ນຳມາໃຊ້ໃນການກໍ່ສ້າງ ປະຕິສັງຂອນ ປະກອບດ້ວຍໄມ້ເນື້ອແຂງ ດິນຈີ່ ປູນປະທາຍ ໂດຍມີການປະດັບປະດາຮູບແຕ້ມ ຮູບສະຫລັກ ຮູບປັ້ນ ແລະ ຮູບຄວັດ ໂດຍທ່ານທີ່ມີສີມື ທີ່ມີຊື່ວ່າ ຊ່າງຫຼາວ.


ການກໍ່ສ້າງທັງໝົດແມ່ນໄດ້ມາຈາກຄວາມສາມັກຄີ ປະກອບເຮື່ອເທແຮງກັນເປັນຫລາຍປີ ຂອງປະຊາຊົນບ້ານຕາແຫລວ. ແຕ່ຕົກມາຮອດ ວັນທີ 20 ພະຈິກ 1969, ເຮືອບິນ F105 ຂອງຈັກກະພັດ ອາເມລິກາ ໄດ້ຖິ້ມລະເບີດ ຍິງລູກສອນໄຟເຜົາຜານທຳລາຍ ວັດເກົ່າຕາແຫລວ ແລະ ເຮືອນຊານປະຊາຊົນ ເຮັດໃຫ້ພຼະສົງສາມະເນນ ແລະ ປະຊາຊົນໄດ້ຮັບເຄາະກຳ ຂາດທີ່ຢູ່ອາໃສ, ວັດວາອາຮາມທີ່ສວຍງາມກາຍເປັນເຖົ່າຖ່ານ ຫລົງເຫລືອໄວ້ແຕ່ບາງສ່ວນທີ່ສວຍງາມໃຫ້ເຫັນໃນປັດຈຸບັນ.












ບົດຄວາມຈາກAnousone Manisouk
ຮູບໂດຍ:Konsangphap-ຄົນສ້າງພາບ
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger