New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Tuesday, May 16, 2017

ດອນຊິງຊູ້ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ


ດອນຊິງຊູ້ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

ດອນຊິງຊູ້ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເປັນດອນໃນກາງນ້ຳຂອງ ເຊິ່ງກົງກັນຂ້າມກັບບ້ານເກົ້າລ້ຽວ,ໜອງດາ ພາຍໃນດອນຊິງຊູ້ມີວັດແຫ່ງດຽວ ( ຄືວັດນາກ ໄຊຍະຣາມ ) ມີບ້ານປະຊາຊົນອາໄສຢູ່ປະມານກວ່າ 50 ຫລັງຄາເຮືອນ ມີທ່າເຮືອບັກຂ້າມທີ່ທ່າເຮືອເກົ້າລ້ຽວ.

      ( ແຜນທີ່ດອນຊິງຊູ້ທາງດາວທຽມຈາກ : Google Maps )                                      

ວັດວັດນາກ ໄຊຍະຣາມ ເປັນວັດທີ່ເກົ່າແກ່ ເພາະມີພຣະພຸດທະຮູບຫິນໃນຍຸກຂອງຊາຍຟອງ ວັດແຫ່ງນີ້ມີສິມຫນຶ່ງຫລັງ ເປັນສິມໃຫມ່ ຫາກໍ່ສ້າງເມື່ອປີ ພສ 2544 ນີ້ເອງ ເມືອກ່ອນກໍ່ມີສິມເກົ່າປະຈຸບັນເພິ່ນອະນຸລັກໄວ້ໃຫ້ເຫັນແຕ່ເສົາ 1 ຕົ້ນຂ້າງສິມໃຫມ່ ແລະວັດກໍ່ມີການກໍ່ສ້າງສາລາໃຫມ່ 1 ຫລັງ ແລະມີພຣະຫິນອ່ອນ ນ້ຳຫນັກປະມານ 6 ໂຕນ ທີມີຜູ້ຖວາຍສ້າງມາແຕ່ຈຳປາສັກແລະເພິ່ນກໍ່ໄດ້ເອົາມາໄວ້ທີ່ສາລາແຫ່ງນີ້ ວັດແຫ່ງນີ້ມີພຣະ 1 ອົງ ແລະສະມະເນນ 1 ອົງ.

           ( ເສັ້ນທາງຈາກທ່ານ້ຳຂຶ້ນໄປທີ່ວັດນາກ ໄຊຍະຣາມ ມີຕົ້ນໄຜ່ ທີ່ຮົ່ມເຢັນດີ )

ວັດແຫ່ງນີ້ມີພຣະພຸທທະຮູບເກົ່າແກ່ ທີ່ເຮັດດ້ວຍຫິນ ມີນັກປາດບອກວ່າ ຫນ້າຈະຢູ່ໃນຍຸກຊາຍຟອງ ພ້ອມດຽວກັບພຣະພຸທທະຮູບທີ່ຢູ່ວັດອິນແປງ (ພຣະພຸທທະຮູບຫິນ 2 ອົງ) ນອກນັ້ນເມື່ອປະມານ 20-30 ປີກ່ອນ ບໍລິເວນວັດດັ່ງກ່າວຍັງຄົ້ນພົບ ພຣະພຸທທະຮູບ ຄຳ ຄຳຂາວ ເງິນ ນາກ ແລະພຣະພຸທທະຮູບຫິນ ຈຳນວນຫລາຍ ປະຈຸບັນນີ້ໄດ້ນຳໄປເກັບໄວ້ທີ່ຫໍພິພິຕະພັນ ຫໍພຣະແກ້ວ ນະຄອນຫລວງວຽງຈັນ .

Add caption
 ( ມື້ນີ້ເປັນມື້ເຮັດບຸນພຣະເວດທີ່ວັດນາກ ໄຊຍະຣາມ ໂດຍມີຜູ້ຄົນມາຮ່ວມອຸໂປ ໂມທະນາບຸນຢ່າງຫລວງຫລາຍ )

ດອນຊິງຊູ້ແຫ່ງນີ້ມີປະຫວັດສາດຕິດພັນກັບການປະຕິວັດລາວມາດົນນານ ກໍ່ຄື :ຄົນ­ລາວ­ຜູ້­ທໍ­ອິດ ທີ່ເຂົ້າ­ຮ່ວມ­ພັກ­ຄອມ­ມູນິດ­ອິນ­ດູຈີນ : 

ສະ­ຫາຍ­ຄໍາ­ແສງ ສີວິ­ໄລ ພໍ່­ແມ່ເປັນ­ຄົນ­ລາວ ອົບ­ພະ­ຍົບ­ໄປຈາກເມືອງມະ­ຫາ­ໄຊ (ເມືອງ­ພູວາ­ດົລສະ­ອາງ­ຄ໌) ­ແຂວງ­ຄໍາ­ມ່ວນ ສປປ ລາວ ໄປ­ຢູ່ເມືອງ­ສະ­ກົນນະ­ຄອນ ­ແຂວງ­ສະ­ກົນນະ­ຄອນ ປະ­ເທ­ໄທ ພໍ່­ແມ່­ຂອງ­ທ່ານ­ໃຫ້ກໍາເນິດ­ທ່ານ­ຍູ່­ທີ່ເມືອງ­ສະ­ກົນນະ­ຄອນ ເຖິງ­ວ່າເກິດ­ຢູ່­ໃນ­ດິນ­ແດນ­ທີ່ ສະ­ຫຍາມ­ປົກ­ຄອງ­ມີ­ສິດເປັນ­ ພົນ­ລະ­ເມືອງຂອງ­ສະ­ຫຍາມ­ແຕ່­ທ່ານ­ຄໍາ­ແສງ ຍັງ­ມີ­ຈິດ­ໃຈ­ຜູກ­ພັນ­ກັບຊົນ­ຊາດ­ລາວ­ຍ່າງເລິກເຊີງ ທ່ານ­ໄດ້ເຫັຄົນ­ລາວ­ຖືກ ເຈົ້າຫນ້າ­ທ່ີ່­ຂອງ­ສະ­ຫຍາມ­ກົດ­ຂີ່­ຂູດ­ຮີດ­ ແລະຕົກ­ຍູ່­ໃນ­ສະ­ພາບເປັນ­ພົນ­ລະ­ເມືອງ­ຊັ້ນສອງ ທ່ານ­ຈຶ່ງ­ໄດ້­ຕັດ­ສິນ­ໃຈເຂົ້າ­ຮ່ວມເຄື່ອນ­ໄຫວ­ກັບ­ຂະບວນ
ກູ້­ຊາດ­ຂອງ­ ພັກ­ຄອ­ມູນິດ­ອິນ­ດູຈີນ ທ່ານ­ຄໍາ­ແສງ ມີ­ຜົນງານ­ດີເດັ່ນ ຈຶ່ງ­ໄດ້­ຖືກ­ຮັບເຂົ້າເປັນ­ສະ­ມາ­ຊິກ ພັກ­ຄອມ­ມູນິດ­ອິນ­ດູຈີນ ນອກ­ປະ­ເທດ ໃນ­ວັນ­ທີ່ ໕ ພືດ­ສະ­ພາ ໑໙໓໐ 
ໃນເດືອນ­ກັນຍາ ໑໙໔໕ ສະ­ຫາຍ­ຄໍາ­ແສງ ສີວິ­ໄລ ເປັນ­ຜູ້ນໍາພາການ­ສ້າງ­ຕັ້ງ "ອົງ­ຄະ­ນະ­ພັກ­ແຄ­ວ້ນ­ລາວ" ຂຶ້ນ­ທີ່ "ດອນ­ຊິງ­ຊູ້" 
ທາງ­ທິດ­ຕະ­ເວັນ­ຕົກ ຂອງນະ­ຄອນ­ຫລວງ­ວຽງ­ຈັນ


    ( ພຣະປະທານ ໃນສິມ ຂອງວັດນາກ ໄຊຍະຣາມ ດອນຊິງຊູ້ ທີ່ສ້າງຂຶ້ນດ້ວຍຫິນ ໃນຍຸກສິລະປະຊາຍຟອງ )

 ( ພຣະພຸດທະຮູບຫິນ ໃນສິມ ຂອງວັດນາກ ໄຊຍະຣາມ ດອນຊິງຊູ້ ທີ່ສ້າງຂຶ້ນດ້ວຍຫິນ ໃນຍຸກສິລະປະຊາຍຟອງ )


 ( ພຣະພຸດທະຮູບຫິນ ໃນສິມ ຂອງວັດນາກ ໄຊຍະຣາມ ດອນຊິງຊູ້ ທີ່ສ້າງຂຶ້ນດ້ວຍຫິນ ໃນຍຸກສິລະປະຊາຍຟອງ )

  ( ພຣະພຸດທະຮູບຫິນ ມີແຕ່ພຣະວໍຣະກາຍ ໃນສິມ ຂອງວັດນາກ ໄຊຍະຣາມ ດອນຊິງຊູ້ ທີ່ສ້າງຂຶ້ນດ້ວຍຫິນ ໃນຍຸກສິລະປະຊາຍຟອງ )

 ( ຮູບປັ້ນນາກ ທີ່ຂ້າງສິມຂອງວັດນາກ ໄຊຍະຣາມ ດອນຊິງຊູ້ )


( ນ້ຳສ້າງ ຂອງວັດນາກ ໄຊຍະຣາມ ທີ່ເກົ່າແກ່ ແລະສັກສິດ ກຳລັງມີການບູລະນະ )


( ຊາວບ້ານດອນຊິງຊູ້ ກຳລັງແຫ່ຕົ້ນກັນ ມາຖວາຍທີ່ວັດນາກ ໄຊຍະຣາມ ໃນບຸນພຣະເວດຂອງວັດ ເມືອວັນທີ່ 26/02/2017 )

 ( ສິມຂອງວັດນາກ ໄຊຍະຣາມ ດອນຊິງຊູ້ )


 ( ສິມຂອງວັດນາກ ໄຊຍະຣາມ ດອນຊິງຊູ້ )

 ( ຫິນເສມາຂອງວັດນາກ ໄຊຍະຣາມ ດອນຊິງຊູ້ )



 ( ພຣະພຸດທະຮູບຫິນ ທີ່ເກົ່າແກ່ຂອງວັດນາກ )

 ( ພຣະພຸດທະຮູບຫິນ ທີ່ເກົ່າແກ່ຂອງວັດນາກ )

( ບັນຍາກາດ ຜູ້ຄົນໄປຮ່ວມບຸນພຣະເວດ ທີ່ວັດນາກ ໄຊຍະຣາມ ດອນຊິງຊູ້ )

---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອະນຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger