New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Wednesday, March 21, 2018

ຕາດເລາະສາລະວັນ ຍາມແລ້ງກໍຫນ້າທ່ຽວ ໂດຍສະເພາະການລົງຫລິ້ນນໍ້າໃຫ້ຊຸມເຢັນ


ນ້ຳຕົກຕາດເລາະ ຕັ້ງຢູ່ບ້ານແສນວັງ, ເມືອງ ແລະ ແຂວງສາລະວັນ, ຫ່າງຈາກເທດສະບານເມືອງ 31 ກິໂລແມັດ ເປັນຫນຶ່ງຕົກຕາດທີ່ງົດງາມທີ່ສຸດຂອງແຂວງສາລະວັນ ແລະ ໄດ້ຮັບຄວາມນິຍົມຂອງບັນດານັກທ່ອງທ່ຽວ.


ໃນຍາມແລ້ງເຖິງວ່ານໍ້າຈະຫນ້ອຍລົງ ແຕ່ນັ້ນກັບກາຍເປັນຕົວດຶງດູດນັກທ່ອງທ່ຽວໄດ້ດີຍິ່ງຂຶ້ນ ເພາະຜູ້ມາທ່ຽວສາມາດລົງຫລິ້ນນໍ້າໃຫ້ມ່ວນຊື່ນ ແລະ ຊຸ່ມເຢັນ ໃນຍາມອາກາດຮ້ອນເອົ້າແບບນີ້.


  ນ້ຳຕົກຕາດເລາະ ແມ່ນກຳເນີດຂຶ້ນມາ ຈາກແມ່ນ້ຳເຊເຊັດ ທີ່ມີຕົ້ນກຳເນີດມາຈາກ ແຂວງເຊກອງ, ນ້ຳຕົກມີຄວາມສູງ ປະ ມານ 10 ແມັດ, ຕັ້ງຢູ່ທີ່ບ້ານແສນວັງ, ເມືອງສາລະວັນ. ໂດຍໄດ້ເປີດນຳໃຊ້ ແຕ່ປີ 1986 (ແຕ່ໃນຂັ້ນພື້ນຖານເທົ່ານັ້ນ) ສ່ວນຄຳວ່າ “ຕາດເລາະ” ແມ່ນມີຄວາມເປັນມາ ຄືດັ່ງລຸ່ມນີ້: ແມ່ນໄດ້ມາຈາກຄຳເວົ້າ ຂອງຊົນເຜົ່າ ທີ່ອາໄສຢູ່ໃນບໍລິເວນ ແຫ່ງນີ້ ຄືຄຳວ່າ “ໂລະ” ມີຄວາມໝາຍວ່າ ອະໄວຍະວະຂອງເພດຊາຍ

ຕາດເລາະ ພົວພັນກັບເຫດການບາງຢ່າງດັ່ງນີ້:ໃນຂະນະນັ້ນ ໄດ້ມີຜູ້ເຖົ້າຜູ້ໜຶ່ງ, ທຸກມື້ລາວໄດ້ອອກໄປໄຮ່. ບັງເອີນມື້ໜຶ່ງ ໃນເວລາຄ່ຳຄ້ອຍ ຕາເວັນຈະລັບແສງ, ກ່ອນຈະ ໄປເຖິງບ້ານນັ້ນ ຄິດຢາກໄປອາບນ້ຳ ທີ່ມີນ້ຳຕົກຕາດ ທີ່ມີສຽງດັງທຶມໆ ເມື່ອໄປຮອດນ້ຳຕົກຕາດແລ້ວ. ບັງເອີນພໍ່ເຖົ້າໄດ້ພໍ້ ກັບຜູ້ສາວສອງເອື້ອຍນ້ອງທີ່ມາແຕ່ໄຮ່ ແລະ ຄິດຢາກອາບນ້ຳຄືກັນ ແຕ່ອາດເປັນພົມລິຄິດ ໃຫ້ພໍ່ເຖົ້າແກ່ຄົນນັ້ນໄດ້ເມຍຊ້ຳ ເຖົ້າ ຫຼື ແມ່ນນິ່ງແນນກັນ, ຈຶ່ງໄດ້ເອີ້ນຊັກຖາມຕາມພາສາຄົນບ້ານດຽວ ເລີຍໄດ້ຖາມຜູ້ເຖົ້ານັ້ນວ່າ: ພໍ່ເຖົ້າຢາກໄດ້ເມຍ ບໍ່? ພໍ່ເຖົ້າກໍ່ໄດ້ຕອບວ່າ ກໍ່ຢາກໄດ້ຫັນແລ້ວ, ແຕ່ບໍ່ມີຍິງໃດໃນບ້ານເຮົາສົນໃຈເລີຍ, ສອງນ້ອງເອື້ອຍ ຈຶ່ງໄດ້ພະນັນກັບພໍ່ເຖົ້າ ນັ້ນວ່າ: ພໍ່ເຖົ້າກ້າໂຕນລົງຕາດນີ້ບໍ່? ຖ້າພໍ່ເຖົ້າກ້າ ແລ້ວກັບຂຶ້ນມາໄດ້ ພວກຂ້ອຍທັງສອງຂານອາສາຈະເປັນເມຍທັງສອງ ເລີຍ, ເມື່ອໄດ້ຍິນແນວນັ້ນ ກໍ່ຄິດໄປຄິດມາວ່າຈະເຮັດແນວໃດດີ ຈະໂຕນຕາດກໍ່ຢ້ານຕາຍ ແລະ ຖ້າບໍ່ໂຕນຕາດ ກໍ່ຢ້ານສອງ ນ້ອງເອື້ອຍ ເຢາະເຢີ້ຍວ່າເປັນຜູ້ຊາຍທີ່ຂີ້ຂາດ ແລະ ອີກຢ່າງໜຶ່ງ ກໍ່ຢາກໄດ້ ສອງນ້ອງເອື້ອຍນ້ອງເປັນເມຍ, ຈຶ່ງໄດ້ຕັດສິນໃຈ ຖາມສອງເອື້ອຍນ້ອງຄືນວ່າ: ພວກຫຼານເວົ້າແທ້ບໍ? ສອງເອື້ອຍນ້ອງຕອບວ່າ ແທ້ຖ້າເຮັດໄດ້ ສາບານກໍ່ໄດ້ ພວກເຮົາຍອມ ເປັນເມຍ. 
 ເມື່ອຢືນຢັນຄືແນວນັ້ນ ພໍ່ເຖົ້າເລີຍແກ້ຜ້າອອກ “ໂລະ” ຍານຕາບຊາບ ກໍ່ໄດ້ໂດດລົງໄປ ຈົນມິດດົນເຕີບ ຈົນເຮັດ ໃຫ້ສອງເອື້ອຍນ້ອງຕົກໃຈ ວ່າພໍ່ເຖົ້າຕາຍແລ້ວ. ຫຼັງຈາກນັ້ນ ກໍ່ໂພ່ຫົວຂຶ້ນມາ ຈຶ່ງເຮັດໃຫ້ເອື້ອຍນ້ອງ ຕັດສິນໃຈເຮັດຕາມ ສັນຍາ ແລະ ພໍ່ເຖົ້າໄດ້ປະໂລະ ຂອງເພິ່ນຢ່າງບັງອາດ ຈິ່ງບອກວ່າ ມື້ແລງໃຫ້ໄປສູ່ຂໍ ນຳພໍ່ແມ່ພວກຂ້ອຍເດີ ຈາກນັ້ນພໍ່ເຖົ້າ ກໍ່ປະຕິບັດຕາມ ແລະ ໄດ້ເມຍສອງຄົນພ້ອມດຽວກັນ ແລະ ຄົນທັງຫຼາຍກໍ່ເອີ້ນວ່າ: ຕາດໂລະ ຫຼື ຕາດເລາະ ເທົ່າທຸກວັນນີ້.


ຮູບງາມໂດຍ: anouphon phomhacsar
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger