New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Friday, April 27, 2018

ວັດພູເໝືອດ ຫລວງພຣະບາງ ຍັງເຫລືອແຕ່ຮ່ອງຮອຍດິນຈີ່


ວັດພູເໝືອດ ໃນສະໄຫມກ່ອນໆນັ້ນ ແມ່ນເອິ້ນວ່າ ວັດຫົວເມືອງ , ວັດພູເໝືອດສ້າງຂຶ້ນໂດຍເຈົ້າໄຊຍະເສດຖາທິຣາຊ ແລະສ້າງກ່ອນວັດຊຽງທອງ ອີກດ້ວຍ ວັດແຫ່ງນີ້ເປັນວັດຮ້າງມາແຕ່ສະໄຫມເຈົ້າມະຫາຊີວິດສັກກະຣິນ ເນື່ອງດ້ວຍເປັນວັດຮ້າງມາຫລາຍປີ ຈຶ່ງເປັນການຢາກທີ່ຈະຫາຂໍ້ມູນອ້າງອີງ ແຕ່ກໍ່ໄດ້ຄວາມເມດຕາຈາກສາທຸໃຫຍ່ ຄຳຈັນ ວິຣະຈິຕຕະ ອະດິດເຈົ້າອາວາດວັດແສນ ສຸຂາຣາມ ( 23/09/1920 - 09/07/2007) ແລະສາທຸໃຫຍ່ ຄຳພັນ ພັທທະທັມມະ ອະດິດເຈົ້າອາວາດວັດໂຄມຂວາງ ( 12/11/1922 - 03/04/2006) ໄດ້ເລົ່າສູ່ຟັງ



ວັດຫົວເມືອງ ຫລືວັດພູເໝືອດ ຕັ້ງຢູ່ເທິງເນີນພູນ້ອຍໆ ໃກ້ກັບເຂດວັດຊຽງເຫລັກ ປະຈຸບັນນີ້ບໍລິເວນພື້ນທີ່ຂອງວັດພູເໝືອດ ແມ່ນໄດ້ມີການສ້າງໂຮງຮຽນປະຖົມສົມບູນໂພນສະອາດ ແລະຍັງມີກົກເໝືອດໃຫຍ່ໆ 2 ກົກ ທີ່ຍັງເປັນຮົ່ມໄມ້ໃຫຍ່ບັງຄວາມຮ້ອນໃຫ້ຫລານນ້ອຍໆນັກຮຽນທັງຫລາຍໄດ້ພຶ່ງພາ ທັງ 2 ກົກນີ້ຢູ່.


ວັດພູເໝືອດໃນປະຈຸບັນນີ້ແມ່ນເຫລືອແຕ່ຮ່ອງຮອຍເນີນພຣະທາຕຸຂອງວັດດັ່ງກ່າວຢູ່ ຄົນແຖວບ້ານແຫ່ງນີ້ໃນເວລາໄປຖາມ ເຂົາເຈົ້າກໍ່ຍັງບໍ່ຮູ້ວ່າ ບໍລິເວນແຫ່ງນີ້ເປັນວັດຫຍັງຊ້ຳ




ແຫລ່ງທີ່ມາຈາກ: ນະຄອນຫລວງພຣະບາງ Luangprabang City
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger