New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Monday, September 25, 2017

ຫໍຫລັກເມືອງວຽງຈັນ ຮ່ອງຮອຍມໍລະດົກທາງປະຫວັດສາດ

ຫລາຍທ່ານອາດກາຍໄປເຂດວັດສີເມືອງ ແລະ ເຫັນຫໍຫລັກເມືອວຽງຈັນພໍສົມຄວນ ແຕ່ກໍຍັງມີ
ຫຼາຍທ່ານທີ່ອາດຍັງບໍ່ຮູ້ວ່າ ຫໍຫັກເມືອງມີຄວາມເປັນມາຄືແນວໃດ ແລະເປັນຫຍັງຕ້ອງຕັ້ງຫໍຫລັກເມືອງ ລວມເຖິງຍັງບໍ່ທັນເຂົ້າໄປເບິ່ງແລະສຳຜັດດ້ວຍຕົນເອງ.
ລາວໂພສກາດ ຈິ່ງນຳເອົາບົດຂຽນທີ່ລົງໃນເວັບໄຊhttp://www.vtetoday.la ມານຳສະເຫນີ ປະກອບກັບ
ຮູບພາບຫໍຫລັກເມືອງທີ່ທີມງານພວກເຮົາໄປຖ່າຍມາ.

ຫໍຫລັກເມືອງວຽງຈັນ ສ້າງຂຶ້ນເພື່ອເປັນບ່ອນປົກປັກຮັກສາຮ່ອງຮອຍ ມໍລະດົກທາງປະຫວັດສາດ
ທີ່ໄດ້ຄົ້ນພົບຢູ່ໃນສະຖານທີ່ແຫ່ງນີ້ ຊຶ່ງໄດ້ຄົ້ນຄ້ວາວິໄຈໂດຍນັກບູຮານຄະດີແລ້ວວ່າ ເປັນວັດ
ຖຸປະກອບເຂົ້າໃນພິທີການກໍ່ສ້າງ ແລະສະເຫລີມສະຫລອງເສົາຫລັກເມືອງວຽງຈັນໃນສະໄໝກ່ອນ
ຕາມຮີດຄອງປະເພນີເກົ່າແກ່ບູຮານ ຂອງຊາດລາວເຮົາ.


ຫີນຫລັກເມືອງ ຈຳນວນ 473 ຫລັກ ແກະສະຫລັກເປັນຫລາຍຮູບແບບທີ່ຈົບງາມ ແລະ ສ່ວນໃຫຍ່
ພອກດ້ວຍຄຳປິວ ຊຶ່ງສະແດງໃຫ້ເຫັນວ່າຄົນລາວບູຮານ ໄດ້ໃຫ້ຄຸນຄ່າ ແລະ ຄວາມໝາຍສຳຄັນ
ອັນສູງສົ່ງຕໍ່ວັດຖຸເຫລົ່ານັ້ນ, ສຳຄັນແມ່ນ ສີລາຈາລຶກແຜ່ນ 1 ທີ່ຄົ້ນພົບຢູ່ໃນກຸ່ມຫີນດັ່ງກ່າວ
ທີ່ລະບຸເລີກຍາມກົງກັບມື້ ວັນຈັນ, ແຮມ 10 ຄໍ່າ ເດືອນ 3, ຈສ. 901,ປີກຸນ. ປີກັດໃຄ້, ກົງກັບວັນທີ 16 ກຸມພາ ຄສ 1540. ລາຊະການຂອງພະເຈົ້າໂພທິສາລາດ ພະບິດາຂອງພະເຈົ້າໄຊເຊດຖາທິລາດ.


ກຸ່ມຫີນຫລັກເມືອງເຫລົ່ານີ້ ຈັດວາງໄວ້ເປັນ 3 ກຸ່ມ ຫ່າງກັນປະມານ 1,5 ມແລະ ຫໍຫລັກເມືອງທີ່ສ້າງ
ຂຶ້ນໃໝ່ນີ້ ແມ່ນກວມເອົາຫີນເສນທັງ 3 ກຸ່ມ ແລະຖືເປັນຈຸດໃຈກາງ ທັງນີ້ກໍເພື່ອຈະຮັກສາ
ຄວາມໝາຍທີ່ສັກສິດຂອງຈຸດທີ່ຕັ້ງເດີມຊຶ່ງບັນພະບູລຸດຂອງພວກເຮົາໄດ້ກຳນົດເອົາໄວ້ແລ້ວນັ້ນ ເພື່ອປະຕິບັດຮີດເກົ່າຄອງເດີມ ທີ່ມີມາແຕ່ບູຮານ.

ລັດຖະບານ ໄດ້ສ້າງຫລັກເມືອງ1 ຫລັກ ຂຶ້ນໃໝ່ ໄວ້ເປັນຫລັກຖານ ຊຶ່ງຂະໜາດຂອງເສົາຫລັກເມືອງນີ້
ເທົ່າ 1 ວາຂອງປະທານປະເທດ (ທ່ານ ຈູມມະລີ ໄຊຍະສອນ) ໃນເວລານັ້ນ, ຄວັດແກະສະຫລັກດ້ວຍ
ທ່ອນໄມ້ຈັນຫອມ ຕົບແຕ່ງລວດລາຍສີລະປະແບບບູຮານລາວ ໂດຍໄດ້ແຮງບັນດານໃຈຈາກ
ເສົາດັ້ງເດີມຂອງພະທາດຫລວງວຽງຈັນ ຊຶ່ງກ່າວກັນວ່າ ໄດ້ສືບທອດກັນມາຕັ້ງແຕ່ ຍຸກພະເຈົ້າອາໂສກ
ມະຫາລາດ.


ຫລັກເມືອງອັນໃໝ່ນີ້ ພອກດ້ວຍຄຳປິວ ເປັນຮູບຊົງກົມເໝືອນລຳທຽນ ສ່ວນເທິງເປັນຮູບ
ສ້ວຍ ປະດັບລວດລາຍຢ່າງປານີດຈົບງາມ.
ຈອມສຸດເປັນຮູບດອກບົວຈູມ ຢອງຢູ່ເທິງແຜ່ນຮູບແອວຂັນ ແລະ ມີບົວຫງາຍຮອງຮັບ
 ປະດິດສະຖານຢູ່ບົນແຜ່ນກໍ່, ປູດ້ວຍຫີນແກຣນນິດ,ເປັນຮູບ 4 ລ່ຽມຫຍໍ້ມູມ; ແບ່ງເປັນ 3 ຖ້ານ ຊຶ່ງໝາຍເຖິງມະນຸດສະໂລກ,ເທວະໂລກ ແລະ ສະຫວັນນະໂລກ, ໄມ້ຈັນຫອມທີ່ນຳມາເປັນເສົາ
ຫລັກເມືອງຕົ້ນນີ້ ມີຖິ່ນກຳເນີດຢູ່ບ້ານນາດູ່ ເມືອງມະຫາໄຊ ແຂວງຄຳມ່ວນອັນເປັນອານາຈັກສີໂຄດຕະ
ບອງບູຮານ.


ຫໍຫລັກເມືອງວຽງຈັນນີ້ ມີຄວາມໝາຍສຳຄັນ ຊຶ່ງສະແດງໃຫ້ເຫັນວ່າ:1. ການຝັງຫລັກບ້ານ
ຫຼື ຫລັກເມືອງ ເພື່ອເປັນນິມິດໝາຍໃຫ້ການຕັ້ງບ້ານໃໝ່ ເມືອງໃໝ່ ແມ່ນປະເພນີອັນ
ໜຶ່ງຂອງປະຊາຊົນລາວ ທີ່ນັບຖືກັນມາຕັ້ງແຕ່ບູຮານນະການ ຈົນເຖິງປະຈຸບັນ.
ຄວາມໝາຍສຳຄັນຂອງຫລັກບ້ານຫລັກເມືອງ ແມ່ນເພື່ອຄວາມໝັ້ນຄົງຖາວອນ ແລະ
ຄວາມຢູ່ເຢັນເປັນສຸກຂອງບ້ານເມືອງນັ້ນເອງ.


2. ເສົາຫລັກເມືອງວຽງຈັນແຫ່ງນີ້ ໄດ້ຢັ້ງຢືນປະຫວັດສາດໜ້າ 1 ຂອງຊາດລາວເຮົາ, ເປັນເຫດ
ການທີ່ເກີດຂຶ້ນກ່ອນໜ້ານີ້ 477 ປີ ຫຼື 20 ປີກ່ອນທີ່ເມືອງວຽງຈັນຈະໄດ້ຮັບການສະຖາປະນາ
ໃຫ້ເປັນນະຄອນຫລວງຂອງອານາຈັກລາວລ້ານຊ້າງ ໄດ້ຢັ້ງຢືນເຖິງຄວາມສາມັກຄີເປັນ
ຈິດໜຶ່ງໃຈດຽວກັນຄວາມອົງອາດກ້າຫານຂອງຄົນລາວສະໄໝກ່ອນ ໃນການຕໍ່ສູ້ປົກປ້ອງປິຕິພູມ
ແລະ ສ່ອງແສງເຖິງຄວາມຮຸ່ງເຮືອງເຫລືອງເຫລື້ອມຂອງວຽງຈັນ ໃນຍຸກອານາຈັກລ້ານຊ້າງ.


3. ການກໍ່ສ້າງຫໍຫລັກເມືອງຂຶ້ນໃໝ່ນີ້ ດ້ານໜຶ່ງເປັນການຢັ້ງຢືນແນວທາງນະໂຍບາຍ ອັນຖືກຕ້ອງ
ຂອງພັກ ແລະ ລັດເຮົາໃນການສືບທອດ “ມູນເຊື້ອ”ອັນດີງາມຂອງຊາດ ແລະ ສົ່ງເສີມສິນລະປະວັດ
ທະນະທຳ ທີ່ເປັນເອກະລັກຂອງຊາດ ທີ່ມີລັກສະນະກ້າວໜ້າ ແລະ ມະຫາຊົນ ດ້ານໜຶ່ງອີກກໍເປັນ
ຫລັກຖານທາງປະຫວັດສາດ ກາຍເປັນສັນຍາລັກຂອງນະຄອນຫລວງວຽງຈັນຍຸກໃໝ່ ຍຸກສະໄໝແຫ່ງ
ຄວາມຈະເລີນສີວິໄລ ແລະ ທັນສະໄໝຢູ່ພາຍໃຕ້ແສງສະຫວ່າງແຫ່ງການນຳພາທີ່ປີຊາສາມາດ ຂອງ
ພັກປະຊາຊົນປະຕິວັດລາວ.








ຂໍ້ມູນຈາກ http://www.vtetoday.la
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger