New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Saturday, April 21, 2018

ພິທີອັງເຊີນພຣະບາງ ຂຶ້ນປະດິດສະຖານທີຫໍພຣະບາງ ຫລັງຈາກທີ່ມີພິທີອະຣາດທະນາອັງເຊີນລົງມາຫົດສົງແຕ່ວັນທີ່ 17 ເມສາ


ຕອນເຊົ້າເວລາປະມານ 08:00 ໂມງ ຂອງວັນທີ່ 20 ເມສາ 2018 ທີ່ວັດໃຫມ່ ສຸວັນນະພູມມາຣາມ ນະຄອນຫລວງພຣະບາງ ໄດ້ມີພິທີອະຣາດທະນາອັງເຊີນພຣະພຸທທະລາວັນ ( ພຣະບາງ ) ແຫ່ເຫີນຂຶ້ນໄປປະດິດສະຖານທີ່ຫໍພຣະບາງ ໃນຫໍພິພິຕະພັນ ນະຄອນ-ຫລວງພຣະບາງ ຫລັງຈາກທີ່ມີພິທີອະຣາດທະນາອັງເຊີນລົງມາຫົດສົງແຕ່ວັນທີ່ 17 ເມສາ 2018.



ໃນເວລາ ປະມານ 07:00 ໂມງເຊົ້າ ໄດ້ມີພິທີອັງເຊີນພຣະບາງ ໂດຍມີພຣະມາຫາຖະຣະ-ນຸເຖຣະເຈົ້າ ການນຳພັກ-ລັດ ໂຫຣາຈາຣຍ໌ ປະຊາຊົນທົ່ວໆ ທັງພາຍໃນແລະຕ່າງປະເທດ ມາເຕົ້າໂຮມກັັນຢູ່ທີ່ວັດໃຫມ່ ສຸວັນນະພູມມາຣາມ ມີພິທີຄາຣະວະອົງພຣະບາງເຈົ້າແລ້ວ ມີການອະນາໄມ້ ລ້າງຊ່ວຍ ຈາກນັ້ນກໍ່ຈະມີພະນັກງານຂອງຫໍພິພິຕະພັນ ຫໍພຣະບາງ ຊ່ວຍກັນອັງເຊີນພຣະບາງເຈົ້າຂຶ້ນຣາຊຣົຖ ແລ້ວແຫ່ ໂດຍມີ ຜູ້ຖືທຸງຊາດແລະທຸງສາສະໜານຳຫນ້າ.




ຈາກນັ້ນກໍ່ມີຂະບວນມະໂຫລີ ເສບໄປນຳ ຕໍ່ຈາກນັ້ນກໍ່ແມ່ນຂະບວນຂອງໂຫຣາຈາຣຍ໌ ການນຳພັກ-ລັດ ແລະຂະບວນຂອງພຣະສົງອົງຄະເຈົ້າທັງຫລາຍ ແລະກໍ່ແມ່ນຣາຊຣົຖຂອງພຣະພຸທທະລາວັນ(ພຣະບາງ) ຕາມຫລັງດ້ວຍຜູ້ຄົນທີ່ຖືຂັນເຂົ້າຕອກດອກໄມ້ ໃສ່ຊຸດລາວແຫ່ເຫີນຕາມຂະບວນຣາຊຣົຖຂອງພຣະບາງເຈົ້າ ເຂົ້າສູ່ຫໍພຣະບາງ ເພື່ອໄດ້ເຮັດພິທີສັກກາຣະອັງເຊີນພຣະບາງຂຶ້ນສູ່ຫໍບຸບສະບຸກໃນຫໍພຣະບາງ.




ໃນຕອນເຊົ້າຂອງມື້ນີໃນເວລາ 05:00 - 07:00 ໄດ້ມີຝົນຕົກຟ້າມຶດ ເຮັດໃຫ້ອາກາດເຢັນກ່ອນທີ່ຈະມີພິທີອະຣາດທະນາອັງເຊີນພຣະບາງຂຶ້ນ ແລະທີ່ສຳຄັນ ບັນດາວັດວາອາຮາມຕ່າງໃນເຂດນະຄອນ-ຫລວງພຣະບາງ ກໍ່ຈະອະຣາດທະນາອັງເຊີນພຣະພຸທທະຮູບທີ່ນຳລົງມາຫົດສົງຕາມວັດຕ່າງໆຂຶ້ນພ້ອມກັບພຣະບາງ ຄືວັນທີ່ 20 ເມສາ 2018 ຫລັງຈາກທີ່ນຳເອົາພຣະພຸທທະຮູບຕ່າງໆລົງໃຫ້ຜູ້ຄົນຫົດສົງ.



ແຕ່ວ່າ ບັນດາວັດຕ່າງໆ ທີ່ຢູ່ເຂດຊຽງທອງ ແຖວຫົວເມືອງ ແຕ່ວັດຈູມຄ້ອງ ,ວັດຊຽງມ່ວນ, ວັດປ່າໄຜ່, ສຼີພຸທທະບາທ,ວັດໜອງ ວັດແສນ ວັດສົບ ສຼີມຸງຄຸນ ສຼີບຸນເຮືອງ ວັດຄີລີ ແລະວັດປາກຄານ ແມ່ນຍັງບໍທັນເອົາພຣະຂຶ້ນເທື່ອ ຈະເອົາຂຶ້ນພ້ອມພຣະເຈົ້າໝ່ານ ຂອງວັດຊຽງທອງ ທີ່ຈະອະຣາດທະນາອັງເຊີນລົງຫົດ ໃນວັນທີ່ 23 ເມສາ 2018 ຈົນຮອດວັນທີ່ 28 ເມສາ 2018 ນີ້ ຖ້າມີພິທີອະຣາດທະນາອັງເຊີນພຣະເຈົ້າໝ່ານ ຂອງວັດຊຽງທອງ ລົງຫົດສົງມື້ໃດ ຫລືອະຣາດທະນາອັງເຊີນຂຶ້ນມື້ໃດ ມື້ໃດມື້ຫນຶ່ງກໍ່ມີຝົນຕົກໂຮຍຮ່ຳ ເຮັດໃຫ້ອາກາດຊຸ່ມເຢັນ ແຜ່ນດີກໍ່ມີຊີວິດຊີວາ ທີໄດ້ນ້ຳທິບຈາກທ້ອງຟ້າມາຫົດສົງ ນັ້ນແລ ໃຜໆ ຍັງບໍ່ທັນໄດ້ມາຫົດສົງພຣະພຸທທຮູບຕາມວັດວາອາຮາມຢູ່ໃນຫລວງພຣະບາງ ຈົນຮອດຄົບ 12 ວັດ ນີ້ກໍ່ເປັນວາຣະໂອກາດດີທີ່ສຸດແລ້ວ ຈົນຮອດວັນທີ 28 ເມສາ 2018 ນີ້ເດີ ມາຫົດສົງກັນໄດ້.



( ການຖ່າຍຮູບປີນີ້ແມ່ນຢາກຫລາຍ ເພາະເຈົ້າຫນ້າ ແລະອ້າຍຈົວຂອງວັດໃຫມ່ ເພິ່ນຈະບໍ່ໃຫ້ເຂົ້າໃກ້ ແລະໄລ່ອອກໄປຕະຫລອດ ) ປີນີ້ການຖ່ານພຣະບາງຈະບໍ່ໃຊ້ແຟດ ແລະຫາຈັງຫວະທີ່ຈະບໍ່ລົບກວນຜູ້ຄົນຕ່າງໆທີ່ມາສົງນ້້ຳພຣະບາງໃຫ້ນ້ອຍທີ່ສຸດ ຮູບອອກມາຈຶ່ງອອກມາສີມຶດໆໆນ້ອຍຫນຶ່ງ.

ບົດແລະຮູບໂດຍ: Houmphet Manisouk
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger