New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Tuesday, December 5, 2017

ທະເລສາບນ້ຳຈືດເມືອງລາວ ຈຸດແດນສະຫວັນນໍ້າງື່ມຣີສອດ ອີກຫນຶ່ງຈຸດພັກຜ່ອນທ່ອງທ່ຽວທີ່ພວມໄດ້ຮັບຄວາມນິຍົມ


ຫາກເວົ້າເຖິງທະເລສາບນ້ຳຈືດເມືອງລາວ ຫຼາຍຄົນອາດຈະຄິດເຖິງອ່າງນໍ້າງື່ມ1ຈຸດເບື້ອງທ່າລາດຫຼາຍກວ່າ ເພາະຈຸດດັ່ງກ່າວເປັນສະຖານທີ່ທ່ອງທ່ຽວທີ່ເປີດກວ້າງ ແລະ ມີຫຼາກຫຼາຍການບໍລິການຂອງຫຼາກຫຼາຍຜູ້ປະກອບການ.

ແຕ່ອີກຈຸດຫນຶ່ງທີ່ງົດງາມນັ້ນຄືຈຸດແດນສະຫວັນນໍ້າງື່ມຣີສອດ ເຊິ່ງເຊື່ອວ່າຫຼາຍຄົນອາດຍັງບໍ່ທັນໄປຮອດໄປເຖິງຈຸດດັ່ງກ່າວ.


ແຕ່ໃນສອງປີມານີ້ ແດນສະຫວັນນໍ້າງື່ມຣີສອດ ໄດ້ພັດຈຸດຊົມວິວລ່ອງເຮືອຂອງຕົນຄືນໃຫມ່ໃຫ້ສວຍງາມ ແລະ ມີສະຖານທີ່ກວ້າງຂວາງທັງບ່ອນຈອດລົດຮ້ານອາຫານແລະມີເຮືອນໍາທ່ຽວທີຫຼາກຫລາຍຂຶ້ນ ເພາະທິວທັດທຳມະຊາດຈຸດກໍງົດງາມແລະຫນ້າມາພັກຜ່ອນທ່ອງທ່ຽວ.
ແຕ່ກໍຍັງມີຫຼາຍຈຸດທີ່ແດນສະຫວັນນໍ້າງື່ມຣີສອດ ຈະຕ້ອງໄດ້ປັບປຸງ ຮອງຮັບຈຳນວນນັກທ່ອງທ່ຽວທີ່ໄປຫຼາຍຂຶ້ນໃນແຕ່ລະມື້ ຫາກບໍ່ດັ່ງນັ້ນກໍອາດເປັນການສູນເສຍໂອກາດໄປ.


 ສະຖານທີ່ພັກຜ່ອນ ແຄມອ່າງເຂື່ອນນ້ຳງື່ມ ແຂວງວຽງຈັນ ຈຸດແດນສະຫວັນນໍ້າງື່ມຣີສອດເສັ້ນທາງໄປບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ແລະທາງຂຶ້ນໄປຄາຊິໂນແດນສະຫວັນ ເສັ້ນທາງປູຢາງດ້ວຍອັດສະຟານຢາງດີ ໄລຍະທາງປະມານ 7-8 ກິໂລແມັດ ນັບແຕ່ແຍກເສັ້ນທາງບ້ານເກີນຂຶ້ນເມືອ ຈົນສຸດທາງ.
ສະຖານທີ່ພັກຈຸດຊົມວິວທິວທັດອ່າງນ້ຳງື່ມ ແມ່ນມີງົດງາມເກີນບັນຍາຍ ມີທັງພູຜາປ່າໄມ້ ສາຍນ້ຳ ບັນຍາກາດແລະອາກາດທີ່ສຸດແສນຈະວິເສດ ມີສາລາພັກຊົມວິວທິວທັດ ທີ່ຫາກໍ່ສ້າງຂຶ້ນມາເມື່ອບໍ່ດົນມານີ້.


ຈຸດຊົມວິວແຫ່ງນີ້ ເລີ່ມມີຄົນໃຫ້ຄວາມສົນໃຈ ໂດຍມີຜູ້ຄົນຂັບລົດມາແວະຊົມຢ່າງບໍ່ຂາດ ຄົນສ່ວນຫລາຍມັກເຂົ້າໃຈວ່າ ຖ້າຂຶ້ນໄປຄາຊີໂນແດນສະຫວັນແລ້ວ ຈະຕ້ອງໄປຫລິ້ນການພະນັນຢ່າງດຽວ. ແຕ່ດຽວນີ້ຄວາມຄິດແບບນີ້ ແມ່ນຜິດແລ້ວ ເພາະສະຖານທີ່ໃກ້ໆກັບຄາຊິໂນນີ້ ແມ່ນມີແຫລ່ງທ່ອງທ່ຽວຊົມວິວທິວທັດທຳມະຊາດ ທີ່ງົດງາມຫລາຍ



 ຢ່າງໃດກໍຕາມສະຖານທີ່ແຫ່ງໃຫມ່ນີ້ ( ຕາມທັດສະນະສ່ວນຕົວ ) ຕ້ອງມີການປັບປຸງເຊັ່ນ :
1. ອາຫານໃນຈຸດຊົມວິວແພງຫລາຍ ແລະທີ່ສຳຄັນ ບໍ່ແຊບ ( ຈຶດຈາງ )
2. ການບໍລິການແມ່ນຍັງຊ້າ ແລະຕ້ອງເພິ່ມຄວາມເອົາໃຈໃສ່ລູກຄ້າໃຫ້ຫລາຍກວ່ານີ້.
3. ເຮືອນຳທ່ຽວ ( ເຮືອທຳມະດາ) ແມ່ນແພງອີຫລີ ຊົ່ວໂມງຫນຶ່ງ ຄິດລາຄາ 1.000.000 ກີບ ( 4.000 ບາດ ) .
4. ຕໍ່ໄປຖ້າມີສະຖານທີ່ຫລິ້ນນ້ຳຕາມແຄມນໍ້າຄົງຈະເປັນບ່ອນດຶງດູດໃຫ້ຄົນມາທ່ຽວບ່ອນນີ້ເພິ່ມຂຶ້ນເປັນທະວີຄູນເນາະ? ແລະຈັດສະຖານທີແຄມນ້ຳໄວ້ໃຫ້ເປັນບ່ອນນັ່ງພັກຊົມວິວ ເພື່ອເປັນບ່ອນປິກນິກ ຍິ່ງເປັນການດີ
ຖ້າປັບປຸງຈຸດນີ້ໄດ້ ຕໍ່ໄປ ຫນ້າເຂື່ອນທ່າລາດ ກໍ່ຈະມີພົບກັບຄູ່ແຂງຂັນບ່ອນນີ້ແນ່ນອນ ເພາະຫນ້າເຂື່ອນທ່າລາດ ແມ່ນອາຫານການກິນແມ່ນຖືກກວ່ານີ້ ອາຫານກໍ່ແຊບກວ່ານີ້ ມີໃຫ້ເລືອກຫລາຍກວ່າ ແລະ ລາຄາເຮືອນຳທ່ຽວກໍ່ຖືກວ່ານີ້ຫລາຍເທົ່າ .


 ນີ້ເປັນແຫລ່ງທ່ອງທ່ຽວທີ່ບໍ່ໄກຈາກນະຄອນຫລວງວຽງຈັນເທົ່າໃດ ຫວັງວ່າ ປີ 2018 ສະຖານທີ່ແຫ່ງນີ້ຄົງເປັນຫນຶ່ງໃນບ່ອນທີ່ຄົນນະຄອນຫລວງວຽງຈັນ ຈະໄປຢ້ຽມຊົມບໍ່ຫລາຍກໍ່ນ້ອຍ.





ຮູບໂດຍ:Houmphet Manisouk
ຮຽບຮຽງບົດໂດຍ ທີມງານLao Postcard - ຮູບພາບເມືອງລາວ
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger