New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Tuesday, May 15, 2018

ວິຖີຊີວິດຕາມລຳນ້ຳທາ ຊາວ ບ້ານທົ່ງໄຈ້ ອີກຫນຶ່ງມົນສະເໜຂອງຫຼວງນໍ້າທາ




ແຂວງຫຼວງນ້ຳ ທາ ທີ່ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອ ຂອງປະເທດລາວ, ມີເນື້ອທີ່ທັງໝົດ 9000 ກວ່າກິໂລຕາແມັດ, ທິດຕາເວັນຕົກມີຊາຍແດນຕິດກັບປະເທດມຽນມາ ແລະ ທິດເໜືອຕິດກັບປະເທດຈີນ. ແຂວງຫຼວງນ້ຳທາ ປະກອບມີ 5 ເມືອງຄື: ເມືອງຫຼວງນ້ຳທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ, ມີປະຊາຊົນບັນດາເຜົ່າອາໄສຢູ່ ປະມານ 2 ແສນຄົນ.




 ແຂວງຫຼວງນ້ຳທາ ເປັນແຂວງນ້ອຍແຕ່ເຕັມໄປ ດ້ວຍຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນອັນອຸດົມສົມບູນ ໂດຍສະເພາະໃນເຂດປ່າສະຫງວນ ແຫ່ງຊາດນ້ຳຫ້າ ແລະ ເປັນແຂວງທຳອິດທີ່ນຳເອົາຕົ້ນຢາງພາລາມາປູກຢູ່ໃນປະເທດລາວ ເຊິ່ງເປັນແຮງ ຂັບເຄື່ອນຫຼັກທີ່ຊ່ວຍໃຫ້ເສດຖະກິດແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມດຽວກັນນີ້ ພາບບັນຍາກາດທີ່ ເຕັມໄປດ້ວຍສວນຢາງພາລາອັນກວ້າງໃຫຍ່ໄພສານ ຢັ່ງຢາຍຂຽວສົດງົດງາມຢູ່ຕາມເປີ້ນພູຈົນສຸດສາຍຕາ ໄດ້ກາຍເປັນສະເໜ່ຢ່າງໜື່ງຂອງການທ່ອງທ່ຽວພາຍໃນແຂວງດັ່ງກ່າວ.


ໃນແຕ່ລະປີຊາວບ້ານທົ່ງໄຈ້ ເມືອງແລະແຂວງຫຼວງນໍ້າທາ ຕ້ອງສ້າງຂົວຂ້າມນໍ້າທາເພື່ອໃຫ້ພໍ່ແມ່ປະຊາຊົນແລະນ້ອງນັກຮຽນໄປມາສະດວກຂຶ້ນ ເຊິ່ງຂົວດັ່ງກ່າວເປັນອີກຫນຶ່ງຄວາມງົດງາມທີ່ດຶງໃຈຂອງຜູ້ມາຢາມ.








ພາບໂດຍ: ໄກ່ແກ້ວ
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com




 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger