New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Tuesday, May 16, 2017

ທ່ຽວນໍ້າຕົກຕາດ ຊົມຄວາມງາມປ່າສະຫງວນດົງຫົວສາວ... ແລ້ວຈະຮູ້ວ່າມັນ Amazing ຊໍາໃດ!



ດິນແດນເມືອງປາກຊ່ອງ ແຂວງຈຳປາສັກ ເປັນດິນແດນທີ່ຍັງເຕັມໄປດ້ວຍຄວາມງົດງາມຂອງຊິວະນາໆພັນ ແລະ ທຳມະຊາດ ໂດຍສະເພາະໃນປ່າສະຫງວນດົງຫົວສາວອັນກວ້າງໃຫຍ່ໄພສານ ແລະ ຕຶບຫນາ ຍັງມີນໍ້າຕົກຕາດຫນຶ່ງທີ່ຖືວ່າ ອະເມຊີງທີ່ສຸດຂອງເມືອງລາວກໍວ່າໄດ້ ນັ້ນກໍຄືນໍ້າຕົກຕາດຂະເມີດ ຫລື ນໍ້າຕົກຕາດ 7ຊັ້ນ ເຊິ່ງຕັ້ງຢູ່ບ້ານຫນຶງຫຼວງເມືອງປາກຊ່ອງ.


ກ່ອນທີ່ຈະມາເຖິງນໍໍ້າຕົກຕາດຂະເມີດນັ້ນກໍຕ້ອງໄດ່ຍ່າງຜ່ານດ່ານຫນອງຫຼວງກ່ອນ(ຄຳວ່າດ່ານຈະໝາຍເຖິງພະລານຫີນອັນກວ້າງໃຫຍ່) ຈາກນັ້ນກໍຍ່າງລົງສູ່ນໍໍ້າຕົກນ້ອຍໃຫຍຫຼາຍສິບແຫ່ງ ກ່ອນຈະເຖິງດເານລຸມສຸດເຊິ່ງຊາວບ້ານເອີ້ນວ່າຕາດ7 ຊັ້ນ(ອາດຈະນັບເອົາຕາດໃຫຍ່ໆເປັນຫລັກ)


ເນຶື່ອງຈາກນໍ້າຕົກຕາດແຫ່ງນີ້ນອນໃນປ່າສະຫງວນດົງຫົວສາວ ເຮັດໃຫ້ທໍາມະຊາດຍັງຄົງຄວາມອຸດົມສົມບູນຫຼາຍທີ່ສຸດແຫ່ງຫນຶ່ງທີ່ເໝາະແກ່ການຍ່າງປ່າແລະທ່ຽວນໍໍ້າຕົກ(ພະຈົນໄພເລັກຫນ້ອຍ)


ຍ່າງມາໄກສົມຄວນຈາກດ່ານຫນອງຫຼວງກໍຈະເຫັນມາຮອດນໍ້າຕົກຕາດນີ້ິ້ ແຕ່ຄວາມຈິງແລ້ວຢູ່ດ້ານເທິງກໍຍັງມີນໍໍ້າ່ຕົກຕາດຈໍານວນຫນຶ່ງ(ບໍ່ໄດ້ໂພດລົງໃນຄັ້ງນີ້ ຄັ້ງຕໍ່ໄປຈະເອົ້າມາໃຫ້ເບິ່ງນໍ)


ຍ່າງມາໄກສົມຄວນລັດເລາະປ່າໄມ້ ສາຍນໍ້າ ແລະ ນໍ້າຕົກ ສຸດທ້າຍ ກໍມາເຖິງທີ່ນີ້ ໂດຍບໍ່ຮູ້ຕົວ ຈຸດນີ້ຈະແນມເຫັນນໍ້າຂອງທີ່ຢູ່ຫ່າງອອກໄປຫຼາຍສິບກິໂລໃນເຂດເມືອງປະທຸມພອນພຸ້ນ(ເຫັນເປັນສາຍນ້ອຍ) ສ່ວນປ່າໄມ້ ຍັງຕຶບຫນາດົງໃຫຍ່ອີຫລີ


ນັກທ່ອງທ່ຽວຊາວຕ່າງປະເທດກໍາລັງຈະຂີ່ສະລິງລົງສູ່່ດ້ານລຸ່ມຂອງກົ້ນເຫວທີ່ສູງຊັນປະມານ100ແມັດ
(ໂດຍແມ່ນບໍລິສັດກຣິນດິສໂຄເວີຣີລາວ ເປັນຜູ້ພັດທະນາສະລິງ ແລະ ການບໍລິການທ່ອງທ່ຽວແຫ່ງນີ້)



ນໍ້າຕົກຕາດສວນເທິງ ຫາກຈະລົງໄປດ້ານລຸ່ມ ກໍຕ້ອງໄດ້ຈອງລາຍການທ່ອງທ່ຽວນໍາບໍລິສັດກຣິນດິສໂຄເວີຣີລາວ ເພາະທາງດຽວທີ່ຈະລົງໄປເບິ່ງຄວາມຍິ່ງໃຫຍ່ຂອງຕາດແຫ່ງນີ້ ກໍຕ້ອງຂີ່ສະລິງລົງທໍ່ນັ້ນ)... ແຕ່ກໍມີທາງລັດເດີ ແຕ່ບໍຂໍແນະນຳເພາະມັນອັນຕະລາຍຫຼາຍ


ນໍ້າຕົກຕາດສວນເທິງ ຫາກຈະລົງໄປດ້ານລຸ່ມ ກໍຕ້ອງໄດ້ຈອງລາຍການທ່ອງທ່ຽວນໍາບໍລິສັດກຣິນດິສໂຄເວີຣີລາວ ເພາະທາງດຽວທີ່ຈະລົງໄປເບິ່ງຄວາມຍິ່ງໃຫຍ່ຂອງຕາດແຫ່ງນີ້ ກໍຕ້ອງຂີ່ສະລິງລົງທໍ່ນັ້ນ)... ແຕ່ກໍມີທາງລັດເດີ ແຕ່ບໍຂໍແນະນຳເພາະມັນອັນຕະລາຍຫຼາຍ



ຍ່າງລັດປ່າ ປິນຜາເຫວ ຈາກຈຸດຂ້າງເທິງ ກໍມາຮອດຈຸດນີ້ (ຄວາມອັນຕະລາຍ8/10 ບໍຂໍແນະນຳ) ສ່ວນການເດີນທາງຄວາມເປັນມູ່ຄະນະ ກະກຽມນຊເາ ແລະອາຫານຄາບນໍ້າ ເພາະຄວາມງາມຂອງທຳມະຊາດ ຈະດິງດູດໃຫ້ທ່ານນັ່ງຢູ່ທີ່ນີ້ດົນ ຈົນລືມເວລາແລະຫິວໃນທີ່ສຸດ. ແຕ່ຫາກເປັນຄົນຕ່າງຖິ່ນ ຂໍແນະນຳໃຫ້ແຈ້ງໃຫ້ຊາວບ້ານ ເພືອ່ເປັນຜູ້ພາທາງ ທັງນີ້ກໍເພື່ອບໍ່ໃຫ້ຫຼົງທາງ.
ສ່ວນເວລາທີ່ເໝາະສົມໃນການມາ ແມ່ນມາໄດ້ທຸກລະດູ  ເພາະຄວາມງາມຈະແຕກຕ່າງກັນໄປ ແຕ່ຍາມນໍ້າຫຼາຍເຈາະເໝາະກວ່າ ແຕ່ການຖ່າຍຮູບກໍຍາກເຊັ່ນກັນເພາະເມື່ອລົງດ້ານລຸມຂອງຕາດຂະເມີດລະອອງນໍ້າຈະແຮງຫຼາຍ




---------------------
ປະເທດລາວ: ຄວາມງາມທີ່ສຳພັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com




 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger